Tuesday, October 1, 2013

ງານວິໃຈໃຫມ່: ສິ່ງທີມີຊີວິດຢູ່ໂລກອາດມີຕົ້ນກຳເນີດມາຈາກດາວອັງຄານ




ສະພາບພື້ນຜິວດາວອັງຄານ







ງານວິໃຈໃຫມ່ລະບຸວ່າ ເມື່ອຫລາຍພັນລ້ານປີກ່ອນສະພາບຢູ່ດາວອັງຄານອາດເອື້ອອຳນວຍຕໍ່ການເກີດໂມລິກຸນສີ່ງມີຊີວິດ ຫລາຍກວ່າໂລກ ໂດຍຫລັກຖານອ້າງອີງທີ່ວ່າໂມລິກຸນທໍາອິດຂອງສິ່ງທີ່ມີຊິວິດປະກອບຂື້ນມາໄດ້ແນວໃດ

ທິດສະດີນີ້ ນໍາສະເຫນີໂດຍ ສາດສະດາຈານ ສະເຕເຟນ ເບນເນີ ຈາກສະຖາວັນວິທະຍາສາດ ແລະ ເທັດໂນໂລຢີໃນ ໄຮເມີ ປະເທດອາເມລິກາ. 

ໂດຍນັກວິທະຍາສາດທັງຫລາຍໄດ້ສົງໃສມາດົນແລ້ວວ່າ ອາຕອມທຳອິດ ລວມຕົວເປັນໂມລິກຸນຂອງສິ່ງທີ່ມີຊີວິດໄດ້ຢ່າງ RNA, DNA ແລະ ໂປຣຕີນໄດ້ຢ່າງໃດ, ໂດຍໂມລະກຸນນີ້ປະກອບກາຍເປັນຊິ້ນສ່ວນພັນທຸກຳທີ່ສັບຊ້ອນ ກວ່າສານອິນຊີ ໃນຍຸກກໍາເນີດໂລກເມື່ອ 3 ພັນລ້ານປີກ່ອນ ແລະ ເຊື່ອວ່າ RNA ອາດຈະເກີດກ່ອນໂມລິກຸນອື່ນ

ສາດສະດາຈານ ເບນເນີ ກ່າວວ່າ ເມື່ອໃຫ້ຄວາມຮ້ອນ ຫລື ແສງໃນສານອິນຊີຕັ້ງຕົ້ນໃນຂອງແຫລວເຂັ້ມຂຸ້ນ ເພື່ອຈໍາລອງ ການສ້າງໂມລິກຸນສິ່ງທີ່ມີຊີວິດ ປະກົດວ່າມັນບໍ່ກາຍເປັນ RNA ແຕ່ກາຍເປັນນໍ້າມັນດິນແທນ. RNA ຈຳເປັນຕ້ອງມີແກນ ແບບເພື່ອກໍ່ຕົວເປັນຮ່າງ ເຊີ່ງຕ້ອງໃຊ້ອາຕອມຕົ້ນແບບທີ່ບໍລິເວນຜີວຜຶກແຮ່ທາດ ເຊີ່ງແຮ່ດັ່ງກ່າວມີຢູ່ໃນມະຫາສະມຸດຂອງ ໂລກໃນຍຸກຕົ້ນໆ. ແຕ່ແຮ່ທາດນີ້ກໍ່ມີຢູ່ຢ່າງຫລວງຫລາຍທີ່ດາວອັງຄານ ຫລາຍກວ່າດາວດວງອື່ນໃນລະບົບສຸລິຍະ ແລະ ນີ້ອາດຈະບົ່ງບອກວ່າສິ່ງທີ່ມີຊິວິດອາດເລິ່ມຕົ້ນມາຈາກດາວອັງຄານກ່ອນທີ່ຈະມາຍັງໂລກໂດຍອຸທະກະບາດ


ອຸທະກະບາດຈາກດາວອັງຄານ
ສາດສະດາຈານເບນເນີໄດ້ເພີ່ມນໍ້າຫນັກໃຫ້ຂໍ້ສະຫນັບສະຫນູນດັ່ງກ່າວ່າ: ດາວອັງຄານເປັນຈຸດເລີ່ມຕົ້ນຂອງຊີວະມົນທົນ (Biosphere) ລະຫວ່າງດວງດາວໂດຍມີແຮ່ທາດ Boron ແລະ molyblenum ທີ່ເປັນເງື່ອນໄຂສໍາຄັນເຮັດໃຫ້ອາຕອມປະ ກອບເປັນໂມລິກຸນສິ່ງທີ່ມີຊິວິດ, ເຂົາຍັງເນັ້ນໃຫ້ເຫັນວ່າແຮ່​​ boron ຊ່ວຍໃຫ້ວົງແຫວນຄາໂບໂຮເດດ ກໍ່ໂຕຂື້ນຈາກສານອິນຊີ ຕັ້ງຕົ້ນ (pre-biotic) ແລະ molyblenum ກໍຍຶດເອົາໂມລິກຸນໃຈກາງ ແລ້ວຈັດລຽງໃຫ້ຢູ່ໃສຮູບຂອງ Ribos ແລ້ວ ເປັນ RNA ໃນທີ່ສຸດ.

ທ່ານຍັງກ່າວອີກວ່າເມື່ອ 3 ພັນລ້ານປີກ່ອນອົກຊີເຈນໃນໂລກນັ້ນມີພຽງເລັກນ້ອຍ ແຕ່ດາວອັງຄານມີຫລາຍກວ່າ ດັ່ງນັ້ນ ຈີ່ງເປັນໄປໄດ້ທີ່ໂມລິກຸນຂອງສິ່ງທີ່ມີຊິວິດອາດກໍ່ຕົວຂື້ນທີ່ນັ້ນ, ແລ້ວຕິດມານໍາອຸທະກະບາດຕົກມາຍັງໂລກ

ເອົາ.... ບາດນີ້ໃຜມີທິດສະດີຫຍັງຕື່ມເອົາມາບອກກັນແນ່ເດີ

ທີ່ມາ: http://forum.khonkaenlink.info



Wednesday, September 25, 2013

ຣິວິວ iOS7 ຕາມແບບພື້ນໆ ຂອງຂ້າພະເຈົ້າ

ມີໂອກາດໄດ້ລອງອັບເດດໄອໂຟນເປັນ iOS7 ມີເວລາວ່າງຈິ່ງຖືໂອກາດມາເລົ່າໃຫ້ກັນຟັງເຖິງປະສົບການກ່ຽວກັບ iOS7 ນີ້
ໂດຍລວມແລ້ວກໍ່ຖືວ່າດີ ແຕ່ຢາກຫນ່ວງໆຫນ້ອຍຫນື່ງ, ແບ໊ດກະສໍ່າໆກັນກັບ iOS6 (ຂ້າພະເຈົ້າທົດລອງໃນ Iphone 4)
ຂ້າພະເຈົ້າຍອມຮັບເລີຍວ່າບໍ່ມັກການອອກແບບຫນ້າຕາຂອງໄອໂອເອັສ 7 ປານໃດ, ແລ້ວ ທ່ານໃດທີ່ຫວັງວ່າຈະມີພາສາ ລາວແມ່ນໃຫ້ລືມໄດ້ເລີຍຂ້າພະເຈົ້າຊອກແລ້ວບໍ່ມີ  ຫລື ວ່າໃຜຮູ້ວິທີເອົາເຂົ້າບອກແນ່ເດີ.

ປລ: ຈາກຮູບທ່ານຈະເຫັນວ່າ ຄີບອດປ່ຽນສີໄປໃນບາງຫນ້າຂອງແອັບ, ແຕ່ບາງແອັບຈະເປັນຄີບອດແບບເກົ່າ


ຫນ້າຕາຂອງໄອໂອເອັສ 7 ກະປະມານນີ້ງາມຢູ່ ລຽບງ່າຍດີ ແຕ່ສຳລັບຂ້າພະເຈົ້າບໍ່ມັກປານໃດ ມັກໂຕເກົ່າຫລາຍກວ່າ ພະຍາຍາຫາວິທິກັບໄປ 6 ຢູ່ຍັງບໍ່ທັນໄດ້ປານນີ້, ຈາກພາບທ່ານຈະເຫັນວ່າຫນ້າຕາປ່ຽນໄປຢ່າງຊີ້ນເຊິງ, ໄອຄອນຮູບ, ແມັບ
, ເກມເຊັນເຕີ ແລະ ອື່ນປ່ຽນໃຫ້ລຽບງ່າຍຂື້ນກວ່າເກົ່າ, ໄອຄອນສັນຍານມືຖືເປັນຈໍ້າໆ ບໍ່ຮູ້ວ່ານັກອອກແບບນັ້ນຄິດຫຍັງ, ໄອຄອນແບ໊ດກະປ່ຽນໄປ, ຖ້າທ່ານສັງເກດດີຈະເຫັນວ່າ ໄອຄອນໂມງນັ້ນແມ່ນຈະສະແດງ ເວລາຕົວຈິງໄປນໍາເລີຍອັນນີ້ ກະຄັກດີ

 ໃນເວີຊັນນີ້ທ່ານສາມາດເລື່ອນນີ້ວຈາກຂອບລຸ່ມຈໍຂື້ນເທິງເພື່ອເບີ່ງ Control center ຫລື ເລື່ອນຈາກຂອບເທິງຈໍລົງລຸ່ມເພື່ອເບິ່ງ Notification center ໄດ້ ແລະ ສິ່ງທີ່ພິເສດອີກຢ່າງຫນື່ງແມ່ນທ່ານ ສາມາດເລື່ອນນີ້ວບ່ອນໃດກໍ່ໄດ້ເທິງ ຫນ້າຈໍຈາກເທິງລົງລຸ່ມ ເພື່ອເຂົ້າສູ່ Seacrh ໄດ້ ບໍ່ຕ້ອງເລື່ອນໄປຈົນຮອດຫນ້າ ໂຮມ ແລ້ວ ກົດສອງຄັ້ງຄືແຕ່ເກົ່າ:

ໂດຍສ່ວນຕົວແລ້ວຂ້າພະເຈົ້າວ່າ ລັກສະນະນີ້ມັນຢາກໄປທາງແອນດອຍ











 ນີ້ແມ່ນຫນ້າຈໍລ໊ອກສະກຣີນ ຈະເຫັນວ່າປ່ຽນໄປຫລາເຕີບ ບໍ່ມີແຖບລູກສອນຄື ເກົ່າມີແຕ່ເຄື່ອງຫມາຍ >  Slide to unlock

ສິ່ງທີ່ປ່ຽນໄປນອກຈາກຫນ້າຕາແມ່ນ ທ່ານສາມາດເລື່ອນຢູ່ບອ່ນໃດກໍ່ໄດ້ຂອງ ຫນ້າຈໍ ຈາກຊ້າຍຫາຂວາເພື່ອປົດລ໊ອກ ບໍ່ຈໍາເປັນຕ້ອງເລື່ອນຢູ່ແຖບເລື່ອນ ຄືເກົ່າ

ປລ: ສິ່ງທີ່ປ່ຽນອີກຢ່າງແມ່ນ ສິຂອງລ໊ອກ ແລະ ລະຫັດປົດລ໊ອກສະກຣີນແມ່ນ ຈະປ່ຽນໄປຕາມຫນ້າ ຈໍວອລເປເປີ ທີ່ເຮົາ ເຊັ່ນ: ຕັ້ງຮູບທີ່ມີສີຂຽວ ກໍ່ຈະເປັນສີ ຂຽວເປັນຕົ້ນ












ອັນນີ້ແມ່ນຫນ້າຈໍການໂທລຽບງ່າຍ ແຕ່ຂ້າພະເຈົ້າບໍ່ມັກສຸດກະຮູບປຸ່ມມົນໆນີ້ ສ່ວນຟັງຕ່າງໆຄືກັບໄອ 6 ທຸກປະການ ປ່ຽນໄປແຕ່ຫນ້າຕາ, ສີຕອນກົດຢ່າງຫນື່ງ, ຕອນກຳລັງໂທອອກຢ່າງຫນື່ງ ວິນຫົວໄປອີກແບບ





ສ່ວນປະຕິທິນປ່ຽນມາເປັນແບບນີ້ ຖືວ່າສະດວກໄປອີກແບບ ສາມາດແຕະ ແລະ ເລື່ອນ ຫລື ຊູມຂືນເບິ່ງເດືອນທີ່ຕ້ອງການໄດ້, ການໃສ່ເຫດການຕ່າງໆກໍ່ງ່າຍຂື້ນ ອັນນີ້ຄັກດີ


















ອັລລະບັ້ມຮູບດຽວນີ້ແບ່ງເປັນວັນທີ່ໃຫ້ຮຽບຮ້ອຍ, ໃນໂຟນີ້ສາມາດແຊຮູບໄດ້ ຫລາຍຮູບພ້ອມກັນໂດຍການຕິກຮູບທີ່ຕ້ອງການ, ເລື່ອນແລ້ວຕິກ ຕາມຈໍານວນ ຮູບທີ່ຕ້ອງການ ຈາກນັ້ນຄິກ Next ແລ້ວກະຈາຍ ບໍ່ວ່າຈະເປັນ Facebook, twitter,  ເສຍແຕ່ບໍ່ມີ WhatApp, Line ຢູ່ໃນລິສນີ້ ອັບເດດທັງທີຫນ້າຈະເອົາ ມາໃສ່ ເພື່ອບໍ່ໃຫ້ຫຍຸ້ງຍາກ














ນີ້ແມ່ນຫນ້າຕາ SMS ທົ່ວໄປກະງາມດີ ແຕ່ສິ່ງທີ່ຂ້າພະເຈົ້າຂັດຕາສຸດກະແມ່ນ
ປຸ່ມລຶບ Deleted ຫລັງຈາກທີ່ລາກນິ້ວໄປທາງຂວານີ້ລະ ສີ່ຫລ່ຽມກາກໆ
ນີ້ມັນວິນໂດວໂຟນແທ້ໆ

ຫນ້າຕາພາຍໃນຂອງ SMS ກໍ່ຖືວ່າງາມໃຊ້ໄດ້ລຽບງ່າຍດີ ຕາມຄວາມເຫັນ ສ່ວນຕົວຂ້າພະເຈົ້າມັກແບບໃຫມ່ນີ້ຫລາຍກວ່າໂຕເກົ່າ











ຫນ້າຂອງການຕັ້ງຄ່າ
ສັງເກດວ່າ Cellular ຈະອອກມາຢູ່ນອກແລ້ວບໍ່ໄດ້ຢູ່ໃນ General ຄືເກົ່າເຮັດໃຫ້ ປິດສັນຍານອິນເຕີເນັດມືຖືງ່າຍຂື້ນ, ແຕ່ຂ້າພະເຈົ້າຂ້ອງໃຈວ່າ ຟັງຊັ່ນທີ່ໃຊ້ດຸ ປານນີ້ເປັນຫຍັງບໍ່ເອົາໄປໃສ່ໃນ Control center ຢູ່ຫນ້າຈໍພຸ້ນແບບແອນດອຍ

ແລ້ວສິ່ງທີ່ເພີ່ມຂື້ນມາອີກໃນຕັ້ງຄ່ານີ້ແມ່ນ: Control center ແຕ່ໃນນີ້ກໍ່ບໍ່ສາ ມາດຕັ່ງຄ່າຫຍັງຫລາຍນອກຈາກປິດ-ເປີດ ຄອລໂທລເຊັນເຕີເທົ່ານັ້ນ












ແຕ່ສິ່ງທີ່ຂ້າເຈົ້າມັກຢູ່ໃນນີ້ກໍ່ຄື ເຂັມທິດທີ່ປ່ຽນສີໃຫ້ງາມກວ່າເກົ່າ ແລະ ເມື່ອ ທ່ານເລື່ອນຫນ້າຈໍໄປທາງຊ້າຍ ທ່ານກໍ່ຈະໄດ້ ເຄື່ອງວັດຄວາມອຽງ ເປັນອົງສາອີກດ້ວຍ ເອົາໄປແທກແທນນໍ້າທ່ຽງໄດ້ສະບາຍ




ເອົາລະບາດນີ້ພໍ ສໍ່ານີ້ກ່ອນເທົ່າທີ່ທົດລອງມາຮູ້ທໍ່ນີ້, ຖ້າໃຊ້ໄປອີກຄາວຫນື່ງມີຫຍັງຊິມາບອກຕໍ່

ໂດຍລວມແລ້ວ iOS 7 ສຳລັບຂ້າພະເຈົ້າແມ່ນບໍ່ຢາກດີໃຈປານໃດ ຫນ້າຈະມີຫຍັງແປກໃຫມ່ກວ່ານີ້ ແຕ່ສຳລັບທ່ານອື່ນທີ່ ຢາກລອງຄວາມແປກໃຫມ່ແບບເລັກໆນ້ອຍກໍ່ສາມາກລອງໄດ້, ແຕ່ທ່ານຈະບໍ່ສາມາດກັບມາ iOS6 ໄດ້ອີກ ນອກຈາກຈະ ໄປແຫກຄຸກແບບຂ້າພະເຈົ້າ

ຂອບໃຈທີ່ອ່ານຈົນຈົບ


Thursday, September 19, 2013

ທ່ານຮູ້ຫລືບໍ ? ແຮງດຶງດູດຂອງໂລກແຕ່ລະບ່ອນໃນໂລກບໍ່ເທົ່າກັນ



ຫລາຍທ່ານອາດເຄີຍໄດ້ຮຽນວິຊາຟິຊິກແຕ່ມໍຕົ້ນກ່ຽວກັບແຮງດຶງດູດຂອງໂລກ ຕາມຫລັກການຂອງ ນິວເຕີນແຕ່ທ່ານອາດ ຍັງບໍ່ທັນຮູ້ວ່າແຮງດຶງດູດຂອງໂລກໃນແຕ່ລະພື້ນທີ່ນັ້ນບໍ່ເທົ່າກັນ (g ~ 9m/s)

ນັກວິໃຈຈາກອອ໊ດສະລີ ແລະ ເຢຍລະມັນໄດ້ສ້າງແຜນທີ່ສະແດງເຖິງແຮງດຶງດູດຂອງໂລກ ແລະ ຊີ້ໃຫ້ເຫັນວ່າຄວາມຜັນແປ ຂອງແຮງດຶງດູດຄາດເຄື່ອນໄປຈາກທີ່ຄາດໄວ້ເຖິງ 40​%

ໃນການສືກສາ ນັກວິໃຈໄດ້ໃຊ້ຂໍ້ມູນຈາກກະສວຍອາວະກາດຂອງສະຫະລັດອາເມລິກາໂດຍມີຜູ້ຊ່ຽວຊານຈາກມະຫາວິທະ ຍາໄລ ເຄີຕິນ ອົດສະຕາລີ ແລະ ມະຫາວິທະຍາໄລ ມິວມິກ ນໍາໂດຍ ດຣ ຄຣິດຕຽນ ເຮີສ ມາຊ່ວຍປັບປຸງແຜນທີ່ໃຫ້ມີຄວາມ ລະອຽດຍິ່ງຂື້ນ




"ນີ້ເປັນຄວາມພະຍາມແຕ້ມແຜນທີ່ແຮງດຶງດູດທີ່ມີລາຍລະອຽດສູງຄັ້ງທຳອິດຂອງໂລກ ດຣ ເຮິສ ກ່າວ"

ງານວິໃຈຄັ້ງນີ້ໄດ້ທົດລອງໂດຍການປ່ອຍວັດຖຸຈາກທີ່ສູງ 200 ແມັດຈາກທັງຫມົດ 3​ ພັນລ້ານແຫ່ງທົ່ວໂລກເພື່ອທົດສອບ ແຮງດຶງດູດ ແລະ ສ້າງແຜນທີ່ໃຫ້ຄອບຄຸມທົ່ວໂລກ ເຊິ່ງສະແດງໃຫ້ເຫັນ ຄວາມແຕກຕ່າງຂອງການຕົກຂອງວັດຖຸໃນແຕ່ລະ ແຫ່ງ ໂດຍແຮງດຶງດູດຕໍ່າສຸດແມ່ນຢູ່ບໍລິເວນພູເຂາ Huascaran ທີ່ທະວິບອາເມລິກາໃຕ້ ແລະ ຄ່າສູງສຸດແມ່ນຢູ່ທີ່ຂົ້ວໂລກ ເຫນືອ

ຜົນຈາກການສຶກສານີ້ ຈະມິປະໂຫຍດຢ່າງມະຫາສານໃນການວິເຄາະທາງວິທະຍາສາດທີ່ກ່ຽວກັບແຮງດຶງດູດຂອງໂລກ ນັບແຕ່: ການເຄື່ອນທີ່, ພຶດຕິກຳຂອງພຶດ, ສັດ, ມະນຸດໃນເຂດຕ່າງໆ ແລະ ອື່ນໆ

ທີ່ມາ: Curtin University (2013, September 4). Gravity variations over Earth much bigger than previously thought. ScienceDaily. Retrieved September 8, 2013, from http://www.sciencedaily.com/releases/2013/09/130904105345.htm







Tuesday, September 17, 2013

ນາຊ່າ ເປີດເຜີຍຮູບດາວເຄາະຄູ່ແຝດຂອງໂລກ



''Kepler 22-b" ແມ່ນດາວນອກລະບົບສຸລິຍະຈັກກະວານທີ່ມີຄຸນລັກສະນະໃກ້ຄຽງກັບໂລກທີ່ສຸດເທົ່າທີ່ເຄີຍພົບມາ ລັກສະ ນະດາວມີສີຟ້າຄ້າຍກັບໂລກ ແຕ່ມີຂະຫນາດໃຫຍ່ກວ່າໂລກ 2.4 ເທົ່າ ມີອຸນນະພູມຢູ່ຜິວດາວປະມານ 22 ອົງສາ ໂດຈອນ ອ້ອມດາວທີ່ມີລັກຊະນະຄ້າຍດວງຕາເວັນໃຊ້ເວລາ 290 ວັນ (ໂລກໃຊ້ເວລາ 365 ວັນ) ແຕ່ນາຊ່າ ຍັງບໍ່ທັນເປີດເຜີຍວ່າດາວ ດັ່ງກ່າວມີຫີນ ຫລື ກາສ ຫຍັງແດ່ ແຕ່ຈາກຫລັກຖານຕ່າງໆທີມງານເຊື່ອວ່ານີ້ເປັນດາວທີ່ເອື້ອອຳນວຍຕໍ່ການກຳເນີດມີສິ່ງ ທີ່ມີຊິວິດເພາະມີອຸນນະພູມ ແລະ ບັນຍາກາດທີ່ເຫມາະສົມ ໂດຍດາວດວງນີ້ຫ່າງຈາກໂລກປະມານ 600 ປີແສງ,  1 ປີແສງເທົ່າກັບ 9460730472580 ກິໂລແມັດ (ຖ້າການເດີນທາງແບບມະນຸດປະຈຸບັນຄົງໃຊ້ເວລາເປັນແສນຊາດຈິ່ງຮອດ)
ນອກຈາກນີ້ກ້ອງໂທລະທັດ Kepler ຍັງສຶບຕໍ່ຊອກຫາດາວອື່ນໆ ທີ່ໃກ້ຄຽງກັບໂລກໃນຂອບເຂດນີ້ຕື່ມອີກເຊິ່ງຄາດວ່າຈະ ມີປະມານ 1000 ກວ່າດວງ

ທີ່ມາ:  http://www.nasa.gov/mission_pages/kepler/news/kepscicon-briefing.html

Friday, September 6, 2013

ດາວຫາງຂະຫນາດແຈ້ງສະຫວ່າງສໍ່າດວງຈັນຈະຜ່ານໂລກໃນປີ 2013


ຈາກການສັງເກດ ແລະ ຕິດຕາມຜ່ານກ້ອງເບີ່ງດາວທີ່ຕັ້ງຢູ່ສະຖານີເບິ່ງດາວ ທາງພາກໃຕ້ຂອງລັດເຊຍ ໂດຍ 2 ນັກວິ ທະຍາສາດລັດເຊຍໄດ້ໃຫ້ຮູ້ວ່າ ດາວຫາງທີ່ມີຊີ່ວ່າ: C/2012 S1 (ISON) ເຊີ່ງພົບໂດຍ Artyom Novichonok and Vitaly Nevsky (ບໍ້ຮູ້ອ່ານພາສາລັດເຊຍ) 2 ນັກວິທະ ຍາສາດຊາວລັດເຊຍ. ຈະໂຄຈອນເຂົ້າມາໃກ້ໂລກທາງທ້ອງຟ້າດ້ານເຫນືອ ໃນເດືອນມັງກອນ 2013 ນີ້ ໂດຍດາວຫາງດັ່ງກ່າວແມ່ນ ມີຂະຫນາດໃຫຍ່ ແລະ ສະຫວ່າງສໍ່າເດືອນເພັງ ແລະ ສາມາດເຫັນໄດ້ ແມ່ນແຕ່ຍາມກາງເວັນ ໃຜທີ່ບໍ່ຢາກພາດໂອກາດນີ້ໃຫ້ຕິດຕາມຂ່າວໃຫ້ດີ



ອີງຕາມການລາຍງານຂອງສະຖາຕິດຕາມດວງດາວ ແຈ້ງໃຫ້ຮູ້ວ່າໃນວັນທີ 28 ພະຈິກ 2013 ດາວຫາງນີ້ຈະໂຄຈອນຜ່ານດວງ ອາທິດໃນໄລຍະຫ່າງພຽງ 1.2 ລ້ານກິໂລແມັດເທົ່ານັ້ນ ແລະ ຖ້າມັນບໍ່ແຕກກະຈາຍຍ້ອນຄວາມຮ້ອນຂອງດວງອາທິດກ່ອນ ມັນຈະ ຜ່ານຕໍ່ມາທີ່ໂລກປະມານເດືອນ ມັງກອນ 2014 ດ້ວຍວົງໂຄຈອນຫ່າງປະມານ 63​ ລ້ານກິໂລແມັດ.ໄລຍະຂະຫນາດນີ້ຈະເຮັດແສງ ອາທິດສະທ້ອນບັນດາຝຸ່ນລະ ອອງຂອງດາວ ຫາງໃຫ້ຮຸ່ງແຈ້ງຈົນສາມາດເຫັນດ້ວຍຕາເປົ່າໄດ້ທັງກາງເວັນ ແລະ ຄືນ. 

ເຖິງຢ່າງໃດກໍ່ຕາມ ພຶດຕິດກຳຂອງດາວຫາງແມ່ນຍາກທີ່ປະເມີນ ມັນອາດຈະປ່ຽນວົງກະທັນໄປທາງອື່ນກໍ່ໄດ້ ເອົາເປັນວ່າຕິດ ຕາມ ເບິ່ງຕໍ່ໄປກະແລ້ວກັນ

ວິຊາການເຫີ່ຍໆ

ທີ່ມາ: http://endthelie.com/2012/09/28/newly-discovered-comet-could-outshine-the-moon-in-2013/#axzz2e5zCnkxL


Sunday, August 25, 2013

ຍານວອຍເອເຈີ 1 ເຄື່ອນທີ່ພົ້ນອອກຈາກລະບົບສຸລິຍະແລ້ວ



ຫລັງຈາກເດີນທາງມາ 36 ປີ ຈາກການປ່ອຍຍານໃນວັນທີ 5 ກັນຍາ  1977 ຍານວອຍເອເຈີຂອງນ່າຊ່າ ທີມີພາລະ ກິດສຳຫລວດລະບົບ ສຸລິຍະ ແລະ ການສື່ສານກັບຕ່າງດາວ, ໂດຍຍານໄດ້ປະກອບໄປດ້ວຍອຸປະກອນ ກວດຈັບຄື່ນສັນ ຍານແມ່ເຫລັກ, ແຜ່ນຈະລຶກຂໍ້ຄວາມເທິງແຜ່ນຄໍາຈາກຊາວໂລກ ແລະ ສະແດງຕໍາແຫນ່ງທີ່ຕັ້ງຂອງໂລກໃນລະບົບສຸລິຍະ ຈັກກະ ວານ ເພື່ອມີສີ່ງທີມີຊິວິດຈາກນອກໂລກອາດສາມາດອ່ານມັນໄດ້.

ລ່າສຸດນັກວິທະຍາສາດໄດ້ຢືນຢັນແລ້ວວ່າຍານດັ່ງກ່າວພົ້ນອອກຈາກລະບົບສຸລິຍະໄປແລ້ວເຊິ່ງມີຄວາມໄກຈາກໂລກເຮົາ ປະມານ18,000 ລ້ານກິໂລແມັດ ນັບວ່າເປັນສິ່ງທີ່ປະດິດມະນຸດສ້າງຂື້ນທີ່ສາມາດອອກໄປໄກທີ່ສຸດ

ເນື່ອງຈາກໄລຍະທີ່ໄກປານນັ້ນການຮັບສົ່ງຂໍ້ມູນລະຫວ່າງຍານກັບໂລກເຮົາແມ່ນມິຄວາມເປັນໄປໄດ້ຍາກສຸດ ແລະ ໃຊ້ເວ ລາສົ່ງຫລາຍສິບປີ  ແຕ່ນັກວິທະຍາສາດກໍ່ສາມາດລະບຸຕໍາແຫນ່ງຂອງຍານນີ້ໄດ້ ໂດຍອາໃສແບບຈໍາລອງ ຂອງລະບົບ ສຸລິຍະ

ທີ່ມາ: http://vcharkarn.com


Thursday, August 15, 2013

ທ່ານຮູ້ບໍ່ວ່າ Google ອ່ານອີເມລຂອງທ່ານທຸກສະບັບຫາກທ່ານໃຊ້ Gmail


ຫລາຍທ່ານອາດເຄີຍໃຊ້ອີເມລຂອງ Gmail ເມລທີ່ກຳລັງຮິດທີສຸດໃນປະຈຸບັນໃນການສົ່ງຈົດຫມາຍວຽກງານ, ສົງຫາກິກ ຫາແຟນ, ສົ່ງຫາເມຍນ້ອຍ, ເມຍໃຫຍ່ເລື້ອຍໆ...... ແຕ່ທ່ານຮູ້ບໍ່ວ່າ ເມລທຸກອັນຂອງທ່ານນັ້ນຈະຖືກເປີດອ່ານດ້ວຍລະບົບ ຂອງ Google ..... ເຊິ່ງນີ້ກໍ່ມີທັງຜົນດີຜົນເສຍ, ຜົນດີທີ່ທາງກູ້ເກີ້ລບອກນັ້ນແມ່ນ ທ່ານຈະສາມາດຄົ້ນຫາ ອີເມລ ແລະ ສິ່ງ ຕ່າງໃນບັນຊີເມລຂອງທ່ານໄດ້ຢ່າງແມ້ນຢໍາ( ແນ່ນອນລະກະແນວໄປອ່ານເມລຈົນຫມົດ), ນອກຈາກນັ້ນຂໍ້ມູນດັ່ງກ່າວ ຊ່ວຍໃຫ້ ກູ້ເກີ້ລຕອບສະຫນອງບໍລິການທີ່ເຫມາະສົມກັບທ່ານໄດ້ດີຂື້ນເຊັ່ນ: ການຄົ້ນຫາຄວາມຮູ້, ສິ່ງຕ່າງໆທີ່ກົງກັບທ່ານ ໄດ້ດີຂື້ນເປັນຕົ້ນ..... ສ່ວນຜົນເສຍກະມີແນ່ນອນລະສຳລັບຜູ້ທີ່ມັກຄວາມເປັນສ່ວນຕົວ ແລະ ຜູ້ທີ່ໃຊ້ເມລສົ່ງສິ່ງທີ່ສຳຄັນ ເພາະ ກູ້ເກີ້ລ ຈະຮູ້ຂໍ້ມູນຂອງທ່ານທັງຫມົດ ເຖິງວ່າກູ້ເກີ້ລ ຈະບອກວ່າ ບໍ່ໄດ້ສົນໃຈ ນໍາຂໍ້ມູນຂອງລູກຄ້າກໍ່ຕາມ, ເຖິງຂັ້ນ ມີລູກຄ້າຫລາຍ ຟອ້ງກູ້ເກີ້ລ ພຸ້ນລະ

ສຳລັບຂ້າພະເຈົ້າບໍ່ມີຫຍັງສຳຄັນໃນອີເມລ ກູ້ເກີ້ລ ສະບາຍໃຈຫາຍຫ່ວງ ອ່ານໄປໂລດລະ , ສຳລັບທ່ານໃດ ຫລື ອົງກອນໃດ ທີ່ຫວັງຝາກຂໍ້ມູນທີ່ສຳຄັນໄວ້ກັບອີເມລ ກໍ່ໃຫ້ພິຈາລະນາໃຫ້ດີ


ວິຊາການເຫີ່ຍໆ

Monday, August 5, 2013

ນັກວິທະຍາສາດສາມາດສ້າງຊີ້ນງົວສັງເຄາະໄດ້ແລ້ວ ເຊີ່ງຈະສາມາດແກ້ບັນຫາອາຫານຂາດແຄນໃນອະນາຄົດ



ເມື່ອວັນທີ 5 ສີງຫາ 2013 ທີ່ຜ່ານມານັກວິທະຍາສາດປະເທດເນເທີແລນໄດ້ເປີດຕົວແຮມເບີເກີທີ່ເຮັດຈາກຊີ້ນງົວສັງເຄາະ
ເປັນຄັ້ງທໍາອິດຂອງໂລກ ໂດຍການນໍາເອົາເຊວ ຈາກເນື້ອເຫຍື່ອຂອງງົວມາເພາະລ້ຽງໃຫ້ ໄດ້ຊີ້ນຕາມປະລິມານທີ່ຕ້ອງການ ເຊິ່ງເບີເກີດັ່ງກ່າວມີນໍ້າຫນັກ 140 ກຣາມ.

ໂດຍ ມາກ ໂພສ ສາດສະດາຈານຂອງມະຫາວິທະຍາໄລ ມາສຕິດ ຫົວຫນ້າທີມວິໃຈໄດ້ກ່າວວ່າ ເບີເກີດັ່ງກ່າວຳໄດ້ມາຈາກ ການນໍາເອົາເຊວຂອງງົວທີ່ລ້ຽງຕາມທຳມະຊາດມາເພາະລ້ຽງ ໃນສານລະລາຍອາຫານເພື່ອໃຫ້ເກີດການສ້າງເນື້ອເຫຍື້ອ ຈົນໄດ້ປະລິມານທີ່ຕ້ອງການ ແລະ ໂດຍໄດ້ທໍາການປຸງແຕ່ງເປັນແຮມເບີເກີ ໃຫ້ອາສາສະຫມັກຊິມແລ້ວ ເພື່ອຢັ້ງຢືນວ່າ ເນື້ອສັງເຄາະນີ້ມີຄວາມປອດໄພ ແລະ ສາມາດແທນທີ່ເນື້ອງົວແທ້ ໄດ້ອະນາຄົດ


ສາດສະດາຈານຍັງໄດ້ກ່າວຕື່ມວ່າ ການທົດລອງນີ້ອາດເປັນການປະຕິວັດວົງການອາຫານ ແລະ ສາມາດຕອບສະຫນອງ ຊີ້ນໄດ້ໃນອະນາຄົດທີ່ ອາຫານເລີ່ມຂາດແຄນ ແລະ ການລ້ຽງສັດທີ່ຈະມີເນື້ອທີ່ຈຳກັດລົງໄປເລື້ອຍໆ ແລະ ທີ່ສຳຄັນເນື້ອສັງ ເຄາະນີ້ຈະຫລຸດຂັ້ນຕອນ ແລະ ຕົ້ນທຶນ ຈາກການລ້ຽງສັດເພື່ອສະຫນອງອາຫານໄດ້ຈຳນວນມະຫາສານໃນອະນາຄົດ 10 - 20 ປີ ເຖິງວ່າຕອນນີ້ຕົ້ນທືນການຜະລິດເນື້ອສັງເຄາະຍັງສູງຢູ່ກໍ່ຕາມແຕ່ໃນອະນາຄົດເມື່ອຜະລິດເປັນການຄ້າໄດ້ແລ້ວລາ ຄາຈະຖືກລົງຈົນສາມາດເປັນຜະລິດຕະພັນທົ່ວໄປໄດ້

ທີ່ມາ: http://www.bbc.co.uk/news/science-environment-22885969

Sunday, August 4, 2013

ບົດວິເຄາະ ຄວາມແຕກຕ່າງລະຫວ່າງ Iphone ແລະ Android ລຸ້ນດີໆ(Sumsung , HTC...)




ຫລາຍທ່ານອາດກຳລັງເລືອກຊື້ໂທະສັບໃຫມ່ຢູ່ ແຕ່ຍັງລັງເລບໍ່ຮູ້ວ່າຈະເລືອກອັນໃດລະຫວ່າງໂທລະສັບສຸດໄຮໂຊໂຄດແພງ ຢ່າງ Iphone ແລະ ລຸ້ນສະເປັກເທບທີ່ສົມລາຄາຢ່າງ Samsung ບົດວິເຄາະນີ້ຈະໃຫ້ຂໍ້ມູນທ່ານໃນການຕັດສິນໃຈດີຂື້ນ
ວ່າລຸ້ນໃດເຫມາະກັບຕົວເອງ: ມາເລີ່ມເລີຍ

1. Iphone

ຈຸດດີ:

- ລະບົບມີຄວາມຫມັ້ນຄົງ ແລະ ບໍ່ມັກຄ້າງເນື່ອງຈາກຜູ້ລະລິດເຄື່ອງ ແລະ ລະບົບເປັນເຈົ້າດຽວກັນຄື Apple
- Apps ມີຈຳນວນຫລາຍ ແລະ ມີຄຸນນະພາບ
- ການຕອບສະຫນອງຂອງຫນ້າຈໍລື່ນໄຫລດີທີ່ສຸດໃນປະຈຸບັນ
- ກ້ອງຖ່າຍຮູບໄດ້ງາມ ບໍ່ຕ້ອງປັບຫຍັງກະຖ່າຍໄດ້ດີ
- ເມນູ ແລະ ການໃຊງານງ່າຍ ແລະ ບໍ່ສັບຊ້ອນເກີນໄປ
- ແບັກອັບຂໍ້ມູນງ່າຍແຕ່ຕອ້ງມີໄອຈູນ
- ເຄສ ຫລື ອຸປະກອນຕົກແຕ່ງຫາໄດ້ງ່າຍ ໄປຮ້ານໃດກະມີ ແລະ ມີຫລາກຫລາຍອີກ
- ຂະຫນາດຈໍບໍ່ໃຫຍ່ເກີນໄປເຫມາະກັບໃຊ້ ມືດຽວ
- ມີການຮັບປະກັນທີ່ດີ (ບໍ່ແນ່ໃຈຂື້ນກັບແຕ່ລະຮ້ານ ແຕ່ຈະດີກວ່າຢີ້ຫໍ້ອື່ນ)
- ໃຊ້ແລ້ວເບິ່ງຄືວ່າເປັນຜູ້ດີ, ໄຮໂຊ
- ອັບເດດໄດ້ຕະຫລອດ ບໍ່ວ່າລຸ້ນຈະເກົ່າປານໃດ (ນອກຈາກຈະເປັນລູ້ນທີ່ເກົ່າແທ້ໆ ຢ່າງ Iphone2)
- ຂາຍມືສອງລາຄາບໍ່ຕົກຫລາຍປານໃດສຳລັບຄົນທີ່ມັກໃຊ້ຫນ່ວຍໄຫມ່ໄປເລື້ອຍໆ

ຈຸດອ່ອນ:

