Thursday, May 23, 2013

ດີເອັນເອມະນຸດສະກັດໄດ້ໃນ 1 ນາທີ




 ເຄື່ອງສະແກນດີເອັນເອ

ນັກວິ​​​ໄຈ​ຈາກ University of Washington engineers ​ແລະ ບໍລິສັດ NanoFacture ​ໄດ້​ສ້າງ​ ເຄື່ອງ​ມື​ສຳລັບ​ສະກັດ​ດີ​ເອັນ​ເອມະນຸດ​ທີ່​ມີ​ປະສິດ​ທິພາ​ບສູງ ​ເປັນ​ມິດ​ກັບ​ສີ່​ງ​ແວດ​ລ້ອມ​ຫຼາຍ​ກ່ວາ​ວິທີ​ທີ່​ໃຊ້​ກັນ​ໃນ​ ປັດຈຸບັນ​ໂດຍ​ມີ​ວັດຖຸ​ປະສົງ​ພື່ອນຳ​ໄປ​ໃຊ້​ໃນ​ໂຮງໝໍ​ ຫຼື​ ສະ​ຖາ​ບັນ​ວິ​ໃຈ​ຕ່າງ​ໆ ທີ່​ຈຳ​ເປັນ​ຕ້ອງ​ສະກັດ​ດີ​ເອັນ​ເອຈາກ​ ຕົວຢ່າງ​ຂອງ​ແຫຼວ​ທີ່​ໄດ້​ຈາກ​ມະນຸດ ​ເພື່ອ​ນຳ​ມາ​ວິ​ເຄາະ​ໂຣກ ຫຼື ນຳ​ໄປ​ໃຊ້​ໃນ​ການ​ສືບສວນ​ທາງ​ອາດ​ຍາ​ກຳ​ຕໍ່​ໄປ.



ວິທີ​ການ​ດັ່ງ​ເດີມ​ທີ່​ໃຊ້​ໃນ​ການ​ສະກັດ​ດີ​ເອັນ​ເອນັ້ນ​ຈະ​ຕ້ອງ​ໃຊ້​ການ​ປັ່ນ​ຫວ່ຽງ​ເພື່ອ​ແຍກ​ໂມ​ເລ​ກຸນ​ດີ​ເອັນ​ເອອອກ​ຈາກ​ຂອງ​ແຫຼວ​ຕົວຢ່າງ ຫຼື​ ອາດ​ໃຊ້​ຕົວ​ກອງ​ທີ່​ມີ​ຮູ​ຂະໜາດ​ນ້ອຍ ຊື່​ງຂະ​ບວນການ​ນີ້​ຕ້ອງ​ໃຊ້​ເວລາ​ຢ່າງ ​ໜ້ອຍ 20 ​ເຖິງ 30 ນາທີ ​ເພື່ອ​ທີ່​ຈະ​ໄດ້​ດີ​ເອັນ​ເອອອກ​ມາ ອີກ​ທັ້ງ​ໃນ​ລະຫວ່າງ​ຂະ​ບວນ ການ​ແຍກ​ດີ​ເອັນ​ເອນັ້ນ​ ຍັງ​ຕ້ອງ​ໃຊ້​ສານ​ເຄມີ​ທີ່​ເປັນ​ພິດ​ອີກ​ດ້ວຍ.



​ເຄື່ອງ​ນີ້​ເອົາ​ອອກ​ມາ​ໂດຍ​ການ​ໃຊ້ microscopic probe ຈຸ່ມ​ລົງ​ໃນ​ສານ​ຕົວຢ່າງ​ທີ່​ໄດ້​ຈາກ​ນ້ຳລາຍ ​ເສມຫະ ຫຼື ​ເລືອດ ​ແລ້ວ​ອາ​ໃສ​ສະໜາມ​ໄຟ້ຟ້າ​ຂອງ​ແຫຼວ​ດືງອານຸພາກ​ຕ່າງໆ ​ໃຫ້​ມາ​ຢູ່​ລວມ ກັບ​ບໍລິ​ເວນ microscopic probe ອານຸພາກ​ຂະໜາດ​ໃຫຍ່​ເມື່ອ​ມາ​ຈັບ​ກັບ​ປາຍ probe ຈະ​ຫຼຸດ​ອອກ​​ໄປໃນ​ຂະນະ​ທີ່​ ເປັນ​ເປັນ​ໂມ​ເລ​ກຸນ​ຂອງ​ດີ​ເອັນ​ເອທີ່​ມີ​ຂະໜາດ​ນ້ອຍ​ເມື່ອ​ມາ​ຈັບ​ຈະ​ເກາະ​ຕິດ​ຢູ່​ກັບ​ບໍລິ​ເວນ​ຜິວ​ຂອງ probe ​ເຮັດ​ໃຫ້​ສາມາດ​ແຍກ​ດີ​ເອັນ​ເອອອກ​ຈາກ​ໂມ​ເລ​ກຸນ​ອື່ນ​ໄດ້ ​ແລະ ຍັງ​ໄດ້​ດີ​ເອັນ​ເອທີ່​ບໍລິສຸດ​ອີກ​ດ້ວຍ.
ປັດຈຸບັນ​ເຄື່ອງ​ສະກັດ​ດີ​ເອັນ​ເອນີ້​ຢູ່​ໃນ​ລະ​ຫວ່າງ​ຂະ​ບວນການ​ຜລິດ​ເພື່ອ​ນຳ​ໄປ​ສົ່ງ​ໃຫ້​ແກ່​ສະຖານ​ພະຍາ ບານ ​ແລະ ​ໂຮງໝໍ​ຕ່າງໆ

WRITTEN BY HIPPONERDY ON MAY 8, 2013. POSTED IN ຊີວະ​ວິທະຍາ, ວິທະຍາສາດ​, ​ເຕັກ​ໂນ​ໂລ​ຊີ, ​ເຕັກ​ໂນ​ໂລ​ຊີ ຊີວະ​ພາບ.

1 comment: