Monday, March 25, 2013

ອົງກອນນາຊ້າ ໄດ້ຖະແຫລງຜົນສຳຫລວດຂອງຍານ" ຄິວລີອໍຊີຕີ້"








ຍານ" ຄິວລີອໍຊີຕີ້" ທີ່ໄດ້ປະຕິບັດໜ້າທີ່ເທິງດາວອັງຄານເປັນເວລາ 7 ເດືອນວ່າຕົວຢ່າງຫິນທີ່ຍານ ສຳຫລວດເຈາະຂື້ນມາທີ່ບໍລິເວນພື້ນທີ່ສຳຫລວດນັ້ນ ມີສັນຍານບົ່ງບອກວ່າເຄິ່ງໜຶ່ງຂອງດາວເຄາະ ເພື່ອນບ້ານດວງນີ້ອາດເຄີຍມີຈຸລິນຊີດຳລົງຊີວິດຢູ່.ສເປຊດ໊ອດຄອມລາຍງານວ່າ ອົງການບໍລິຫານການບິນອະວະ ກາດຂອງສະຫະລັດ(ນາຊາ) ໄດ້ປະກາດອອກມາວ່າຕົວຢ່າງຫິນດາວອັງຄານທີ່ຍານ ຄິວລີອໍຊີຕີ້(Curiosity rover) ເຈາະມາວິເຄາະດ້ວຍອຸປະກອນວິທະຍາສາດທີ່ຕິດຕັ້ງຢູ່ພາຍໃນທີ່ສຳຫລວດເຄື່ອນທີ່ນັ້ນ ເຊື່ອວ່າ ໃນອະດີດຂອງດາວອັງຄານນັ້ນອາດ ມີຜົນຕໍ່ການດຳລົງຊີບຂອງຈຸລິນຊີ.ການສຳຫລວດດັ່ງກ່າວເປັນຜົນ ລາຍງານຂອງຍານ ຄິວລີອໍຊີຕີ້ ທີ່ລົງຈອດເທິງດາວອັງຄານໄດ້ປະມານ 7 ເດືອນແລ້ວ ຈະມີພາລະກິດປະ ຕິບັດໜ້າທີ່ອີກຢ່າງໜ້ອຍ 2 ປີ ເພື່ອຫາຄຳຕອບວ່າ ດາວເຄາະທີ່ຢູ່ຖັດອອກໄປຈາກໂລກນັ້ນເຄີຍມີສະພາບທີ່ມີຜົນ
ຕໍ່ການດຳລົງຊີວິດຂອງ "ຊີວິດດຶກດຳບັນ" (primitive life) ຫລືບໍ່ຄຳຖາມທີ່ສຳຄັນຂອງປະຕິບັດການນີ້ຄື: ດາວອັງຄານນີ້ເຄີຍມີສະພາບແວດລ້ອມທີ່ສິ່ງທີ່ມີຊີວິດອາໄສຢູ່ໄດ້ ຫລືບໍ່ຈາກຂໍ້ມູນທັງໝົດ ທີ່ເຮົາຮູ້ຕອນນີ້ຄື: ອາໄສຢູ່ໄດ້ “ ໄມເຄີ້ນ ເມເຢີ້ (Michael Meyer) ນັກວິທະຍາສາດຫົວໜ້າທິມຈາກໂຄງການສຳຫລວດ ດາວອັງຄານຂອງນາຊ້າ ກ່າວໄວ້ທີ່ສຳນັກງານໃຫຍ່ໃນວໍຊິງຕັ້ນ.
ເມື່ອ ວັນທີ 8 ກຸມພາ ທີ່ຜ່ານມາຍານ ຄິວລີອໍຊີຕີ້ ໄດ້ຂຸດເຈາະລົງໄປເທິງໂນນຫິນທີ່ຖືກຕັ້ງຊື່ວ່າ: ຈອນ ເກຣນ
(John klein) ຕາມຊື່ນັກວິທະຍາສາດທີ່ສຳຄັນຂອງນາຊ້າ ດ້ວຍຄວາມເລິກ 6.4 cm  ດ້ວຍອຸປະກອນຂຸດ ເຈາະທີ່ເຊື່ອມເຂົ້າກັບແຂນເຄື່ອງຈັກ ແລະ ນັບເປັນຄວາມລຶກທີ່ສຸດເທົ່າທີ່ເຄີຍມີຫຸ່ນຍົນຂຸດສຳຫລວດພື້ນຜິວ ດາວອັງຄານ.
ຈາກນັ້ນອີກ 2 ອາທິດ ຄິວລີອໍຊີຕີ້ ໄດ້ໃສ່ຕົວຢ່າງທີ່ຖືກບົດເປັນຜົງສີເທົາເຂົ້າໄປໃນອຸປະກອນທົດລອງ ວິທະຍາ
ສາດ 2 ຢ່າງທີ່ຕິດຕັ້ງຢູ່ໃນຕົວຍານ ນັ້ນຄື: (CheMin: Chemistry and Mineralogy) ແລະ ເຄື່ອງແຊມ
(SAM: Sample Analysis at Mars) ເຊີ່ງອຸປະກອນທັງ 2ເຄື່ອງຈະວິເຄາະຫາອົງປະກອບທາງເຄມີທີ່ສຳ ຄັນຕໍ່ສິ່ງທີ່ມີຊີວິດ ໃນຕົວຢ່າງຜົງດັ່ງກ່າວ ເຊີ່ງປະກອບດ້ວຍ ຊັນເຟີ ໄນໂຕເຈນ ໄຮໂດຣເຈນ ຟົສຟໍລັດ ແລະ ກາກບອນຕົວຢ່າງຈາກຫິນ ຈອນແກຣນນີ້ຍັງມີແຮ່ດິນ ເຊິ່ງບົ່ງບອກວ່າ ເມື່ອນານມາແລ້ວດາວອັງຄານເຄີຍມີສະ ພາບແວດລ້ອມທີ່ມີນ້ຳ ເຊີ່ງເຄັມ ແລະ ມີສະພາບກົດດ່າງປານກາງເຊີ່ງນັກວິໄຈກ່າວວ່າເປັນລັກສະນະຂອງພື້ນ ທີ່ເຊີ່ງໜ້າຈະອາໄສຢູ່ໄດ້ ແຕ່ການວິເຄາະຫາຕົວຢ່າງດັ່ງກ່າວກໍ່ຂ້ອນຂ້າງຫຍຸ້ງຍາກ ອັນເປັນຜົນມາຈາກ ຄວາມບົກຜ່ອງເລັກໜ້ອຍໃນຄອມພິວເຕີ້ ຂອງຄິວລີອໍຊີຕີ້. ເຊີ່ງເມື່ອທ້າຍເດືອນກຸມພາ ມີການປະເມີນວ່າ ມີຄວາມບົກຜ່ອງຕໍ່ລະບົບຄວາມຈຳແບບແຟຣຊ ໃນຄອມພິວເຕີ້ຫລັກຂອງຍານ ທຳໃຫ້ຕ້ອງປ່ຽນໄປໃຊ້ຄອມພິວ ເຕີ້ສຳຮອງ ແລະ ເຂົ້າສູ່ພາວະ “ ເຊຟໂໝດ” ເມື່ອ ວັນທີ 28 ກຸມພາ ແລ້ວຟື້ນເຂົ້າມາທຳງານຕາມ ປົກກະຕິເມື່ອ 2 ມີນາ . ເຊີ່ງທິມງານລະບຸວ່າ ຄອມພິວເຕີ້ສຳຮອງທຳງານໄດ້ດີ.

ຄິວລີອໍຊີຕີ້ ລົງຈອດເທິງດາວອັງຄານທີ່ຫລຸມອຸກາບາດເກລ (Gale Crater) ຂະໜາດໃຫຍ່ເມື່ອ ວັນທີ 5 ສິງຫາ2012 ແລະ ເລີ່ມຕົ້ນ ພາລະກິດທີ່ມີໄລຍະເວລາຍາວ 2 ປີ ເພື່ອໄຂ ຄຳຕອບວ່າ: ດາວດວງນັ້ນມີສະ ພາບທີ່ມີຜົນຕໍ່ການດຳລົງຊີວິດຂອງຈຸລິນຊີ ຫລືບໍ່ ແລະ ເຄື່ອງເຄມິນກັບແຊມກໍ່ເປັນພຽງ 2 ໃນ 10ອຸປະກອນ ວິທະຍາສາດທີ່ຈະຊ່ວຍ ຄິວລີອໍຊີຕີ້ ຫາຄຳຕອບດັ່ງກ່າວ.


ສາມຫລ່ຽມເບີມີວດ້າ (Bernuda)

ຫລາຍທ່ານອາດເຄີຍໄດ້ຍິນ ຫລື ສົງໃສກ່ຽວກັບສາມຫລ່ຽມຜີສິງ ທີເອີ້ນວ່າ ສາມລ່ຽມເບີມິດ້າ ທີ່ຕັ້ງຢູ່ບໍລິເວນ ມະຫາສະ ອັດລັງຕິກເຫນືອ ລະຫວ່າລັດຟໍລິດາ ແລະ ເກາະເບີມິວດາ. ໂດຍເຂດພື້ນທີ່ກດັ່ງກ່າວມີຊື່ສຽງດ້ານ ການຫາຍຕົວໄປ ຢ່າງບໍ່ມີຮ່ອງຮອຍຂອງບັນດາ ເຮືອບີນ, ແລະ ເຮືອທີ່ຜ່ານເຂົ້າໄປໃນເຫດນັ້ນ, ເນື່ອງສະພາບຄື້ນແມ່ເຫັລກທີ່ແປປ່ວນ ຜູ້ຄົນທັງຫລາຍເຊື່ອ ບັນດາເຮືອບິນ ແລະ ເຮືອດສິນຄ້າຕ່າງໆນັ້ນຖືກດູດໄປອີກມິຕິຫນື່ງ ດ້ວຍສະພາບຄວາມແປປ່ວນ ດ້ານກະລະເວລາ-ອະວະກາດໃນເຂດດັ່ງກ່າວ,ຫລາຍຄົນເຖິງກັບເຊື່ອວ່າຢູ່ພື້ນມະຫາສະຫມຸດນັ້ນອາດຈະມີມະນຸດຕ່າງ ດາວທີ່ ມີອະລິຍະທໍາ ແລະ ວິທະຍາການສູງກວ່າມະນຸດ ເປັນຜູ້ທີ່ເຮັດໃຫ້ເຮືອບິນ ແລະ ເຮືອ ຕ່າງໆຫາຍໄປ.




               ຮູບສະແດງທີ່ຕັ້ງຂອງສາມຫລ່ຽງເບີມິວດ້າ

ຈົນຮອດຈົນເຖິງນັກວິທະຍາສາດຍັງບໍ່ທັນສາມາດຫາຄໍາຕອບທີ່ຊັດເຈນ ແລະ ບໍ່ສາມາດອະທິບາຍທາງວິທະຍາສາດໄດ້

Saturday, March 23, 2013

GPS ເລື່ອງໃກ້ຕົວທີ່ທ່ານຄວນຮູ້:


GPS : Global Positioning System ກໍ່ຄືລະບົບການລະບຸຕໍາແຫນ່ງເທິງຫນ້າໂລກ ໂດຍອາໃສດາວທຽມລະບຸຕໍາ ແຫນ່ງ 24 ດວງທີ່ໂຄຈອນອ້ອມໂລກໃນລະດັບຄວາມສູງ 20.000 ກມ ສົ່ງສັນຍານມາໃສຫນ່ວຍ GPS ເພື່ອປະເມີນຕໍາ ແຫນ່ງໄດ້ຕະຫລອດ 24 ຊົ່ວໂມງ: ການເຮັດວຽກຂອງ GPS ມີສອງສ່ວນຫລັກໆຄື:


                        
                                                  ຮູບດາວທຽມ NAVSTAR ຂອງອະເມລິກາ


  • ດາວທຽມລະບຸຕໍາແຫນ່ງ (GPS ຕ້ອງຈັບສັນຍານຈາກດາວທຽມຢ່າງຫນ້ອຍ 4 ດວງຈິ່ງຈະບອກຕໍາແຫນ່ງໄດ້)
  • ຫນ່ວຍ GPS : ຫນ່ວຍນີ່້ອາດຈະເປັນ GPS ໂດຍກົງ ຫລື GPS ຫລື GPS ໃນມືຖື ຫລື ເຄືື່ອງອື່ນໆກໍ່ແລ້ວແຕ່

ໂດຍເມື່ອທ່ານເປີດ GPS ມັນຈະພະຍາຍາມສົ່ງຫາສັນຍານຈາກດາວທຽມດວງທີ່ຢູ່ໃກ້ສຸດ ສັນຍານດັ່ງກ່າວແມ່ນບັນຈຸຂໍ້ມູນ ລະບຸຕໍາແຫນ່ງ ແລະ ເວລາໃນການສົ່ງສັນຍານ GPS ຈະໄດ້ຂໍ້ມູນນີ້ວິເຄາະຫາຕໍາແຫນ່ງຂອງຕົນເອງ ເພື່ອສະແດງຜົນໃຫ້ຜູ້ ໃຊ້ຮູ້. ເຊີ່ງຈະສາມາດໃຊ້ໃນການນໍາທາງ, ແທກເນື້ອທີ່, ລວງຍາວ ຂອງພື້ນທີ່ຕ່າງໆເທິງຫນ້າໂລກໄດ້

ສະສານມືດ: Dark matter ຄວາມລັບທີ່ຍັງຄົງເປັນປິດສະຫນາຂອງຈັກກະວານ


ກັບມາອີກຄັ້ງກັບເລື່ອງກັບຈັກກະວານ, ມາເທື່ອນີ້ຈະມາເຂົ້າເລື່ອງສະສານມືດທີ່ຢູ່ໃນຈັກກະສານ ຫລື ແມ່ນແຕ່ໃນໂລກ
ກ່ອນອື່ນມາທໍາຄວາມເຂົ້າໃຈກ່ອນມາສະສານມືດນີ້ແມ່ນຫຍັງ: ສະສານມືດໃນນີ້ບໍ່ແມ່ນຫມາຍຄວາມວ່າຂີ້ຖ່ານໄຟ ຫລື ວັດຖຸສີດໍາຢ່າງຫລາຍຄົນເຂົ້າໃຈເດີ. ເລື່ອງມັນຢູ່ວ່າ: ຕັ້ງແຕ່ອະດີດຈົນເຖິງປະຈຸບັນນັກວິທະຍາສາດໄດ້ພະຍາຍາມຄົ້ນຫາ ອະນຸ ພາກ, ສະສານ, ພະລັງງານຕ່າງໆທີ່ມີໃນຈັກກະວານ ແລະ ໄດ້ພົບຫລາຍຢ່າງເຊັ່ນ: ບັນດາຄື້ນຕ່າງໆ, ລັງສີ, ຄື້ນແສງ, ວັດຖູ ຂະຫນາດຕ່າງໆໃນອະວະກາດ, ພະລັງງານໃນຮູບແບບຕ່າງໆ, ບັນດາສິ່ງທີ່ກ່າວມານີ້ສາມາດກວດຈັບໂດຍໃຊ້ເຄືື່ອງວັດແທກ ຊະນິດຕ່າງໆ ເນື່ອງຈາກວັດຖູທີ່ກ່າວມາສົ່ງພະລັງງານອອກມາໃນຮູບແບບທີ່່ຕ່າງກັນໄປ ນັກວິທະຍາສາດໃຊ້ຄຸນສົມບັດນີ້ໃນ ການສືກສາ ຄຸນສົມບັດ ແລະ ພຶດຕິກໍາຂອງມັນ. ຫລັງຈາກຄົ້ນພົບອະນຸພາກຫລາຍໆຢ່າງໄປແລ້ວ ນັກວິທະຍາສາດໄດ້ຕັ້ງສັນ ນິຖານວ່າ: ແລ້ວອະນຸພາກ ຫລື ພະລັງງານທີ່ບໍ່ສາມາດກວດຈັບໄດ້ໂດຍເຄື່ອງມືໃນຍຸກປະຈຸບັນເດ ? ຈະຢັ້ງຢືນແນວໃດ ວ່າມີອະນຸພາກນີ້ ຫລື ບໍ່ ? ອະນຸພາກໃນສົມມຸດຖານນີ້ເອີ້ນວ່າ: ສະສານດໍາ Dark matter ເນື່ອງຈາກວ່າມັນບໍ່ສາມາດກວດ ຈັບໄດ້ໂດຍກົງ ແຕ່ນັກວິທະຍາສາດຢັ້ງຢືນວ່າມັນມີຢູ່ຈິງ ໂດຍອາໃສການສັງເກດສິ່ງອື່ນທີ່ກ່ຽວຂ້ອງແທນ ບັນດາຊ່ວງວ່າງໆ ທີ່ທ່ານເຫັນໃນຮູບ ນັ້ນອາດມີສະສານດໍາ ທີ່ນັກວິທະຍາດສາດຄົ້ນຫາຢູ່ ແລະ ໃນປະຈຸບັນກໍ່ຍັງບໍ່ທັນມີການຢັ້ງຢືນຢ່າງເປັນ ທາງການກ່ຽວກັບສະສານດໍາເທື່ອ.


ຮູບ: ກາແລັກຊີ ທາງຊ້າງເຜືອກ 

Thursday, March 21, 2013

ລະບົບປະຕິບັດການຕ່າງໆໃນສະມາດໂຟນ


ຫລາຍທ່ານອາດເຄີຍສົງໃສວ່າໂທລະສັບທີ່ທ່ານຈິ້ມຫນ້າຈໍໄປມານັ້ນມັນແມ່ນລະບົບຫຍັງ ບາງທ່ານອາດບໍ່ຮູ້ເລີຍເລື່ອງລະບົບ ປະຕິບັດການຂອງໂທລະສັບ ຂໍແຕ່ກູໄດ້ຈິ້ມໄປຈິ້ມມາໂຊສາວກະພໍລະ..... ໂອເຄ ເງິນໃຜເງິນມັນ 

ບາດນີ້ມາເວົ້າເລືອງໂທລະສັບ ກັນເທາະ

ເລີ່ມຈາກແຕ່ກີ້ແຕ່ກ່ອນ ໂທລະສັບນັ້ນ ເປັນພຽງສິ່ງທີ່ເອົາໄວ້ໂທອອກ ແລະ ຮັບສາຍເທົ່ານັ້ນ, ກ່ອນທີ່ຈະມີລະບົບການສົ່ງຂໍ້ ຄວາມຂື້ນມາ ແລ້ວພັດທະນາຂື້ນມາເລີ່ມຫລີ້ນອີນເຕີເນັດຜ່ານມືຖືໄດ້ຫວ່າງຊ່ວງ ສິບປີຜ່ານມາ, ໂທລະສັບສະໄຫມກ່ອນຈະ ເປັນລຸ້ນ ແບບຕ້ອງມີປູ່ມຢ່າງດຽວ (ທ່ານໂນເກຍປະກາດກ້ອງວ່າຈັ່ງຊັ້ນ) ກ່ອນທີ່ບໍລະສັດແອັບເປີ້ລ ທີ່ນໍາໂດຍ ສະຕີບຈອບ ມາປະຕິວັດວົງການມືຖື ໂດຍປະກາດວ່າທ້າໂນເກຍວ່າ : ຂອງກູບໍ່ຕ້ອງມີປູ່ມເວີ້ຍ ແລະ ສາມາດດຶງລຸກຄ້າໄດ້ເປັນຈໍານວນມະ ຫາສານ ເຮັດໃຫ້ໂນເກຍຫນ້າແຕກປານຫມາຕົກນໍ້າ

ເອົາລະ ເວົ້າເລື່ອງປະຫວັດຂອງມືຖືແບບກາກໆໄປແລ້ວ ມາເຂົ້າເລື່ືອງລະບົບປະຕິບັດການມືຖືຂອງຍຸກໃຫມ່ດີກວ່າ: ໃນປະ ຈຸບັນລະບົບປະຕິບັດການເທິງມືຖືແບ່ງອອກເປັນ 3 ຄ້າຍໃຫຍ່ໆຄື:



  • ລະບົບປະຕິບັດການໄອໂອເອສ: Ios ຂອງ ທ່ານ ສະຕິບຈອ໋ບ
    ລະບົບນີ້ໃຊ້ກັບ ໄອໂຟນ, ແມັກບຸກ ແລະ ອູປະກອນຕ່າງໆຂອງບໍລິສັດແອັບເປີ້ນເທົ່ານັ້ນ: ສັງເກດລະບົບນີ້ຈະມີກາ ຮູບຫມາກແອັບເປີ້ນ, ລະບົບນີ້ຈະມີຄວາມສະຖຽນກວ່າຫມູ່ຫມົດ ແລະ ມີແອັບທີ່ມີຄຸນະພາບຈໍານວນຫລາຍ ແຕ່ຕ້ອງເສຍເງິນເຫມາະກັບພວກໄຮໂຊ



  • ລະບົບປະຕິບັດການ ແອນດອນ : Android ຂອງບໍລິສັດກູ້ໂກ້:
    ຫລັງຈາກທີ່ລະບົບປະຕິບັດການໄອໂອເອສປະສົບຜົນສໍາເລັດຢ່າງດີ ທາງກູເກີ້ລເລິ່ມຄິດວ່າ ບະ ! ບັກຕິບຈ໊ອບ ມັນມາ ຢຽບຫນ້າກູແທ້ ເລິຍສ້າງລະບົບປະຕິບັດການແອນດອຍຂື້ນມາ ລະບົບປະຕິບັດການນີ້ຄ້າຍໆກັບໄອໂອເອສແຕ່ເປັນ ລະບົບເປີດ ແລະ ທີ່ສາມາດໃຫ້ນັກພັດທະນາສາມາດດັດແປງຕໍ່ຍອດໄດ້ດັ່ງນັ້ນ ຈິ່ງເຮັດໃຫ້ບໍລິສັດໂທສະລະສັບມື ຖືຕ່າງໆນໍາໄປໃຊ້ໃນມືຖືຂອງຕົນບໍ່ວ່າຈະເປັນ: Samsung, Sony, HTC, …. ສັງເກດວ່າລະບົບນີ້ຈະມີຮູບເປັນຫຸ່ນ ຍົນໂຕຂຽວໆແບບຮູບຂ້າງເທິງ



  • ລະບົບປະຕິບັດການວິນໂດວ:
    ຫລັງຈາກທີ່ງົມໂຂ່ງກັບຄອມພິວເຕີມາດົນ ຮອດປີ 2010ບໍລິສັດໄມໂຄຊອບເລິ່ມຮູ້ສືກວ່າ: ບະ ຂອງກູນີ້ມັນກະ ລົງມືຖືໄດ້ຕົ໋ວຊິປະໃຫ້ບັກຕິບຈ໋ອບ, ກັບ ອາກູ໊ ກິນຜູ້ດຽວດຽວບໍ, ຄິດໄດ້ດັ່ງນັ້ນເລີຍໄປຈັບມືກັບໂນເກຍຜະລິດ ວິນໂດໂຟນຂື້ນມາ ສັງເກດວ່າວິນໂດວຈະມີຮູບຫນ້າຕ່າງແບບຂ້າງເທິງ

ມື້ຫນ້າຈະມາເວົ້າລາຍລະອຽດ ແລະ ຂໍ້ດີຂໍ້ເສຍຂອງແຕ່ລະ ລະບົບ

ຄົ້ນພົບອຸທະກະບາດຂະຫນາດໃຫຍ່ທີ່ສຸດໃນໂລກ


ນັກວິທະຍາສາດ​ນາໆ​ຊາດ​ປະຈຳ​ສະຖານີ​ວິ​ໃຈ​ແອນ​ຕາກ​ຕິ​ກປຮິນ​ເຊ​ດ(Princess Elisabeth Antarctic research base) ຂອງ​ເບ​ວຢ່ຽມ ພົບ​ອຸ​ກາ​ບາດ​ທີ່​ມີ​ນ້ຳໜັກ 18 ກິ​ໂລກາມ​ໃນ​ເຂດ​ນ້ຳ​ແຂງ​ແນນ​ເຊ​ນ​ໄອ​ຟິນ (Nansen Ice Field) ​ແລະ​ເປັນ​ສ່ວນ​ໜຶ່ງ​ຂອງ​ຫີນ​ຕົວຢ່າງ 425 ກ້ອນ ທີ່ມີ​ນ້ຳ​ໜັກ​ລວມກັນ 75 ກິ​ໂລກາມ
ທ່ານ ວິນ​ເຊ​ນ​ເດີ​ເບ​ວ(Vinciane Debaille) ນັກທໍລະນີວິທະຍາຈາກ​ມະຫາວິທະຍາ​ໄລ​ລິ​ບ​ີ​ເດ​ີບູ​ແຊນ (Universite Libre de Bruxelles) ​ເປັນຫົວໜ້າ​ທີ​ມນັກວິທະຍາສາດ​ຈາກ​ເບ​ວ​ຢ່ຽມ ​ໄດ້​ເວົ້າ​ວ່າ​ບໍ່​ຄາດ​ຄິດ​ວ່າ​ຈະ​ໄດ້​ພົບ​ອຸ​ກາ​ບາດດັ່ງກ່າວ​ເພາະວ່າ​ປົກກະຕິ​ແລ້ວ​ພວກ​ເຂົາ​ບໍ່​ຄ່ອຍ​ໄດ້​ພົບ​ເຫັນ​ອຸ​ກາ​ບາດ​ທີ່​ມີ​ຂະໜາດ​ໃຫຍ່​ແລະ​ມີ​ນ້ຳໜັກ​ຫຼາຍ​ເຊັ່ນນີ້​ແລະ ​ທ່ານ ວິນ​ເຊ​ນ​ເດີ​ເບ​ວ(Vinciane Debaille) ຍັງ​ໄດ້​ໃຫ້​ຄຳ​ເຫັນ​ວ່າ ອຸ​ກາ​ບາດລູກ​ນີ້​ມີ​ຂະໜາດ​ໃຫຍ່​ທີ່​ສຸດ​ທີ່​ພົບ​ໃນ​ເຂດ​ແອນ​ຕາກ​ຕິ​ກາ​ຕາ​ເວັນ​ອອກ​ໃນ​ຮອບ 25 ປີ ດັ່ງ​ນັ້ນ ຈຶ່ງ​ເປັນ​ການ​ຄົ້ນ​ພົບ​ທີ່​ພິ​ເສດ​ສຳ​ຫຼັບ​ພວກ​ເຮົາ ພວກ​ເຮົາ​ໄດ້​ສຶກສາ​ກ້ອນອຸ​ກາ​ບາດ​ເພື່ອ​ໃຫ້​ເຂົ້າ​ໃຈ​ຫຼາຍ​ຂື້ນ​ກ່ຽວ​ກັບກາ​ນກໍ່​ຕົວ​ຂື້ນຂອງ​ລະບົບ​ສຸ ລິຍະ​​ການ​ວິວັດທະນາ​ການ ​ແລະ​ໂລກ​ກາຍ​ມາ​ເປັນ​ດາວ​ເຄາະ​ທີ່​ມີ​ຄວາມ​ຈຳ​ເພາະ​ພຽງ​ໜຶ່ງ​ດຽວ​ໃນ​ຮະ​ບົບສຸລິຍະ​ຂອງ​ເຮົາ​ໄດ້​ແບບ​ໃດ
ປົກະຕິ​ແລ້ວ​ອຸ​ກາ​ບາດ​ຈະ​ເປັນ​ກ້ອນ​ຂະໜາດ​ນ້ອຍໆທີ່​ເຮົາ​ເຫັນ​ເປັນ(ດາວ​ຕົກ)​ໃນ​ຕອນ​ກາງຄືນ​ລະຫວ່າງ​ທີ່​ອຸ​ກາ​ບາດ​ເຜົາ​ໃໜ້​ໃນ​ບັນຍາກາດ ​ແຕ່​​ໃນ​ລະຫວ່າງ​ກາງ​ເດ​ືອນກຸມພາ​ທີ່​ຜ່ານ​ມາ​ອຸ​ກາ​ບາດ​ຂະໜາດ​ໃຫຍ່ທີ່​ລະ​ເບີດ​ເໜືອ​ທ້ອງຟ້າ​ລັດ​ເຊຍ​ໄດ້​ກາຍ​ເປັນ​ຂ່າວ​ໃນ​ທົ່ວ​ໂລກ​ແລະ​ເປັນ​ປະກົດ​ການ​ທີ່​ເຮັດ​ໃຫ້​ມີ​ຜູ້​ຄົນ​ບາດ​ເຈັບ​ກວ່າ 1,200ຄົນ​ແລະ​ຍັງ​ສ້າງ​ຄວາມ​ເສຍ​ຫາຍ​ແກ່​ອາຄານ ບ້ານ​ເຮືອນ​ເປັນ​ບໍລິ​ເວນ​ກວ້າງ​ອີກ​ດ້ວຍ


ພົບທິດສະດີໃຫມ່: ສາເຫດການສູນພັນຂອງໄດໂນເສົາ


ເຖິງວ່າຜູ້ຄົນສ່ວນຫລາຍຈະຍອມຮັບວ່າສາເຫດການສູນພັນຂອງໄດໂນເສົາແມ່ນເກີດມາຈາກ ອຸທະກະບາດ ຊົນໂລກ. ແຕ່ກໍ່ຍັງມີຫລາຍກຸ່ມທິດສະດີທີ່ຂັດແຍ່ງກັບທິດສະດີດັ່ງກ່າວ. ຫນື່ງໃນນັ້ນກໍ່ແມ່ນທິດສະດີການລະເບີດຂອງພູເຂົາໄຟທີ່ ເປັນຕົ້ນເຫດຂອງການສູນພັນຄັ້ງໃຫຍ່ຫລວງ ແລະ ລ່າສຸດກໍ່ມີຜູ້ສະຫນັບສະຫນູນວ່າ ໄດໂນເສົາບໍ່ໄດ້ສູນພັນຈາກສາເຫດ ນອກໂລກ

                                                       ຮູບພາບໄດໂນເສົາ 


ຂໍ້ມູນຈາກງານວິໃຈໃຫມ່ລະບຸວ່າ ເມື່ອຫລາຍສິບລ້ານປີກ່ອນລາວາທີ່ໄຫລຈາກພື້ນທີ່ພູເຂົາໄຟ ແດດຄັນແທຮບ (Deccan traps) ທີ່ປະຈຸບັນຢູ່ໃກ້ເມືອງມຸມໄບຂອງປະເທດອິນເດຍ ອາດພົ່ນຊັນເຟິ ແລະ ຄາບອນໄດອອກໄຊ ໃນລະດັບທີ່ເປັນພິດ ສູ່ຊັ້ນບັນຍາກາດ ແລະ ເປັນສາເຫດຂອງການສູນພັນຄັ້ງໃຫຍ່ ເນື່ອງຈາກພາໃຫ້ເກີດພາວະໂລກຮ້ອນ ແລະ ນ້ຳໃນມະຫາສະ ຫມຸດເປັນພິດ

ລາຍງານຂອງ Life science ລະບູວ່າຂໍ້ມູນດັ່ງກ່າວໄດ້ຖືກນຳສະເຫນີພາຍໃນການປະຊຸມຂອງສະຫະພັນຟິສິອະເມລິກາ (America Geophysical Union) ທ່າມການຖົກຖຽງດ້ານວິຊາການວ່າ: ລະຫວ່າງການຖຸກອຸທະກະບາດຊົນ ຫລື ການ ລະເບີດຂອງພູເຂົາໄຟ ແມ່ນຫຍັງເປັນສາເຫດທີ່ແທ້ຈິງຂອງການສຸນພັນຂອງໄດໂນເສົາເມືອ່ປະມານ 65 ລ້ານປີກ່ອນ ເຊິ່ງເອີ້ນ ອີກຊື່ວ່າການສູນພັນ K-T (K-T extinction)

ເກີຕາ ເຄລເລີ ນັັກທໍລະນີວິທະຍາຈາກມະຫາວິທະຍາໄລພຣິນຕັ້ນ ທີ່ເປັນຜູ້ໂຕ້ແຍ້ງມາຫລາຍປີວ່າແທ້ຈິງແລ້ວກິດຈະກໍາຂອງ ພູເຂົາໄຟເປັນສາເຫດທີ່ເຮັດໃຫ້ໄດໂນເສົາສຸນພັນ, ບັນດາຂໍ້ມູນໃຫມ່ຂອງເຂົາໄດ້ເຮັດໃຫ້ຕ້ອງກັບມາປະເມິນໃຫມ່ວ່າແມ່ນຫຍັງ ຄືສາເຫດແທ້ຈິງຂອງການສູນພັນKT

ໃນຂະນະທີ່ຜູ້ສະຫນັບສະຫນູນທິດສະດີໄດໂນເສົາສຸນພັນຈາກອຸທະກະບາດຊົນໂລກທີ່ Chicxulub ເມັກຊິໂກເມື່ອ 65 ລ້ານປີກ່ອນແຍ້ງວ່າການພຸ່ງຊົນດັ່ງກ່າວໄດ້ປ່ອຍຝຸ່ນ ແລະ ກາສ ທີ່ເປັນພິດຂື້ນສູ່ບັນຍາກາດກັນແສງອາທິດ ແລະ ເຮັດໃຫ້ ຄວາມຫນາວເຢັນແຜ່ໄປທົ່ວ ແລະ ອຸດຕັນການຫາຍໃຈຂອງໄດໂນເສົາ ແລະ ເປັນພິດຕໍ່ສິ່ງແວດລ້ອມໃນທະເລ ແລະ ຍັງອາດ ກະຕູ້ນໃຫ້ເກີດພູເຂົາໄຟລະເບີດ, ແຜ່ນດິນໄຫວ ແລະ ຊຶນາມິ

ແຕ່ວ່າ ເອຣິກ ຟອນ ນັກທໍລະນີວິທະຍາຈາກມະຫາວິທະຍາໄລ ລິສບອນ ປະເທດປອ໊ກຕຸກການ ເຊິ່ງໄດ້ມີສ່ວນຮ່ວມໃນງານ ວິໃຈໃຫມ່ນີ້ໄດ້ໃຫ້ຄວາມເຫັນວ່າ ເຫດການທີ່ Deccan traps ນັ້ນເກິດຂື້ນກ່ອນການສູນພັນຄັ້ງໃຫຍ່ ບໍ່ດົນປານໃດເຊິ່ງ ອາດຈະມີສ່ວນຮ່ວມໃນບາງສ່ວນ ຫລື ໃນການສູນພັນຄັ້ງໃຫຍ່ກໍ່ເປັນໄດ້ (ສະຫລຸບຫມໍນີ້ເວົ້າມົ້ວ ກວມໄປຫມົດ ເຊື່ອບໍ່ໄດ້, ຜູ້ຂຽນ)

ເມືອ່ປີ 2009 ບໍລິສັດນໍ້າມັນແຫ່ງຫນື່ງໄດ້ຂູດເຈາະທາງຝັ່ງຕະເວັນອອກຂອງອິນເດຍ ແລະ ພົບຕະກອນດິນທີ່ມີລາວາເກົ່າຈາກ ສອງຍຸກທັບຖົມກັນ ແລະ ຝັງຢູ່ໃຕ້ດີນປະມານ 2 – 3 ກມ ແລະ ພົບວ່າດິນຕະກອນນັ້ນເຕັມໄປດ້ວຍຟອສຊິລ ຈາກຮອຍຕໍ່ ລະຫວ່າງຍຸກ Cretaceous ແລະ ຍຸກ Tertiary ຫລື ຮອຍຕໍ່ KT ທີ່ເວົ້າຂ້າງເທິງ ເຊິ່ງເປັນສ່ວນທີ່ໄດໂນເສົາຖືກກວດລ້າງ ໄປຈາກໂລກນີ້

ໃນຮ່ອງຮອຍຂອງຟອສຊິລນັ້ນ ໄດ້ສະແດງໃຫ້ເຫັນແພງຕອນທີ່ມີຈໍານວນນ້ອຍກວ່າ ຂະຫນາດນ້ອຍກວ່າ ແລະ ມີເປືອກທີ່ຊັບ ຊ້ອນນ້ອຍກວ່າຢູ່ນັ້ນຊັ້ນຖັັດຈາກລາວາບໍ່ຫລາຍປານໃດ ເຊີ່ງເປັນສິ່ງຊີ້ບອກວ່າສີ່ງທີ່ມີຊີວິດເຫລົ່ານັ້ນເກີດຂື້ນໃນຊ່ວງເວລາໄລ່ ເລ່ຍກັບພູເຂົາໄຟປະທູໂດຍສິ່ງທີ່ມີຊີວິດສ່ວນໃຫຍ່ຄ່ອຍໆຕາຍລົງ

ທ່າມກາງສິ່ງທີ່ມີຊີວິດທີ່ມີຢູ່ນ້ອຍດຽວນັ້ນ ກໍມີສິ່ງທີ່ມີຊີວິດໃນຕະກຸນແພງຕອນທີ່ມີຂະຫນາດນ້ອຍ ແລະ ໂຄງສ້າງແຂງແຮງ ທີ່ບໍ່ສາມາດຈັດເຂົ້າໃນຈໍາພວກໃດໄດ້ຊື່ວ່າ: ກິມບີລລີເທຍ (Guembilitria) ຜຸດຂື້ນມາໃນຟອສຊິລ ແລະ ທີມນັກວີໃຈພົບ ວ່າມີແນວໂນ້ມຄ້້າຍໆກັນນີ້ຈາກການວິເຄາະຂອງຕະກອນດິນ ແລະ ທະເລທີ່ພົບໃນ ອີຢີບ, ສະເປນ, ອີຕາລິ ແລະ ອາເມ ລິກາໂດຍສາມາດພົບ ກິມບີລລີເທຍ ປະກົດໃນຟອສຊິລ 80 – 90 % ໃນຂະນະທີ່ສິ່ງທີ່ມີຊິວິດອື່ນນັ້ນຫາຍໄປຫມົດ

                                            ຮຸບພາບ: ກິມບີລລີເທຍ (Guembilitria)


ບັນດາ ກິມບີລລີເທຍ(ຕະກຸນແມງກະສາບ) ນີ້ສາມາດຢູ່ໄດ້ໃນຂະນະທີ່ສິ່ງແວດລ້ອມກໍາລັງເຂົ້າສູ່ຫາຍຍະນະ ສິ່ງທີ່ມີຊີວິດ ອື່ນເລິ່ມຕາຍແຕ່ພວກນີ້ ສາມາດຢູ່ລອດໄດ້ ພວກນີ້ອາດຄອງໂລກໃນຊ່ວງທີ່ເວລາໂລກເຕັມໄປດ້ວຍຊັລເຟີ ຈາກການປ່ອຍຂອງ ພູເຂົາໄຟ

ອີກອັນຫນື່ງແມ່ນທິມງານເຄລເລິຈາກມະຫາວິທະຍາໄລໂລຊານ, ປະເທດຝະລັ່ງໄດ້ຄົ້ນພົບຕະກອນດິນທີ່ມີທາດ ເອີຣີີຣຽມ ອັນເປັນສ່ວນປະກອບເຄມີທີ່ສໍາຄັນຂອງອຸທະກະບາດໃນຊ່ວງຫລັງການສູນພັນຂອງໄດໂນເສົາ ສະແດງວ່າການພຸ່ງຊົນຂອງ ອຸທະກະບາດເກີດນໍາຫລັງການສຸນພັນຂອງໄດໂນເສົາ

Wednesday, March 20, 2013

ອະນຸພາກພະເຈົ້າ


ອະນຸພາກພະເຈົ້າ: Higg

ຫລາຍທ່ານອາດເຄີຍສົງໃສວ່າ: ອະນຸພາກພະເຈົ້າ ທີ່ນັກວິຊາການດ້ານຟິຊິກຫລາຍຄົນກ່າວເຖິງແມ່ນຫຍັງ, ມັນມາຈາກພະອິນພະພົມ ຊັ້ນບໍເຖິງເອີ້ນວ່າອະນຸພາກພະເຈົ້າ, ຄວາມຈິງແລ້ວອະນຸພາກນີ້ແມ່ນຍັງບໍ່ທັນໄດ້ ຄົ້ນພົບມີພຽງແຕ່ການຕັ້ງຂໍ້ສັງເກດວ່າມັນມີຢູ່ຈິງ ໃນທຳມະຊາດ, ຫລາຍທ່ານອາດຈະຮູ້ແລ້ວວ່າວັດຖຸປະກອບ ດ້ວຍໂມລິກຸນ, ອາຕອມ, ນິວຕອນ, ໂຟຕອນ, ອີເລັກຕຣອນ ເປັນອະ ນຸພາກທີ່ນ້ອຍສຸດຕາມລໍາດັບແຕ່ວ່າໃນ ປະຈຸບັນ ນັກວິທະຍາສາດຄົ້ນພົບວ່າຍັງມີອະນຸພາກທີ່ນ້ອຍກວ່່ານັ້ນອີກ: ເອີ້ນວ່າອະນຸ Higg ເອີ້ນຕິດປາກວ່າ ອະນຸພາກພະເຈົ້າ(ເນື່ອງຈາກວ່າຖ້າສາມາດພົບອະນຸພາກນີ້ ແລະ ຮູ້ຄຸນສົມບັດຂອງມັກຢ່າງຄົບຖ້ວນຈະສາມາດ ອະທິບາຍປະກົດການການເກີດຂອງຈັກກະວານ)

ເມື່ອປີ 1964 ທ່ານ ປີເຕີ ຮີກ ແຫ່ງມະຫາວິທະຍາໄລ ເອຣິນເບີກ ໄດ້ສະເຫນີທິດສະດີທີວ່າເປັນຫຍັງອະນຸ ພາກຕ່າງໆເຊັ່ນ: proton, electron, muon, neutrino, sigma, lambda, quark, hyperon ແລະ ອື່ນໆ ຈິ່ງມີມວນຕ່າງກັນ ນັ້ນກໍ່ຍ້ອນມີສະຫນາມຫນື່ງ (ຕໍ່ມາເອີ້ນ ວ່າ: ສະຫນາມ Higg ) ສົ່ງແຮງກະທໍາຕໍ່ອະນຸພາກດັ່ງກ່າວ ເມື່ອແຮງກະທໍາມີຄ່າສູງກໍ່ຈະເຮັດໃຫ້ອະນຸພາກມີມວນຫລາຍ, ດັ່ງນັ້ນເມື່ອອະນຸພາກຕ່າງໆ ເຄື່ອນທີ່ໃນສະຫນາມ ຮີກ ຈະຖືດຫນ່ວງດ້ວຍແຮງຕ່າງກັນຈິ່ງເຮັດໃຫ້ມີມວນຕ່າງກັນ.

ໃນຫລັກການຂອງ ຄອນຕັມ ສະຫນາມແຮງຂອງທູກສະຫນາມຈະມີອະນຸພາກເປັນຂອງຄູ່ກັນເຊັ່ນ: ສະຫນາມໄຟຟ້າມີ ອະນຸພາກ: Photon, ສະຫນາມນິວເຄຣວກໍ່ຈະມີອະນຸພາກ Meson, ສະຫນາມແຮງໂນ້ມຖ່ວງຈະມີອະນຸພາກ gravition, ດັ່ງນັ້ນສະຫນາມ Higg ກໍ່ຄວນຈະມີອະນຸ ພາກ Higg ເຊັ່ນກັນ. ເຊິ່ງເປັນເຫດໃຫ້ນັກວິທະຍາສາດ ພາກັນຄົ້ນຫາອະນຸພາກນີ້ ຈົນມາຮອດປະຈຸບັນ

ວິທີການຄົ້ນຫາອະນຸພາກນີ້ ທີ່ຍິ່ງໃຫຍ່ທີ່ສຸດແມ່ນຄັ້ງວັນທີ 4 ກໍລະກົດ 2012, ໂດຍໂຄງການ CERN ອົງການວິໃຈ ນິວເຄຍແຫ່ງເອີຣົບ ໂດຍໃຊ້ເຄື່ອງ ເລ່ງອະນຸພາກທີ່ໃຫຍ່ທີ່ສຸດໃນໂລກ Large Hadron Collider (LHC) ເຊິ່ງຕັ້ງຢູ່ ຊາຍແດນຂອງປະເທດ ຝະລັ່ງ ແລະ ສະວິດເຊີແລນເສັ້ນຜ່າສູນກາງ ຍາວເຖິງ 20 ກິໂລແມັດ.




                                                     ຮູບທ່ານ: ປີເຕີ ຮິກ