- ແບດຫມົດໄວໂດຍສະເພາະເມືອ່ຕໍ່ 3 ຈີ
- ພາສາລາວພີມຍາກ(ຖ້າມີ) ໄທກະຍາກ ເນື່ອງຈາກຈໍນ້ອຍ
- ການເຊື່ອມຕໍ່ ແລະ ໂອນໄຟລຕ່າງໆເຊັ່ນ: ຮູບ, ເພງ, ຍາກຕ້ອງຜ່ານ Itune ຢ່າງດຽວເຊິ່ງປະຈຸບັນຂ້າພະເຈົ້າບໍ່ແນ່ໃຈວ່າ ຄົນທີ່ໃຊ້ໄອໂຟນ ຊິມີຈັກຄົນເອົາເພງເຂົ້າໄອໂຟນເອງເປັນແນ່
- ຫນ້າຈໍນ້ອຍເບິ່ງຫນັງເບິ່ງເວັບ ບໍ່ໄດ້ຄັກຄືລຸ້ນຈໍໃຫຍ່ອື່ນໆ
- ເຄື່ອງອະໄຫລ່ໂຄດແພງ ເສຍຫາຍເລັກນ້ອຍຕຽມເງິນໄວ້ໂລດບໍ່ຕໍ່າກວ່າ ພັນປາຍບາດ
- ຂອບເປັນອະລຸມີນຽມດັ່ງນັ້ນມັນຈິ່ງສາມາດບຸບໄດ້ຕ້ອງລະວັງ
- ເປັນລະບົບປິດດັ່ງນັ້ນຈິ່ງບໍ່ສາມາດປັບແຕ່ງຄ່າຕ່າງໆເຊັ່ນ: ໂຮມສະກຮີນໄດ້, Apps ສ່ວນຫລາຍເສຍເງິນ (ນອກຈາກແຫກຄຸກ)
- ບໍ່ມີຫລາຍສີສັນ, ມີແຕ່ຂາວ ກັບ ດໍາໃຫ້ເລືອກ (ສຳລັບຂ້າພະເຈົ້າບໍ່ມີບັນຫາໃນເລື່ອງນີ້)

2. Samsung ຫລື ແອນດອຍລຸ້ນດີໆອື່ນໆ

ຈຸດດີ:

-​ ຫນ້າຈໍໃຫຍ່ ເບິ່ງເວັບ ເບິ່ງຫນັງໄດ້ສະໃຈດີ ພິມກໍ່ງ່າຍເພາະປຸ່ມມັນໃຫຍ່ຕາມ ແລະ ມີຄີບອດຫລາຍອັນໃຫ້ເລືອກໃຊ້
- ຫນ້າຈໍ Full HD ຄົມຊັດ
- ການໂອນໄຟລເຊັ່ນ: ຫນັງ, ເພງ ກັບຄອມແມ່ນງ່າຍ ຄ້າຍຄືກັບກອບປີໃສ່ USB
- ແບັດທົນ, ເຖິງທົນຫລາຍກວ່າໄອໂຟນ
-​ ມີຫລາຍລຸ່ນ, ຫລາຍສີສັນ, ຫລາຍລາຄາໃຫ້ເລືອກຕາມງົບໃຜມັນ
- ສາມາດເພີ່ມຄວາມຈຳພາຍນອກໄດ້, SD card
- ສ້ອມແປງໄດ້ງ່າຍ ແລະ ລາຄາບໍ່ແພງທຽບກັບໄອໂຟນ

ຈຸດອ່ອນ:

- ລະບົບບໍ່ສະຖຽນເທົ່າກັບໄອໂຟນ (ໃນປະຈຸບັນກໍ່ດີຂື້ນຫລາຍແລ້ວ) ເຊິ່ງບາງສ່ວນກໍ່ເກີດມາຈາກຜູ້ໃຊ້ປັບແຕ່ງເກີນໄປ ຫລື ລົງແອບທີ່ບໍ່ມີຄຸນນະພາບ
- ຄວາມລື່ນໄຫລຂອງຫນ້າຈໍຍັງສຳຜັດບໍ່ໄວສຳ່ໄອໂຟນ(ຫນອ້ຍກວ່າໃນລະດັບສ້ຽວວິນາທີ)
- ການຮັບປະກັນບາງຢີ່ຫໍ້ຍັງບໍ່ທັນດີ
- ລາຄາຕົກໄວກວ່າໄອໂຟນ
- ເຄສ ຫລື ອຸປະກອນຕົກແຕ່ງຫາຍາກກວ່າໄອໂຟນ ຫລື ອາດຍາກທີ່ສຸດສຳລັບບາງຢີ່ຫໍ້
- ໃຊ້ບໍ່ຫລູຫລາຄືໄອໂຟນ (ສຳລັບບາງທ່ານ)

ເອົາບາດນີ້ຮູ້ຄ່າວໆ ແລ້ວຫວັງວ່າຈະຊ່ວຍໃນການຕັດສິນໃຈຂອງທ່ານບໍ່ຫລາຍກໍຫນ້ອຍ

ທີ່ມາ: www.pantip.com

ສິ່ງທີ່ມີຊີວິດເກີດຂື້ນມາໃນໂລກນີ້ຕັ້ງ 2,200,000,000 ປີມາແລ້ວ



ນັກທໍລະນີວິທະຍາ ຈາກລັດ ໂອເລກອນ ຂອງສະຫະລັດ ໄດ້ຫລັກຖານຈາກຊາກດືກດໍາບັນ ທີ່ຄົ້ນພົບໃນອະຟຣິກກາໃຕ້ ຢັ້ງຢືນວ່າ ສິ່ງທີ່ມີຊີວິດເລີ່ມເກີດຂື້ນເທິງໂລກຕັ້ງແຕ່ 2,2 ພັນລ້ານປີມາແລ້ວ ເຊີ່ງເກົ່າແກ່ກວ່າທີ່ຄາດກັນມາດົນແລ້ວເຖິງ 4 ເທົ່າ ຄືແຕ່ກ່ອນຄາດວ່າສິ່ງທີ່ມີຊິວິດເລີມມີຕັ້ງແຕ່ 5 ຮອ້ຍລ້ານປີມານີ້ເອງ

ນັກທໍລະນີວິທະຍາ ໄດ້ກ່າວວ່າຊາກດືກດໍາບັນທີ່ເຂົາເຈົ້າພົບນັ້ນບໍ່ແມ່ນສັດ ຫລື ພືດ ແຕ່ຫາກແມ່ນຊາກຈຸລິນຊີຫຍາບໆ​ ເຊິ່ງໃນການພິສູດ ພວກເຂົາຕ້ອງໃຊ້ເຄື່ອງ ເອັກສເລ ກຳລັງສູງຈາກຫ້ອງປະຕິບັດການ ລໍເລັນເບີກສເລ ແຫ່ງຊາດ ເຊີ່ງຕັ້ງຢູ່ ລັດແຄລິຟໍເນຍ

ປລ: ອ່ານແລ້ວກະໄປທຽບກັບປື້ມປະຫວັດສາດມໍຕົ້ນເດີ ວ່າຕ່າງກັນແນວໃດ

ທີ່ມາ: http://forum.khonkaenlink.info/index.php?topic=17119301.0

Thursday, August 1, 2013

ອີໂຄໄລ ເທັກໂນໂລຢີຊ່ວຍປະຢັດພະລັງງານ ຮັກສາສິ່ງແວດລ້ອມ



ໃນຍຸກທີ່ພະລັງງານກຳລັງຂາດແຄນຕາມການຂະຫຍາຍຕົວຂອງປະຊາກອນ, ເສດຖະກິດ ສົ່ງຜົນໃຫ້ມີຄວາມຈໍາເປັນຕ້ອງ ໄດ້ມີການປະຢັດພະລັງງານ

ເທັກໂນໂລຢີຕ່າງໆ ແມ່ນມີບົດບາດສຳຄັນໃນການປະຢັດພະລັງງານ ການໃຊ້ເທັກໂນໂລຢີທີ່ເຫມາະສົມຈະຊ່ອຍປະຢັດພະ ລັງງານຢ່າງມະຫາສານ ແລະ ອີໂຄໂລ (eco-light technology ) ກໍ່ເປັນຫນື່ງໃນນັ້ນ

ເທັກໂນໂລຢີ ອີໂຄໄລ ທີ່ຫນ້າສົນໃຈ ແມ່ນລະບົບຫລອດໄຟ LED ແລະ OLED ເຊິ່ງນັກອອກແບບໄດ້ພັດທະນາເຂົ້າມາໃຊ້ ໃນວົງການອຸດສະຫະກຳມາປະມານ 5​ ປີແລ້ວ ໂດຍຫລອດໄຟຊະນິດນີ້ສາມາດຫລຸດຜ່ອນການການໃຊ້ພະລັງານເຖິງ 15 - 70​ % ເຈົ້າຂອງກິດຈະການສາມາດຄືນທຶນໄດ້ພາຍໃນເວລາບໍ່ເກີນ 5 ປີ ສ່ວນຫລອດ OLED ເປັນພາລາສະຕິກເຮືອງ ແສງນາໂນຄ້າຍກັບແຜ່ນຟິມທີ່ມີຄວາມໂປ່ງໃສໃຫ້ແສງສີຕ່າງ ສາມາດພັບງໍໄດ້ຕາມຮູບແບບ ເພື່ອຕົກແຕ່ງອາຄານຕ່າງໆ ຫລື ເຮັດອຸປະກອນຕ່າງໆ, ໂດຍຫລອດໄຟແບບດັ່ງກ່າວນີ້ນອກຈາກຈະປະຢັດພະລັງງານແລ້ວຍັງຊ່ວຍສ້າງບັນຍາກາດດີ ອີກດ້ວຍເນື່ອງຈາກແສງທີ່ບໍ່ເປັນຜົນກະທົບຕໍ່ສາຍຕາເທົ່າກັບຫລອດທຳມະດາ

ແຕ່ເນື່ອງຈາກລາຄາຂອງຫລອດໄຟຊະນິດຍັງສູງ ຈິ່ງເຮັດໃຫ້ການໃຊ້ຍັງບໍ່ທັນແຜ່ຫລາຍ ແຕ່ເຊື່ອວ່າໃນອະນາຄົດລາຄາ ຈະຖືກລົງ ແລະ ການນໍາໃຊ້ກໍ່ຈະເພີ່ມຂື້ນ ແລະ ຈະແທນທີ່ຫລອດໄຟທຳມະດາໄປ

ທີ່ມາ:
http://www.dailynews.co.th/technology/222397

Wednesday, June 19, 2013

ຄໍາ­ທໍານາຍ­ຂອງ ສະ­ຕິບເຟນ ຮໍຄິງຈະ­ເປັນ­ຈິງໃນ­ອີກ 300 ປີ.



