Thursday, March 21, 2013

ລະບົບປະຕິບັດການຕ່າງໆໃນສະມາດໂຟນ


ຫລາຍທ່ານອາດເຄີຍສົງໃສວ່າໂທລະສັບທີ່ທ່ານຈິ້ມຫນ້າຈໍໄປມານັ້ນມັນແມ່ນລະບົບຫຍັງ ບາງທ່ານອາດບໍ່ຮູ້ເລີຍເລື່ອງລະບົບ ປະຕິບັດການຂອງໂທລະສັບ ຂໍແຕ່ກູໄດ້ຈິ້ມໄປຈິ້ມມາໂຊສາວກະພໍລະ..... ໂອເຄ ເງິນໃຜເງິນມັນ 

ບາດນີ້ມາເວົ້າເລືອງໂທລະສັບ ກັນເທາະ

ເລີ່ມຈາກແຕ່ກີ້ແຕ່ກ່ອນ ໂທລະສັບນັ້ນ ເປັນພຽງສິ່ງທີ່ເອົາໄວ້ໂທອອກ ແລະ ຮັບສາຍເທົ່ານັ້ນ, ກ່ອນທີ່ຈະມີລະບົບການສົ່ງຂໍ້ ຄວາມຂື້ນມາ ແລ້ວພັດທະນາຂື້ນມາເລີ່ມຫລີ້ນອີນເຕີເນັດຜ່ານມືຖືໄດ້ຫວ່າງຊ່ວງ ສິບປີຜ່ານມາ, ໂທລະສັບສະໄຫມກ່ອນຈະ ເປັນລຸ້ນ ແບບຕ້ອງມີປູ່ມຢ່າງດຽວ (ທ່ານໂນເກຍປະກາດກ້ອງວ່າຈັ່ງຊັ້ນ) ກ່ອນທີ່ບໍລະສັດແອັບເປີ້ລ ທີ່ນໍາໂດຍ ສະຕີບຈອບ ມາປະຕິວັດວົງການມືຖື ໂດຍປະກາດວ່າທ້າໂນເກຍວ່າ : ຂອງກູບໍ່ຕ້ອງມີປູ່ມເວີ້ຍ ແລະ ສາມາດດຶງລຸກຄ້າໄດ້ເປັນຈໍານວນມະ ຫາສານ ເຮັດໃຫ້ໂນເກຍຫນ້າແຕກປານຫມາຕົກນໍ້າ

ເອົາລະ ເວົ້າເລື່ອງປະຫວັດຂອງມືຖືແບບກາກໆໄປແລ້ວ ມາເຂົ້າເລື່ືອງລະບົບປະຕິບັດການມືຖືຂອງຍຸກໃຫມ່ດີກວ່າ: ໃນປະ ຈຸບັນລະບົບປະຕິບັດການເທິງມືຖືແບ່ງອອກເປັນ 3 ຄ້າຍໃຫຍ່ໆຄື:



  • ລະບົບປະຕິບັດການໄອໂອເອສ: Ios ຂອງ ທ່ານ ສະຕິບຈອ໋ບ
    ລະບົບນີ້ໃຊ້ກັບ ໄອໂຟນ, ແມັກບຸກ ແລະ ອູປະກອນຕ່າງໆຂອງບໍລິສັດແອັບເປີ້ນເທົ່ານັ້ນ: ສັງເກດລະບົບນີ້ຈະມີກາ ຮູບຫມາກແອັບເປີ້ນ, ລະບົບນີ້ຈະມີຄວາມສະຖຽນກວ່າຫມູ່ຫມົດ ແລະ ມີແອັບທີ່ມີຄຸນະພາບຈໍານວນຫລາຍ ແຕ່ຕ້ອງເສຍເງິນເຫມາະກັບພວກໄຮໂຊ



  • ລະບົບປະຕິບັດການ ແອນດອນ : Android ຂອງບໍລິສັດກູ້ໂກ້:
    ຫລັງຈາກທີ່ລະບົບປະຕິບັດການໄອໂອເອສປະສົບຜົນສໍາເລັດຢ່າງດີ ທາງກູເກີ້ລເລິ່ມຄິດວ່າ ບະ ! ບັກຕິບຈ໊ອບ ມັນມາ ຢຽບຫນ້າກູແທ້ ເລິຍສ້າງລະບົບປະຕິບັດການແອນດອຍຂື້ນມາ ລະບົບປະຕິບັດການນີ້ຄ້າຍໆກັບໄອໂອເອສແຕ່ເປັນ ລະບົບເປີດ ແລະ ທີ່ສາມາດໃຫ້ນັກພັດທະນາສາມາດດັດແປງຕໍ່ຍອດໄດ້ດັ່ງນັ້ນ ຈິ່ງເຮັດໃຫ້ບໍລິສັດໂທສະລະສັບມື ຖືຕ່າງໆນໍາໄປໃຊ້ໃນມືຖືຂອງຕົນບໍ່ວ່າຈະເປັນ: Samsung, Sony, HTC, …. ສັງເກດວ່າລະບົບນີ້ຈະມີຮູບເປັນຫຸ່ນ ຍົນໂຕຂຽວໆແບບຮູບຂ້າງເທິງ



  • ລະບົບປະຕິບັດການວິນໂດວ:
    ຫລັງຈາກທີ່ງົມໂຂ່ງກັບຄອມພິວເຕີມາດົນ ຮອດປີ 2010ບໍລິສັດໄມໂຄຊອບເລິ່ມຮູ້ສືກວ່າ: ບະ ຂອງກູນີ້ມັນກະ ລົງມືຖືໄດ້ຕົ໋ວຊິປະໃຫ້ບັກຕິບຈ໋ອບ, ກັບ ອາກູ໊ ກິນຜູ້ດຽວດຽວບໍ, ຄິດໄດ້ດັ່ງນັ້ນເລີຍໄປຈັບມືກັບໂນເກຍຜະລິດ ວິນໂດໂຟນຂື້ນມາ ສັງເກດວ່າວິນໂດວຈະມີຮູບຫນ້າຕ່າງແບບຂ້າງເທິງ

ມື້ຫນ້າຈະມາເວົ້າລາຍລະອຽດ ແລະ ຂໍ້ດີຂໍ້ເສຍຂອງແຕ່ລະ ລະບົບ

No comments:

Post a Comment