Wednesday, June 11, 2014

ແຈກຫນັງສືນິຍາຍກ່ຽວກັບການທ່ຽວປ່າ, ລ່າສັດ, ຜະຈົນໄພ: ເປັນພາສາໄທ (PDF)

ຕາມຫົວຂໍ້ເລີຍສຳລັບທ່ານທີ່ມັກອ່ານນິຍາຍກ່ຽວກັບການທ່ຽວປ່າ, ລ່າສັດທີ່ເປັນພາສາໄທ ທ່ານສາມາດດາວໂຫລດລົມຄອມ ຫລື ມືຖືຂອງທ່ານໄວ້ອ່ານເພີນໆໄດ້ເລີຍຕາມລີ້ງລຸ່ມນີ້:
ໂດຍຂົ້າພະເຈົ້າຈະແຈກຢາຍເທື່ອລະ 2 ຕອນ ຫລື ສອງຫົວທ່ານສາມາດຕິດຕາມໄດ້ຕາມ 
ບ໊ອກເກີນີ້.

1. ເລື່ອງທຳອິດ: 

ອ້າຍເກ ແລະ ງາດຳ : ໂດຍ ນ້ອຍອິນທະນົນ 

ຫນ້າປົກ:

ລິ້ງດາວໂຫລດ: 

http://www.megafileupload.com/en/file/541089/1---------------------------------------------------------------------------pdf.html




2. ເລື່ອງທີ 2: 

ຫນ້າປົກ: 



ລີ້ງດາວໂຫລດ:

http://www.megafileupload.com/en/file/541090/2---------------------------------------------------------------------------------------------------------------------pdf.html



ຫວັງວ່າຄົງຖືກໃຈທ່ານຜູ້ທີ່ມັກອ່ານເລື່ອງລາວກ່ຽວກັບການເຂົ້າປ່າລ່າສັດ ຂໍໃຫ້ມ່ວນໆກັບການອ່ານ..





Tuesday, June 10, 2014

ວິໃຈແຫ່ລງພະລັງງານສຳລັບອູປະກອນທີ່ພັບງໍໄດ້




ສຳລັບທ່ານໃດທີ່ມີຄວາມໄຝ່ຝັນຢາກໄດ້ໂທລະສັບ ຫລື ອຸປະກອນສື່ສານທີ່ສາມາດພັບງໍໄດ້... ຝັນຂອງ ທ່ານແມ່ນກຳລັງຈະໃກ້ຄວາມຈິງເຂົ້າໄປເລື້ອຍໆແລ້ວ ເນື່ອງຈາກວ່າ ນັກວິໃຈຊາວອາເມລິກາໄດ້ຄົ້ນພົບ
 ວິທີທີ່ຈະສ້າງແບັດເຕີຣີ່ ທີ່ມີຄວາມສາມາດໂຄ້ງງໍໄດ້ແລ້ວ... ເນື່ອງຈາກໃນປະຈຸບັນ ອຸປະກອນຕ່າງໆທີ່ໃຊ້
ປະກອບໂທລະສັບ ຫລື ແທັບແລັດ ຕ່າງໆນັ້ນແມ່ນສາມາດເຮັດໃຫ້ໂຄ້ງງໍໄດ້ຫມົດຍົກເວັ້ນແບັດເຕີຣີ່ເທົ່ານັ້ນ.

ງານວິໃຈດັ່ງກ່າວໄດ້ຂຽນອອກໃນວາລະສານ the Journal of the American Chemical Society ແລ້ວ ໂດຍເປັນຜົນ ງານການສ້າງສັນຂອງ ທ່ານ ເຈມ ທົວສ ແລະ ທີມງານ ໂດຍໄດ້ຮັບງົບປະມານຈາກສະຖາບັນວິໃຈວິທະ ຍາສາດກອງ
ທັບສະຫະລັດ.

ໂດຍໃນການງານວິໃຈກ່າວວ່າໃນທີ່່ຜ່ານມາບັນດາອຸປະກອນທີ່ເອົາມາເຮັດແບັດເຕີຣີ່ທີ່ໂຄ້ງນັ້ນແມ່ນ ມີແທ້ ແຕ່ວ່າຍັງບໍ່ສາມາດເກັບໄຟຟ້າໄດ້ດີເທົ່າທີ່ຄວນ. ແຕ່ສຳລັບເທື່ອນີ້ທີມງານວິໃຈໄດ້ໃຊ້ວັດສະດຸ ພິເສດເຊິ່ງແມ່ນ
 ຟິມທີ່ສ້າງຈາກ ນິກແກນ ແລະ ຟູອໍໄຣ ທີ່ອຸດົມໄປດ້ວຍຫລຸມນາໂນ ຈໍານວນຫລາຍ
ເຊິ່ງເຮັດໃຫ້ມັນສາມາດເກັບໄຟຟ້າໄດ້ຫລາຍຂື້ນກວ່າເກົ່າໂດຍຂະຫນາດເທົ່າເດີມ.

ນັກວິໃຈໄດ້ສະເແດງໃຫ້ເຫັນວ່າພວກເຂົາສາມາດພັບງໍແບັດເຕີຣີ່ດັ່ງກ່າວນີ້ ແລະ ສາມາດສາກໄຟເຂົ້າ ເປັນພັນໆຄັ້ງໄດ້ໂດຍເສຍປະສິດທິພາບຫນ້ອຍສຸດ ແລະ ບໍລິສັດຕ່າງໆສາມາດນໍາເອົາເທັກໂນໂລຢີໄປ ປະກອບເຂົ້າໃນອຸປະກອນມືຖືຂອງຕົນເອງໄດ້

ອ້າງອີງ: American Chemical Society. (2014, May 7). Energy device for flexible electronics packs a lot of power. ScienceDaily. Retrieved May 9, 2014 from www.sciencedaily.com/releases/2014/05/140507095946.htm