ອາດ­ພາຍໃນ­ບໍ່ຊ້າ ຫຼືໃນໄວໆ­ນີ້ ມະ­ນຸດ­ຊາດຈະ­ຖືກ­ບັງ­ຄັບໃຫ້­ໜີອອກໄປຈາກໂລກ-ນັກ­ວິທະ­ຍາ­ສາດ­ຈາກ­ຫຼາຍໆ­ປະ­ເທດໄດ້­ພາກັນ ສຶກ­ສາກ່ຽວກັບ­ບັນ­ຫານີ້. ມັນເຕັມໄປດ້ວຍເຫດ­ຜົນກ່ຽວກັບ­ບັນ­ຫາດັ່ງກ່າວ​ນີ້ ​ເຊັ່ນ:ໄພພິບັດ­ທຸກໆ­ຊະ­ນິດ, ສົງ­ຄາມໂລກ ແລະ­ອື່ນໆ­. ການ­ໜີໄປສ້າງ ອານານິຄົມເທິງຫ້ວງອະ­ວະ­ກາດເປັນ­ທາງ­ອອກ­ສໍາ­ລັບ­ບັນ­ຫານີ້. ມະ­ນຸດ­ຊາດ­ມີຄວາມ­ສາມາດ ໜີໄປຢູ່ໂລກ­ອື່ນ ຫຼືດາວເຄາະ­ດວງ­ອື່ນໄດ້​ແທ້​ຈິງ­ບໍ? 
ຄົນເຮົາ­ຕ້ອງ­ການ­ທີ່ຈະ­ໜີອອກໄປຈາກໂລກ. 
“ມະ­ມຸດ­ຊາດຈະ­ບໍ່­ອາດ­ສາມາດ­ຢູ່ໂລກເຮົາ­ຕໍ່ໄປໄດ້­ອີກ­ພາຍໃນ­ນຶ່ງ­ພັນ­ປີຕໍ່ໜ້າ, ຖ້າ­ຫາກ­ບໍ່­ສາມາດ ຊອກ­ພົບເຫັນ­ດາວເຄາະ­ໃໝ່ດວງ­ອື່ນ ທີ່­ສາມາດ­ອາໄສຢູ່ໄດ້” ນັກ­ດາ­ລາ­ສາດ­ຟີຊິກ ຜູ້­ມີຊື່­ສຽງ­ຂອງ­ອັງ­ກິດໄດ້ກ່າວໄວ້ເຊັ່ນ­ນີ້ ຊຶ່ງປະ­ຈຸບັນທ່ານ­ມີອາຍຸໄດ້ 71ປີ ແລະ­ທ່ານ­ກໍໄດ້ ຮຽກຮ້ອງໃຫ້ມະ­ນຸດ­ຊາດພະ­ຍາຍາມແຂ່ງ­ຂັນ­ກັນເພື່ອທໍາການ­ສໍາ­ຫຼວດຫ້ວງອະ­ວະ­ກາດເພື່ອຄວາມ­ຢູ່ລອດໃນ­ຂັ້ນ­ຕໍ່ໄປ.“ພວກເຮົາ­ຕ້ອງ ສືບ­ຕໍ່ໄປຫ້ວງອະ­ວະ­ກາດເພື່ອມະ­ນຸດ­ຊາດ. ພວກເຮົາ­ຈະ­ບໍ່­ສາມາດ­ອາໄສຢູ່­ຕໍ່ໄປອີກໄດ້­ອີກ­ພາຍໃນ­ນຶ່ງ­ພັນ­ປີ ໂດຍ­ທີ່­ບໍ່­ມີຄວາມ­ສາມາດ­ໜີ ອອກ­ຈາກ ໂລກ­ຂອງເຮົາໄດ້” ທ່ານກ່າວ ໃນເມືອງ­ລອດ ແອນ­ຈີແລດ Los Angeles ແລະ­ຍັງກ່າວຢໍ້າອີກວ່າ” ການ ແຜ່ກະ­ຈາຍໄປ ສູ່ຫ້ວງອະ­ວະ­ກາດຈະ­ມີຜົນສະ­ທ້ອນ­ອັນ­ຍິ່ງໃຫຍ່. ມັນຈະ­ປ່ຽນແປງອະ­ນາ­ຄົດ­ຂອງມະ­ນຸດ­ຊາດ ໂດຍ­ສົມ­ບຸນ ແລະ­ມັນ­ອາດຈະ­ສາມາດ­ກໍານົດ ອະ­ນາ­ຄົດ­ຂອງ­ພວກເຮົາໃຫ້­ມີອະ­ນາ­ຄົດ­ສືບ­ຕໍ່ໄປໄດ້”. 
ໃນ­ປີ 2006, ຮໍຄິງໄດ້ເວົ້າກ່ຽວກັບ­ຄວາມ­ຈໍາເປັນ­ທີ່ຈະ­ຕ້ອງ­ມີທີ່­ຢູ່ບ່ອນໃໝ່­ສໍາ­ລັບ­ຄົນເຮົາ. ທ່ານ ໃຫ້­ຄໍາເຫັນວ່າ ໂອກາດ­ດຽວທີ່ຈະ­ພາໃຫ້ ພວກເຮົາ­ຢູ່ລອດ­ກໍ່­ຄືການ­ອາໄສຢູ່­ດາວເຄາະ­ດວງ­ອື່ນ. ທ່ານ­ຍັງເປັນ­ຜູ້­ທີ່ເຊື່ອວ່າໃນ ເອກກະ­ພົບແຫ່ງ­ອື່ນໆ­ນັ້ນ­ມີສິ່ງ­ທີ່­ມີຊີວິດເກີດ­ມີຢູ່­ຫຼາຍໆ­ ແຫ່ງ. ຊຶ່ງ­ນັ້ນ­ກໍ່­ຄື ມະ­ນຸດຕ່າງ­ດາວ, ແຕ່ທ່ານ­ກໍໄດ້ເຕືອນ ໄພກ່ຽວກັບ­ການ­ຕິດ­ຕໍ່­ກັບ­ມຸດຕ່າງ­ດາວອື່ນໆ­ຊຶ່ງ­ມັນເປັນໄປໃນແບບ­ທີ່ ມະ­ນຸດ ຕ່າງ­ດາວຈະ­ກາຍເປັນ­ຕົວອັນຕະ­ລາຍແກ່ມະ­ນຸດ­ຊາດເຮົາ. ພວກເຂົາ­ສາມາດ­ທີ່ຈະ­ມາຍຶດ­ຄອງໂລກ, “ ຖ້າມະ­ນຸດຕ່າງ­ດາວມາ­ຢ້ຽມ­ຢາມ ພວກເຮົາ, ຜົນ­ທີ່ໄດ້­ຮັບ­ກໍຈະ­ເປັນ­ດັ່ງ­ທີ່ ໂຄລໍາບັດ Columbus ໄປພໍ້ອະ­ເມ­ລິກາ ແລະ­ມັນ­ກໍ່­ບໍ່ໄດ້­ນໍາ­ຜົນ­ດີຫຍັງ ມາໃຫ້ແກ່­ຊາວພື້ນເມືອງ ອະ­ເມ­ລິກາເລີຍ” ທ່ານກ່າວເນັ້ນໄວ້ຢ່າງ­ນັ້ນ. 

ສະ­ຕິບເຟນ ຮໍຄິງ ເປັນ­ນັກ­ວິທະ­ຍາ­ສາດ­ທີ່­ມີຊື່­ສຽງ, ເປັນ­ຜູ້­ທີ່­ຖືກ­ຈັດໃຫ້ເປັນ­ນຶ່ງໃນ 10ນັກ­ວິທະ­ຍາ­ສາດ­ອັດສະ­ລິຍະ­ໃນຊ່ວງເວລາ­ຂອງ ພວກເຮົາ. ເມື່ອອາຍຸ 21 ເຂົາເປັນພະ­ຍາດກ່ຽວກັບ ລະ­ບົບ­ສູນ­ກາງປະ­ສາດ­ທີ່ຮ້າຍແຮງ ຊຶ່ງ­ປົກກະ­ຕິຜູ້ເປັນພະ­ຍາດ­ດັ່ງກ່າວຈະ­ບໍ່­ຢືນ­ຍາວ ຕໍ່ໄປໄດ້ ຮອດ10ປີ ແຕ່­ຮໍຄິງ­ສາມາດ­ຕໍ່­ສູ້­ກັບພະ­ຍາດ­ດັ່ງກ່າວຜ່ານ­ມາໄດ້ເຄິ່ງ­ສັດຕະ­ວັດແລ້ວ. ທ່ານ­ສື່­ສານ­ກັບປະ­ຊາ­ຊົນໂດຍໃຫ້ເຄື່ອງ ຈັກເປັນ­ຕົວອອກ­ສຽງໃຫ້ ຈຶ່ງ­ກາຍເປັນ­ນັກ­ວິທະ­ຍາ­ສາດ­ທີ່ ງຽບ­ຂຶມ­ຢູ່­ພາຍໃນ­ຈິດໃຈ. ໃນ­ປີ 1988 ທ່ານໄດ້­ພິມ­ປື້ມກ່ຽວກັບປະ­ຫວັດຫຍໍ້ ຂອງເວລາ A Brief History of Time” ຊຶ່ງເປັນ­ປື້ມ­ທີ່­ນິຍົມ­ກັນອ່ານແລະ­ໄດ້­ຂາຍ­ຫຼາຍ­ທີ່­ສຸດ. ຈາກ­ນັ້ນ­ມາ ກໍໄດ້­ພີມ­ປື້ມ­ອື່ນໆ­ກ່ຽວ ກັບເອກກະ­ພົບ­ອອກ­ມາ. ໃນ­ປີ 2009 ປະ­ທານາ­ທິບໍດີອະ­ເມ­ລິກາ ທ່ານ ບາ­ຣັກ ໂອບາມາ ກໍໄດ້ມອບ­ຫຼຽນ ເສລີພາບໃຫ້ທ່ານ ອັນເປັນ­ຫຼຽນ­ສູງ­ສຸດ­ຂອງ­ລັດຖະ­ບານ­ມອບໃຫ້­ພົນລະ­ເມືອງ. 
ທ່ານ ຊຽກ­ກີ ກ­ຣີເຊບສກີ Sergei Krichevsky ນັກອະ­ວະ­ກາດ, ເປັນ­ສາດສະ­ດາ­ຈານ ຂອງສະ­ຖາບັນ­ການ­ສຶກ­ສາ­ທາງດ້ານ ເສດຖະ­ກິດ­ຂອງປະ­ເທດ­ຣັດເຊັຍ. ທ່ານ­ຜູ້­ນີ້ໄດ້ເຫັນ­ດີກັບທ່ານ ສະ­ຕີເຟນ ຮໍຄິງ ໂດຍກ່າວວ່າ” ຖ້າ­ຫາກມະ­ນຸດ­ຊາດຕ້ອງ­ການ­ສືບ­ຕໍ່ ມີຊີວິດ­ຢູ່ ແລະ­ຈະ­ພັດ ທະ­ນາເຕີບໂຕຕໍ່ໄປ, ພວກເຮົາ­ຕ້ອງ­ອອກໄປຈາກໂລກ, ຊຶ່ງ­ບາງເທື່ອພວກເຮົາອາດຈະ­ຕ້ອງໄດ້­ໜີປະ­ໂລກໄປ” ກ­ຣີເຊບສກີ ເປັນ­ຜູ້­ລີເລີ່ມເຄື່ອນໄຫວໂຄງ­ການ­ທີ່ເອີ້ນວ່າ” ຣັດເຊັຍ 2045 Russia 2045” ໂຄງ­ການ­ນີ້­ມີເປົ້າ­ໝາຍ­ຮວມ­ຝຸງ­ຄົນ ໃຫ້ເປັນ­ປຶກແຜ່ນໃນ­ຄວາມ­ຄິດ ອັນ­ດຽວ- ຈະ­ແຜ່ຂະ­ຫຍາຍ­ຄົນໄປຕັ້ງ­ຖິ່ນ­ຖານ­ຢູ່ຫ້ວງອະ­ວະ­ກາດແຫ່ງ­ອື່ນໄດ້ຢ່າງໃດ. ສະ­ມາ­ຊິກໃນ ຂະ­ບວນ­ການເຄື່ອນໄຫວນີ້ພະ­ຍາຍາມ­ຊອກ­ຫາວີທີການ­ອັນ­ຫຼາກ­ຫຼາຍເພື່ອການ­ມີຢູ່ຂອງ ຄົນ ເມື່ອໂລກໄດ້­ສູນ­ສິ້ນໄປ. (ສາມາດສືບຕໍ່ອ່ານເລື່ອງລາວທີ່ຫນ້າສົນໃຈກ່ຽວກັບຄຳທຳນາຍຂອງທ່ານ ສະຕິບເຟນ ຮອລກິ້ງໄດ້ທີ່) : 

http://www.bailane.com/Blog/ViewBlog.aspx?sid=116&hid=41253

ຂໍຂອບໃຈບົດຄວາມຈາກ:
ຜູ່ຂຽນ explorer
ສະມາຊິກເວັບໄຊ: bailane.com

Thursday, June 13, 2013

ພືດທີ່ຖືກແຊ່ແຂງຫລາຍຮ້ອຍປີ ສາມາດຄືນຊີບໄດ້



ນັກວິທະຍາສາດໄດ້ພົບພືດທີ່ຖືກແຊ່ແຂງມາຕັ້ງແຕ່"ຍຸກນໍ້າແຂງນ້ອຍ" ເມື່ອຫລາຍຮ້ອຍປີກ່ອນ ເກີດຟື້ນຄືນແຕກຫນໍ່ ແລະ ເຕີບໂຕຂື້ນໄດ້ໃນຫ້ອງວິໃຈເຊິ່ງເປັນເລື່ອງແປກທີ່ມັນສາມາດທົນໄດ້ປານນັ້ນ



ການວິໃຈດັ່ງກ່າວເປັນຜົນງານຂອງກູ່ມນັກວິໃຈຈາກມະຫາໄລ ອັລເບີດາ ປະເທດ ການາດາທີ່ໄດ້ສຳຫລວດໄປຕາມທາງ ນໍ້າແຂງ ໃນແຖບອາກຕິກໂຊນການາດາ

ດຣ ແຄດເທິລິນ ລາຟາສ ຫົວນ້າທີມວິໃຈກ່າວວ່າພວກເຂົາພົບພືດເຫລົ່ານີ້ເທິງພື້ນນໍ້າແຂງທີ່ເລີ່ມລະລາຍ ພືດດັ່ງກ່າວຊື່ ວ່າ: ໄບໂອໄຟ (Bryophyte) ທີ່ມີອາຍຸປະມານ 400 ຮ້ອຍປີ ເຊິ່ງມີຄວາມແຕກຕ່າງຈາກພືດທົ່ວໄປຄືບໍ່ມີທໍ່ນໍ້າລ້ຽງທີ່ສາມາດ ດຶງເອົານນໍ້າຈາກບໍລິເວນອື່ນມາໃຊ້ ຄືກັບຮາກພືດໃນປະຈຸບັນ

ພືດດັ່ງກ່າວຢູ່ລອດໄດ້ຕະຫລອດລະດູຫນາວຂອງອາກຕິກ ໂດຍທີ່ທີ່ຕົວມັນບໍ່ມີນໍ້າເລີຍ ແລະ ຟື້ນຄືນມາໃນລະດູຮ້ອນ, ສິ່ງທີ່ ຫນ້າແປກໃຈພືດທີ່ຖືກທັບຖົມດ້ວຍນໍ້າແຂງແມ່ນມັນສາມາດຟື້ນຂື້ນມາໄດ້ຢ່າງໃດ ຄວາມນີ້ເປັນສິ່ງຢັ້ງວ່າເຮົາຍັງບໍ່ທັນຄົ້ນ ພົນພືດ ແລະ ສັດອື່ນໆທີ່ສາມາດດຳລົງຊີວິດໃນພື້ນນໍ້າແຂງຫລາຍຊະນິດ




Tuesday, June 11, 2013

ຊີວິດສ່ຽງໄພຂອງຜູ້ຮັກສາປ່າໄມ້


ຢູ່ລາວກໍ່ບໍຕ່າງກັນຫນ່ວຍງານລາດຕະເວນປ່າສະຫງວນໄດ້ 70000 ກີບຕໍ່ວັນ (ຖ້າເປັນໂຄງການ) ຖ້າເປັນຂອງລັດ 800.000 ກີບຕໍ່ເດືອນ ຫນ້ອຍກວ່າເງິນຂອງພະນັກງານຫ້ອງການອີກ

Sunday, June 9, 2013

ສິພັນດອນ ດິນແດນແຫ່ງຄວາມສວຍງານ, ເອກະລັກ, ທໍາມະຊາດ ແລະ ຄວາມຫລາກຫລາຍທາງດ້ານ ຊີວະນາໆພັນ




ຫລາຍທ່ານເຄີຍໄດ້ຍິນຊື່: ສີພັນດອນ ຫລື ຫລາຍທ່ານອາດເຄີຍເປັນທ່ອງທ່ຽວມາແລ້ວ ແລະ ສໍາລັບຜູ້ ທີ່ຍັງບໍ່ທັນຮູ້ ສີພັນດອນເປັນເຂດດິນບໍລິເວນນຳ້ເຂດຫນື່ງທີ່ຕັ້ງຢູ່ທາງພາກໃຕ້ສຸດຂອງປະເທດລາວກວມ ເອົາເຂດເມືອງໂຂງ, ແຂວງຈຳປາສັກ ແລະ ເຂດແຂວງ ສຕຣິຶງແຕງ ຂອງປະເທດກຳປູເຈຍ





ສິ່ງທີ່ເປັນເອກະລັກທີ່ຂອງສີພັນດອນເມື່ອທຸກຄົນໄດ້ຍິນຊື່ນີ້: ຄົງຈະນຶກເຖິງ ນໍ້າຕົກຕາດຄອນພະເພງ, ຫລີ່ຜີ ແລະ ປາຂ່າ ເພາະທຸກສິ່ງທີ່ກ່າວມານີ້ລ້ວນແຕ່ມີຢູ່ໃນເຂດສີພັນດອນພຽງແຫ່ງດຽວໃນໂລກ ນັ້ນເປັນປະເດັນສຳຄັນຂອງນັກທ່ອງທ່ຽວທີ່ໄດ້ມາຈະຕ້ອງໄດ້ໄປຢ້ຽມຢາມສິ່ງດັ່ງ ແຕ່ຫລາຍທ່ານອາດຍັງ ບໍ່ທັນຮູ້ວ່າ ສີພັນດອນຍັງມີສິ່ງທີ່ຫນ້າສົນໃຈຫລາຍກວ່ານັ້ນອີກບໍ່ວ່າຈະເປັນຄວາມສວຍງາມຂອງທັດສະນິ ຍະພາບແມ່ນໍ້າ, ປ່າແຄມນໍ້າ, ບັນດານົກຕ່າງໆ, ວິຖີຊີວິດຂອງຊຸມຊົນກ່ຽວກັບການຫາປາ ແລະ ທີ່ສຳຄັນ ສຸດທີ່ນີ້ເປັນແຫລ່ງທີ່ຢູ່ອາໃສຂອງປາຫລາຍທີ່ສຸດໃນປະເທດລາວ ມີຊະນິດພັນປາເກືອບຫລາຍຮ້ອຍຊະ ນິດພັນທີ່ສາມາດຈຳແນກໄດ້ ແລະ ປາເຫລົ່ານີ້ໄດ້ເປັນອາຫານຫລໍ່ລ້ຽງປະຊາຊົນມາແຕ່ດຶກດຳບັນ






ແຕ່ໃນປະຈຸບັນສິ່ງທີ່ຕ່າງໆທີ່ກ່າວມານັ້ນພວມປ່ຽນແປງໄປ ດ້ວຍຮູບແບບຂອງການພັດທະນາ, ຄວາມຕ້ອງ ການ, ການເພີ່ມຂອງປະຊາກອນ ປະຈຸບັນບັນດາສັດນ້ຳ, ນົກ, ພາບທໍາມະຊາດທີ່ສວຍງາມກຳລັງຫລຸດລົງໄປ ເຖິງແມ່ນຈະຊາວບ້ານຈະມີຄວາມຜູກພັນ, ຮັກ ແລະ ຫວງແຫນຕໍ່ທຳມະຊາດທີ່ເຂົາມີຢູ່ ແລະ ພະຍາຍາມຫາ ທຸກວິທີທາງເພື່ອອະນຸລັກຢ່າງສຸດຄວາມສາມາດກໍ່ຕາມ ແຕ່ການພັດທະນາ ແລະ ການເຂົ້າມາຢູ່ຂອງນາຍທຶນກໍ່ ເປັນປັດໃຈຜັກດັນໃຫ້ທຳມະຊາດມີກ່ານປ່ຽນແປງຢູ່ດີ, ສິ່ງທີ່ເຮັດໄດ້ປະຈຸບັນກໍ່ພຽງແຕ່ຍື້ເວລາໃຫ້ສິ່ງທີ່ມີຄຸນຄ່າ ເຫລົ່ານັ້ນຄົງຢູ່ກັບຊາວບ້ານໃຫ້ດົນເທົ່າທີ່ເປັນໄປໄດ້ເທົ່ານັ້ນເອງ

Friday, June 7, 2013

ມາລຸ້ນໃຫ້ Google ປ່ອຍບານລູນກະຈາຍສັນຍານໄວຟາຍທົ່ວ ອາຟຣີກກາ ແລະ ອາຊີ


ປະຈຸບັນນີ້ມີແຫລ່ງຂ່າວຈາກສື່ຕ່າງໆທີ່ວ່າອາກູ (Google) ບໍລິສັດຍັກໃຫຍ່ດ້ານເວັບຄົ້ນຫາກໍາລັງມີແຜນທີ່ຈະສົ່ງບານລູນ ຕິດອຸປະກອນກະສັນຍາຍໄວຟາຍ ເຊິ່ງອຸປະກອນນີ້ສາມາດກະຈາຍສັນຍານໄດ້ຫລາຍຮ້ອຍກິໂລແມັດກວມເອົາທະວີບອາ ຟຣິກກາ ແລະ ອາຊີ
ທ້າຍອາທິດທີ່ຜ່ານມາສຳພັກພິມ  ວອລສະຕຣີດເຈເນຣັນ ໄດ້ຕິພິມເອກະສານທີ່ລະບຸວ່າກູເກີ້ລກໍາລັງວາງເຄືອຄ່າຍ Airborn wireless network  ເພື່ອໃຫ້ປະຊາຊົນທີ່ຢູ່ຫ່າງໄກສອກຫລີກສາມາດເຂົ້າເຖິງອິນເຕີເນັດໄດ້ (ແຕ່ວ່າຟຣີ ຫລື ບໍ່ ອີກເລື່ອຫນື່ງ)  ໂດຍຈະປ່ອຍໃນເຂດອາຟຣີກກາ ແລະ ອາຊີຕາເວັນອອກສ່ຽງໃຕ້


ໃນພື້ນທີ່ອາຟຣິກກາພື້ນທີ່ເປົ້າຫມາຍຂອງກູເກີ້ລກໍ່ຄືແຖບ Sub-saharan africa ທາງຕອນໃຕ້ຂອງທະເລຊາຍຊາຮາຣາ ມີ 48 ປະເທດ ມີປະຊາກອນລວມກັນເຖິງ 574 ລ້ານຄົນ ແລະ ມີອັດຕາການເຕີບໂຕຂອງເສດຖະກິດສູງໃນ 8-10 ປີທີ່ຜ່ານມາ ບານລຸນຍິງສັນຍານ ໄວຟາຍຂອງກູເກີ້ລທີ່ເອີ້ນວ່າ Hi-attitude platform ສາມາດກະຈາຍໄປໄດ້ຫລາຍຮ້ອຍກິໂລແມັດ ສາມາດເພີ່ມຈຳນວນຜູ້ໃຊ້ອິນເຕີເນັດຂື້ນອີກ 1 ພັນລ້ານຄົນ ທີ່ຍັງບໍ່ສາມາດເຂົ້າເຖິງອິນເຕີເນັດໄດ້
ແຕ່ເຖິງຈະມີການເປີດເຜີຍອຸປະກອນຕ່າງໆໄປແລ້ວ ແຕ່ປະຈຸບັນຍັງບໍ່ທັນມີການຢັ້ງຢືນໃດໆຈາກກູເກີ້ລ ນອກຈາກນີ້ຍັງມີ ຂ່າວວ່າກູເກິ້ລກຳລັງພິຈາລະນາການກະຈາຍສັນຍານທາງດາວທຽມເຊິ່ງອາດຈະເຮັດຄວບຄູ່ກັນໄປ.



ຂ່າວຍັງລະບຸອີກວ່າກູເກີ້ລໄດ້ເລີ່ມພັດທະນາລະບົບນີ້ມາແຕ່ປີ 2000 ແລ້ວ ເຊິ່ງໄດ້ຈົດສິດທິບັດໃນຊື່: "Hi-alttitude
platform control system"

ປລ: ຖ້າກູ້ເກີ້ລເຮັດສຳເລັດເມື່ອໃດ ເຄື່ອຄ່າຍໂທລະສັບຄ່າຍຕ່າງໆຂອງເຮົາຄົງຫນາວໄປຕາມໆກັນ


Wednesday, June 5, 2013

ສາເຫດທີ່ແຕ່ລະປະເທດບໍ່ສາມາດພິມເງິນຕາມໃຈຕົວເອງໄດ້



ກ່ອນອື່ນເຮົາມາຮູ້ຈັກຫນ້ອຍຫນຶ່ງກ່ອນ
ເງິນໃບ5,000ກີບ ສັບທະນາຄານເອີ້ນວ່າ ທະນາບັດ5,000ກີບ.
ເງິນໃບ10,000ກີບ ສັບທະນາຄານເອີ້ນວ່າ ທະນາບັດ10,000ກີບ...
(ທະນາບັດພາສາອັງກິດແມ່ນ banknote)

ການທີ່ປະເທດໃດຈະພິມທະນາບັດອອກມາ ສະແດງວ່າປະເທດນັ້ນຈະຕ້ອງມີຄຳສຳຮອງ ແລະ ຕ້ອງກຳນົດອັດຕາແລກປ່ຽນໃຫ້ຊັດເຈນ.
ສົມມຸດວ່າ: ຖ້າກຳນົດຄ່າ ຄຳ 1 ອອນ(oz) ເທົ່າກັບ 1,000ກີບ ກໍ່ຕ້ອງພິມທະນາບັດອອກມາຕາມນັ້ນ ເພື່ອທີ່ທະນາບັດຈະໄດ້ແທນຄ່າທີ່ແທ້ຈິງຂອງຄຳ.
ຖ້າພິມທະນາບັດອອກມາອີກ 1,000ກີບ ໂດຍບໍ່ມີຄຳຫນຸນຫລັງ ມູນຄ່າຂອງທະນາບັດກໍ່ຈະເສື່ອມຄ່າລົງ.
ຍິ່ງພິມທະນາບັດອອກມາຫລາຍເທົ່າໃດ ກໍ່ຍິ່ງເຮັດໃຫ້ທະນາບັດກາຍເປັນເສດເຈ້ຍຫລາຍຂຶ້ນເທົ່ານັ້ນ.

ເປັນຫຍັງຈື່ງວ່າກາຍເປັນເສດເຈ້ຍລະ? ຄັນຢາກຮູ້ກໍ່ຕ້ອງຕິດຕາມອ່ານຕໍ່ ກັບເຫດການທີ່ບໍ່ມີນັກເສດຖະສາດຄົນໃດບໍ່ຮູ້ຈັກ
ທີ່ມັນເກີດຂຶ້ນມາແລ້ວກັບປະເທດ ຊິມບາບເວ(Zimbabwe).


ບໍ່ແມ່ນຍ້ອນມີນ້ຳຕົກ ວິກຕໍເຣຍ ອັນສວຍງາມ, ບໍ່ແມ່ນຍ້ອນມີເຫມືອງຂຸດເພັດຂະຫນາດໃຫຍ່ ຫລື ຍ້ອນມີຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ,
ແຕ່ຫາກແມ່ນຊາວຊິມບາບເວທຸກຄົນແມ່ນເສດຖີພັນລ້ານ(Billionaire).

ຍ້ອນຄືນຫລັງໄປເມື່ອ 7 ປີກ່ອນ, ປະເທດນີ້ກໍ່ບໍ່ໄດ້ຕ່າງຈາກປະເທດອື່ນທົ່ວໆໄປ ແຕ່ເນື່ອງຈາກການບໍລິຫານງານທີ່ຜິດພາດ ແລະ ຂາດຄວາມເຂົ້າໃຈ
ຂອງຜູ້ນຳລັດທະບານ ເຊິ່ງນຳໄປສູ່ການສ້າງຫາຍະນະອັນໃຫຍ່ຫລວງໃຫ້ແກ່ປະຊົນທຸກໆຄົນ ຊະນິດທີ່ໂລກຕ້ອງຈາລຶກໄວ້
ເປັນອີກບົດຫນຶ່ງຂອງປະຫວັດສາດການເງິນໂລກກັນເລີຍ.

ປະຊາກອນຊາວຊິມບາບເວມີທັງຄົນຜິວຂາວ ແລະ ຄົນຜິວດຳອາໃສຢູ່ຮ່ວມກັນ ໂດຍເພິ່ງພາຄົນຜິວຂາວທີ່ຍ້າຍມາຕັ້ງຖິ່ນຖານ ເຊິ່ງເປັນເຈົ້າຂອງທີ່ດິນ
ທັງປູກຝັງແລະລ້ຽງສັດ. ສ່ວນຄົນຜິວດຳແມ່ນເປັນຊົນຊັ້ນແຮງງານ
ຄົນຂາວ ຮັບຫນ້າທີ່ເປັນຜູ້ບໍລິຫານຊັ້ນດີ.
ຄົນດຳ ເປັນແຮງງານມີຝີມື.
ທຸກຢ່າລົງຕົວ...

ຈົນເຖິງຊ່ວງຕົ້ນທົດສະວັດທີ 90 ໃນຍຸກສະໄຫມຂອງນາຍຍົກລັດທະມຸນຕີ ໂຣເບີດ ມູກາເບ(Robert Mugabe).
ລັດທະບານໄດ້ອອກກົດຫມາຍໃຫມ່ ປະຕິວັດການຈັດການທີ່ດິນທຳກິນ(Land Reform). ເນື້ອໃນໃຈຄວາມຂອງກົດຫມາຍດັ່ງກ່າວແມ່ນເພື່ອ
ຊ່ວຍຄົນຜິວດຳທີ່ເປັນຄົນພື້ນເມືອງໄດ້ມີທີ່ດິນເປັນຂອງຕົວເອງ ບໍ່ຕ້ອງຕົກເປັນລູກຈ້າງຂອງຄົນຜິວຂາວອີກຕໍ່ໄປ.
ຍຶດຄືນທີ່ດິນທີ່ເປັນກຳມະສິດຂອງຄົນຜິວຂາວ ແລ້ວແຈກໃຫ້ຄົນຜິວດຳ.
ຈຶ່ງເປັນຈຸດເລີ່ມຕົ້ນຂອງປັນຫາທີ່ຕາມມາ
----------------------------------------------------------------------------------------------------------------------------------------------------------------------------------

ຈາກຄົນຜິວດຳທີ່ເຄີຍເປັນກຳມະກອນ ບັດນີ້ໄດ້ຖືກເລື່ອນຂັ້ນມາເປັນເຈົ້າຂອງທີ່ດິນ ຈຳເປັນຕ້ອງມາບໍລິຫານ.
ຈາກຄົນຜິວຂາວທີ່ເຄີຍເປັນຜູ້ບໍລິຫານ ພັດສູນສິ້ນທຸກຢ່າງທີ່ເຄີຍເປັນຂອງຕົນເອງ. ຈຳເປັນຕ້ອງຮັບສະພາບ ເປັນກຳມະກອນ.
ຄືຈັ່ງໃຊ້ຄົນ ບໍ່ຖືກກັບປະເພດວຽກ ດ້ວຍຄວາມທີ່ດ້ອຍການສຶກສາ ແລະ ຂາດທັກສະການບໍລິຫານຈັດການ
ບໍ່ພໍເທົ່າໃດ ລະບົບເສດຖະກິດທີ່ເຄີຍຮຸ່ງເຮືອງຂອງ ຊິມບາບເວ ກໍ່ດິ່ງລົງເຫວ(ໄປຢູ່ກົ້ນຫ້ວຍ). ເກີດປັນຫາສັງຄົມມາກມາຍ.
ສຸດທ້າຍບໍ່ມົ້ມເປັນຫນີ້ IMF.

ໃນປີ 2006 ປັນຫາຫນີ້ສິນຂອງປະເທດເກີນທີ່ຈະແກ້ໄຂ. ຜູ້ວ່າທະນາຄານກາງເກີດມີໄອເດຍ(ງ່າຍໆ ແຕ່ບໍ່ສະຫລາດ) ໃນການທີ່ຈະໃຊ້ຫນີ້ຄືນ
ນັ້ນກໍ່ຄື "ການພິມເງິນ". ສະກຸນເງິນ ຊິມບາບວຽນ ໂດລ່າ (Zimbabwean Dollar : ZWD) ໃນຕອນນັ້ນມີອັດຕາແລກປ່ຽນຢູ່ປະມານ
1.59 Zim-Dollar ແລກໄດ້ 1 US-Dollar. ໃນເມື່ອປະເທດເຮົາເປັນຫນີ້ IMF ໃນສະກຸນເງິນໂດລ່າ ເຮົາກໍ່ພຽງພິມເງິນປະເທດເຮົາເພື່ອເອົາ
ໄບຊື້ເງິນໂດລ່າ ແລ້ວກໍ່ເອົາໄປໃຊ້ຫນີ້ຄືນ ງ່າຍໆ ບໍ່ຫນ້າຈະມີຫຍັງຍາກ.

16 ກຸມພາ 2006 ທະນາຄານກາງຊິມບາບເວ ຈຶ່ງຈັດພິມເງິນຄັ້ງໃຫຍ່ ມູນຄ່າ 21 Trillion (21,000,000,000,000 ZWD) ເພື່ອສະສາງປັນຫາ.
ໄດ້ຜົນ! ຫນີ້ຫາຍວັບ!!!ໄປກັບຕາ, ແຕ່ຜົນທີ່ຕາມມາພັດກາຍເປັນວ່າ ຍິ່ງຮ້າຍແຮງຫລາຍກວ່າການເປັນຫນີ້ຫລາຍເທົ່າ.
ເງິນ 21T ອອກໄປທ່ຽວຕ່າງປະເທດໄດ້ບໍ່ດົນ ກໍ່ຫມຸນວຽນກັບເຂົ້າມາໃນລະບົບເສດຖະກິດຂອງ ຊິມບາບເວເອງ.
ສະກຸນເງິນ ZWD ຫລຸດຄ່າລົງຢ່າງໄວວາ ຕາມຫລັກ supply demand (ເນື່ອງຈາກມີແຕ່ເງິນເຕັມໄປຫມົດທຸກແຫ່ງຫົນ...
ສິ່ງໃດທີ່ຫາໄດ້ງ່າຍເກີນໄປກໍ່ຍ່ອມໄຮ້ຄ່າ ເມື່ອມີແຕ່ເຈ້ຍເງິນນັ້ນຫລາຍຈົນເກີນໄປ ຄ່າຂອງມັນກໍ່ຫລຸດຕ່ຳລົງ ເວົ້າໄດ້ວ່າຄົນບໍ່ຄ່ອຍເຫັນຄ່າ
ຂອງເຈ້ຍເງິນນັ້ນ ຄືເຊັ່ນຫມາກກ້ວຍລົ້ນຕະຫລາດ ລາຄາກໍ່ຖືກລົງ).

ໃນເມື່ອເງິນດ້ອຍຄ່າລົງ ສິນຄ້າທຸກຢ່າງຕ້ອງປັບຂຶ້ນລາຄາຕາມທັນທີ(ກໍ່ເປັນໄປຕາມຫລັກ supply demand ອີກເຊັ່ນເຄີຍ) ເດືອດຮ້ອນເຖິງ
ນາຍຍົກ ໂຣເບີດ ມູກາເບ ທີ່ຕ້ອງຮີບສັ່ງການໃຫ້ທະນາຄານກາງແກ້ໄຂປັນຫາໂດຍດ່ວນ ຊຶ່ງແນ່ນອນ ອາວຸດຄູ່ກາຍທະນາຄານກາງທຸກໆປະເທດ
ມີພຽງສອງຢ່າງ ແຕ່ສຳຫລັບ ຊິມບາບເວ ຄືການພິມ ພິມ ພິມໆ ລະກະ ພິມ ເປັນຄຳຕອບສຸດທ້າຍທີ່ຈະເຮັດໃຫ້ປະຊາຊົນມີເຈ້ຍເງິນໃນມືຫລາຍຂຶ້ນ.

ໃນເດືອນ ມິຖຸນາ ປີດຽວກັນ ປະລິມານເງິນ 60T ຖືກອັດສີດເຂົ້າໃນລະບົບ, ວັດຖຸປະສົງກໍ່ເພື່ອຈ່າຍເພີ່ມເປັນເງິນເດືອນໃຫ້ກັບບັນດາ ທະຫານ
ຕຳຫລວດ ແລະ ຂ້າລາດຊະການ ເພາະເຂົ້າຂອງແພງເຫລືອເກີນ.
ແຕ່ພັດຍິ່ງເຮັດໃຫ້ປັນຫາເງິນເຟີ້ຮຸນແຮງຫນັກຂຶ້ນໄປອີກ.

ເພື່ອເປັນການຢັບຢັ້ງ ແລະ ຈັດລະບຽບກັນໃຫມ່ ໃຫ້ເງິນສະກຸນ ZWD ຍັງຄົງຄວາມຫນ້າເຊື່ອຖືຕໍ່ໄປ ເດືອນສິງຫາໃນປີນັ້ນ ທະນາຄານກາງ
ໄດ້ຕັດສິນໃຈປ່ຽນຮູບແບບທະນາບັດໃຫມ່ທັງຫມົດ ໂດຍຂໍຮ້ອງໃຫ້ປະຊາຊົນນຳທະນາບັດແບບເກົ່າມາແລກພາຍໃຕ້ຂໍ້ແມ້ວ່າ:
1000 ZWD ແລກໄດ້ພຽງ 1 ZWD ໃຫມ່(ຕັດ 0 ອອກສາມໂຕ).
ຫາກເຈົ້າມີເງິນຝາກ 1ລ້ານ ໃນທະນາຄານ, ໃນມື້ອື່ນ ຍອດເງິນຝາກຈະຫລຸດລົງເຫລືອພຽງ 1ພັນ ເທົ່ານັ້ນ!!
ເຮັດກັນເຖິງປານນັ້ນ, ແຕ່ປັນຫາກໍ່ຍັງບໍ່ມີທ່າທີວ່າຈະບັນເທົາ.
----------------------------------------------------------------------------------------------------------------------------------------------------------------------------

ປີ 2007 ອັດຕາເງິນເຟີ້ຍັງຄົງພຸ່ງຕໍ່ເນື່ອງ ຜົນກໍ່ຄືສິນຄ້າຂຶ້ນລາຄາປານຕິດຈະຫຼວດ.
ລັດທະບານຂອງມູກາເບ ຕັດສິນໃຈໃຊ້ວິທີໃຫມ່(ແຕ່ເປັນການແກ້ໄຂປັນຫາທີ່ປາຍເຫດ)ໂດຍອອກກົດຫມາຍຄວບຄຸມລາຄາສິນຄ້າທຸກຢ່າງ
(Price control) ຮ້ານຄ້າໃດຫາກບໍ່ປະຕິບັດຕາມແມ່ນຖືວ່າມີຄວາມຜິດ.

ຜົນທີ່ຕາມມາພັດກາຍເປັນວ່າ ໃນເມື່ອຂຶ້ນລາຄາສິນຄ້າບໍ່ໄດ້ກໍ່"ບໍ່ຂາຍ" ສິນຄ້າໃນ ຊູເປີມາເກັດ ເລີ່ມຖືກເກັບລົງຈາກຊັ້ນວາງ ເຫລືອພຽງ
ຄວາມຫວ່າງເປົ່າ. ການກຳນົດລາຄາສິນຄ້າອຸບປະໂພກບໍລິໂພກ ເສື້ອຜ້າ ຢາຮັກສາໂລກ ເລີ່ມກຳນົດກັນເອງໃນຕະຫລາດມືດ
ພ້ອມໆກັບການກັກຕຸນສິນຄ້າ. ເງິນ ZWD ກາຍເປັນເງິນຮ້ອນ ປະຊາຊົນຮີບໃຊ້ຈ່າຍທັນທີທີ່ໄດ້ມາ.
ເຮັດໃຫ້ປະລິມານເງິນໃນລະບົບ ເພີ່ມຫລາຍຂຶ້ນເລື້ອຍໆ ອັດຕາເງິນເຟີ້ຈຶ່ງຍິ່ງສູງຂຶ້ນເລື້ອຍໆ.

ໃນເດືອນ ມັງກອນ ປີ 2008. ລັດທະບານອອກທະນາບັດໃຫມ່ຊະນິດລາຄາ 200,000 ໃຊ້ເປັນຄັ້ງທຳອິດ.
ຍັງບໍ່ທັນຈະສິ້ນເດືອນ ທະນາບັດຊະນິດລາຄາ 10,000,000 ກໍ່ຖືກຜະລິດອອກມາ. ຖືວ່າເປັນໃບທີ່ມີມູນຄ່າແພງທີ່ສຸດໃນຂະນະນັ້ນ.
ແຕ່ຄັນຫາກປຽບທຽບໃສ່ເງິນກີບບ້ານເຮົາກໍ່ຄົງຈະແມ່ນຊື້ເຂົ້າປຽກໄດ້ 4 ຖ້ວຍ(ຖ້ວຍລະ 10ພັນເງິນ).

ໃນເດືອນ ເມສາ ປີ 2008
ລັດທະບານອອກທະນາບັດຊະນິດລາຄາ 50,000,000 ອອກສູ່ສາທະລະນະ.
ໃນເດືອນ ມີຖຸນາ ປີ 2008
ທະນາບັດຊະນິດລາຄາ 100,000,000 ແລະ 250,000,000 ກໍ່ຖືກຜະລິດອອກມາ
ແຕ່ພຽງ 10 ວັນຫລັງຈາກນັ້ນ ທະນາບັດຊະນິດລາຄາ 500,000,000 ກໍ່ອອກຕາມມາຕິດໆ.

ໃນເດືອນ ກໍລະກົດ ປີ 2008
ທະນາຄານກາງ ຂອງປະເທດຊິມບາບເວ ວາງແຜນຈະອອກທະນາບັດຊະນິດລາຄາ 100,000,000,000 ອອກສູ່ຕະຫລາດ
ແຕ່ພໍເຖິງທ້າຍເດືອນ ປະທານທະນາຄານກາງ ເລືອກວິທີ ຂໍປັບຄ່າເງິນອີກເທື່ອໃຫມ່(Re-denominated) ໂດຍເທື່ອນີ້ແມ່ນ
ຕັດເລກ 0 ທາງຫລັງອອກ 10 ໂຕ!!! (10,000,000,000 ZWD ເກົ່າ ແລກໄດ້ພຽງ 1 ZWD ໃຫມ່).
ອັດຕາເງິນເຟີ້ໃນຄະນະນັ້ນຄື: 11,250,000 % !
ລາຄາເບຍ 1ແກ້ວໃນຂະນະນັ້ນ 100,000,000,000 ແຕ່ວ່າບໍ່ພໍເທົ່າໃດຊົ່ວໂມງຖັດມາ ລາຄາກໍ່ປັບຂຶ້ນເປັນ 150,000,000,000
------------------------------------------------------------------------------------------------------------------------------------------------------

ຄວາມຄິດຂອງລັດທະບານ ແລະ ທະນາຄານກາງ ທີ່ຈະແກ້ປັນຫາໂດຍການພິມເງິນອັດສີດເຂົ້າໃນລະບົບ ບໍ່ສຳເລັດຜົນ
ສາເຫດກໍ່ຍ້ອນວ່າຄວາມເຊື່ອຖືໃນລະບົບທະນາບັດຂອງປະຊາຊົນຊາວຊິມບາບເວ ຫລຸດລົງໄວກວ່າຄວາມສາມາດໃນການພິມ
ຂອງເຄື່ອງພິມ ບໍ່ວ່າຈະເລັ່ງເຄື່ອງໃຫ້ພິມອອກມາໄດ້ຫລາຍປານໃດ ຫລື ຈະໃສ່ເລກ 0 ເຂົ້າໄປອີກຈັກໂຕກໍ່ຕາມ
ເຈ້ຍ ກໍ່ຄືເຈ້ຍ! ຄວາມຫນ້າເຊື່ອຖືຫາກຫມົດໄປຈາກເຈ້ຍ ກໍ່ຄືຈົບ.

ມູກາເບ ບໍ່ເຂົ້າໃຈໃນຄວາມຈິງຂໍ້ນີ້ ລາວເລືອກທີ່ຈະສູ້ຈົນຫລັງອິງຝາກັບເງິນເຟີ້.

ໃນເດືອນ ມັງກອນ ປີ 2009
ໃນເມື່ອບໍ່ມີຫຍັງຈະເສຍອີກແລ້ວ ປະຊາຊົນຊາວຊິມບາບເວ ຈຶ່ງໄດ້ເຫັນທະນາບັດຊະນິດລາຄາ 50,000,000,000 ອອກໃຊ້.

ວັນທີ 16 ມັງກອນ 2009 ວັນທີ່ໂລກຕ້ອງຈົດຈຳ ລັດທະບານຂອງມູກາເບ ປະກາດຈະພິມທະນາບັດຊະນິດລາຄາ
10,000,000,000,000 ອ່ານວ່າ ສິບລ້ານລ້ານ
20,000,000,000,000 ອ່ານວ່າ ຊາວລ້ານລ້ານ
50,000,000,000,000 ອ່ານວ່າ ຫ້າສິບລ້ານລ້ານ
100,000,000,000,000 ອ່ານວ່າ ຮ້ອຍລ້ານລ້ານ
ອອກໃຊ້.
ແຕ່ບໍ່ມີຄວາມຫມາຍອີກຕໍ່ໄປ ປະຊາຊົນເລີກແບກເງິນເປັນໄຖ່ ເພື່ອໄປຈ່າຍຕະຫລາດ.
ເງິນສະກຸນຊິມບາບວຽນ ໂດລ່າ ແມ່ນບໍ່ມີໃຜເຊື່ອຖື ແລະ ຢາກໃຊ້. ການຊື້ຂາຍທົ່ວໄປຖືກກຳນົດລາຄາກັນໃຫມ່
ດ້ວຍສະກຸນເງິນຕາຕ່າງປະເທດ ເຊັ່ນ: US.Dollar ຫລືບໍ່ ກໍ່ທຳການຊື້ຂາຍກັນດ້ວຍຄຳ.

ປະຊາຊົນຊາວຊິມບາບເວ ບາງສ່ວນ ເຖິງຂັ້ນຍ້ອນກັບສູ່ຍຸກບູຮານ ເອົາຫມໍ້ຂາງໄປຫາຮ່ອນເອົາເສດຄຳໃນແມ່ນ້ຳ
ເພື່ອເອົາມາແລກກັບເຂົ້າສານ ໄຂ່ໄກ່ ນ້ຳມັນພືດ ຫລື ເຂົ້າຫນົມປັງ ປະທັງຊີວິດພໍໃຫ້ມົ້ມມື້ມົ້ມວັນ.
ຜູ້ທີ່ຍັງເກັບຄຳຕິດຕົວເອົາໄວ້ ແມ່ນຍັງສາມາດຊື້ເຄື່ອງຂອງໄດ້ເທົ່າເດີມ, ແຕ່ຜູ້ທີ່ເກັບເງິນອອມໄວ້ໃນຮູບແບບຂອງທະນາບັດ
ຊິມບາບວຽນ ໂດລ່າ ເພື່ອເອົາໄວ້ໃຊ້ຍາມແກ່ເຖົ້ານັ້ນ ພັດບໍ່ພໍແມ້ແຕ່ຈະຊື້ເຂົ້າກິນພຽງຫນຶ່ງຄາບ.

ປີ 2009
ສະກຸນເງິນ ZWD ຕາຍສະໜິດ. ລັດທະບານປ່ອຍໃຫ້ຕະຫລາດເປັນຕົວກຳນົດ ລາຄາ ແລະ ສື່ກາງໃນການແລກປ່ຽນກັນເອງ.
ເງິນ ZWD ປະກາດຫຍຸດພິມເພີ່ມ ຢ່າງຫນ້ອຍ1ປີຫລັງຈາກນັ້ນ, ເພື່ອໃຫ້ລະບົບເສດຖະກິດແກ້ໄຂປັນຫາດ້ວຍຕົວຂອງມັນເອງ.

ລະບົບເສດຖະກິດນັ້ນເມື່ອເກີດປັນຫາ ກົນໄກຂອງຕະຫລາດຈະມີວິທີຈັດການແກ້ໄຂປັນຫາໄດ້ດ້ວຍຕົວຂອງມັນ ພາສາເສດຖະສາດເອີ້ນວ່າ
"ມືທີ່ມອງບໍ່ເຫັນ" (Invisible Hand) ຫນ້າທີ່ຂອງລັດທະບານພຽງແຕ່ສະຫນັບສະຫນຸນ ໃຫ້ມືທີ່ມອງບໍ່ເຫັນນີ້ ທຳງານໄປຢ່າງເປັນທຳມະຊາດ
ບໍ່ໃຫ້ມີຫຍັງມາຂັດຂວາງ.
ແຕ່ລັດທະບານໃນຫລາຍໆປະເທດ ບໍ່ວ່າຈະເປັນປະເທດທີ່ຈະເລີນແລ້ວ ຫລື ປະເທດທີ່ກຳລັງພັດທະນາ ພັດພະຍາຍາມທີ່ຈະທຳຕົວ
ເປັນມືທີ່ມອງບໍ່ເຫັນນີ້ເສຍເອງ ແລ້ວໃຊ້ອຳນາດເຂົ້າແຊກແຊງແກ້ໄຂສຸດທ້າຍກໍ່ເພພັງ.

ຖາມນັກເສດຖະສາດຄົນໃດ ຄົງບໍ່ມີໃຜທີ່ຈະບໍ່ຮູ້ເລື້ອງເງິນເຟີ້ຂອງຊິມບາບເວ.
ເອົາເປັນວ່າເຮົາຄົງພໍນຶກພາບອອກແລ້ວແມ່ນບໍ່ ວ່າການທີ່ຢາກລວຍທາງລັດໂດຍການພິມເງິນອອກມາແມ່ນສົ່ງຜົນເສຍແນວໃດ.

ຮູບພາບ

ທີ່ມາ
http://www.squarewa.com/2012/whyuscanprintnote1/
http://www.klongjan.com/fr/view.php?id=92

ຂໍຂອບໃຈທ່ານ : Thim ສະມາຊິກເວັບພັນລາວທີ່ອະນຸຍາດໃຫ້ກອບປີບົດນີ້ມາໃສ່ບ໊ອກຂ້າພະເຈົ້າ
ຫົວຂໍ້ດັ້ງເດີມຂອງບົດຄວາມນີ້ແມ່ນ: 
ເປັນຫນີ້ຫລາຍ ບໍ່ຍາກ ພິມເງິນໃຊ້ຫນີ້ຕົ່ວ! 555.
ພາບປະກອບຈາກ Google

Thursday, May 23, 2013

ດີເອັນເອມະນຸດສະກັດໄດ້ໃນ 1 ນາທີ




 ເຄື່ອງສະແກນດີເອັນເອ

ນັກວິ​​​ໄຈຈາກ University of Washington engineers ​ແລະ ບໍລິສັດ NanoFacture ​ໄດ້ສ້າງ​ ເຄື່ອງມືສຳລັບສະກັດດີເອັນເອມະນຸດທີ່ມີປະສິດທິພາບສູງເປັນມິດກັບສີ່ແວດລ້ອມຫຼາຍກ່ວາວິທີທີ່ໃຊ້ກັນໃນ​ ປັດຈຸບັນໂດຍມີວັດຖຸປະສົງພື່ອນຳໄປໃຊ້ໃນໂຮງໝໍຫຼືສະຖາບັນວິໃຈຕ່າງໆ ທີ່ຈຳເປັນຕ້ອງສະກັດດີເອັນເອຈາກ​ ຕົວຢ່າງຂອງແຫຼວທີ່ໄດ້ຈາກມະນຸດເພື່ອນຳມາວິເຄາະໂຣກ ຫຼື ນຳໄປໃຊ້ໃນການສືບສວນທາງອາດຍາກຳຕໍ່ໄປ.



ວິທີການດັ່ງເດີມທີ່ໃຊ້ໃນການສະກັດດີເອັນເອນັ້ນຈະຕ້ອງໃຊ້ການປັ່ນຫວ່ຽງເພື່ອແຍກໂມເລກຸນດີເອັນເອອອກຈາກຂອງແຫຼວຕົວຢ່າງ ຫຼືອາດໃຊ້ຕົວກອງທີ່ມີຮູຂະໜາດນ້ອຍ ຊື່ງຂະບວນການນີ້ຕ້ອງໃຊ້ເວລາຢ່າງ ໜ້ອຍ 20 ​ເຖິງ 30 ນາທີເພື່ອທີ່ຈະໄດ້ດີເອັນເອອອກມາ ອີກທັ້ງໃນລະຫວ່າງຂະບວນ ການແຍກດີເອັນເອນັ້ນ​ ຍັງຕ້ອງໃຊ້ສານເຄມີທີ່ເປັນພິດອີກດ້ວຍ.



ເຄື່ອງນີ້ເອົາອອກມາໂດຍການໃຊ້ microscopic probe ຈຸ່ມລົງໃນສານຕົວຢ່າງທີ່ໄດ້ຈາກນ້ຳລາຍເສມຫະ ຫຼືເລືອດແລ້ວອາໃສສະໜາມໄຟ້ຟ້າຂອງແຫຼວດືງອານຸພາກຕ່າງໆໃຫ້ມາຢູ່ລວມ ກັບບໍລິເວນ microscopic probe ອານຸພາກຂະໜາດໃຫຍ່ເມື່ອມາຈັບກັບປາຍ probe ຈະຫຼຸດອອກ​​ໄປໃນຂະນະທີ່​ ເປັນເປັນໂມເລກຸນຂອງດີເອັນເອທີ່ມີຂະໜາດນ້ອຍເມື່ອມາຈັບຈະເກາະຕິດຢູ່ກັບບໍລິເວນຜິວຂອງ probe ​ເຮັດໃຫ້ສາມາດແຍກດີເອັນເອອອກຈາກໂມເລກຸນອື່ນໄດ້ແລະ ຍັງໄດ້ດີເອັນເອທີ່ບໍລິສຸດອີກດ້ວຍ.
ປັດຈຸບັນເຄື່ອງສະກັດດີເອັນເອນີ້ຢູ່ໃນລະຫວ່າງຂະບວນການຜລິດເພື່ອນຳໄປສົ່ງໃຫ້ແກ່ສະຖານພະຍາ ບານແລະໂຮງໝໍຕ່າງໆ

WRITTEN BY HIPPONERDY ON MAY 8, 2013. POSTED IN ຊີວະວິທະຍາວິທະຍາສາດ​, ​ເຕັກໂນໂລຊີ, ​ເຕັກໂນໂລຊີ ຊີວະພາບ.