Saturday, March 23, 2013

ສະສານມືດ: Dark matter ຄວາມລັບທີ່ຍັງຄົງເປັນປິດສະຫນາຂອງຈັກກະວານ


ກັບມາອີກຄັ້ງກັບເລື່ອງກັບຈັກກະວານ, ມາເທື່ອນີ້ຈະມາເຂົ້າເລື່ອງສະສານມືດທີ່ຢູ່ໃນຈັກກະສານ ຫລື ແມ່ນແຕ່ໃນໂລກ
ກ່ອນອື່ນມາທໍາຄວາມເຂົ້າໃຈກ່ອນມາສະສານມືດນີ້ແມ່ນຫຍັງ: ສະສານມືດໃນນີ້ບໍ່ແມ່ນຫມາຍຄວາມວ່າຂີ້ຖ່ານໄຟ ຫລື ວັດຖຸສີດໍາຢ່າງຫລາຍຄົນເຂົ້າໃຈເດີ. ເລື່ອງມັນຢູ່ວ່າ: ຕັ້ງແຕ່ອະດີດຈົນເຖິງປະຈຸບັນນັກວິທະຍາສາດໄດ້ພະຍາຍາມຄົ້ນຫາ ອະນຸ ພາກ, ສະສານ, ພະລັງງານຕ່າງໆທີ່ມີໃນຈັກກະວານ ແລະ ໄດ້ພົບຫລາຍຢ່າງເຊັ່ນ: ບັນດາຄື້ນຕ່າງໆ, ລັງສີ, ຄື້ນແສງ, ວັດຖູ ຂະຫນາດຕ່າງໆໃນອະວະກາດ, ພະລັງງານໃນຮູບແບບຕ່າງໆ, ບັນດາສິ່ງທີ່ກ່າວມານີ້ສາມາດກວດຈັບໂດຍໃຊ້ເຄືື່ອງວັດແທກ ຊະນິດຕ່າງໆ ເນື່ອງຈາກວັດຖູທີ່ກ່າວມາສົ່ງພະລັງງານອອກມາໃນຮູບແບບທີ່່ຕ່າງກັນໄປ ນັກວິທະຍາສາດໃຊ້ຄຸນສົມບັດນີ້ໃນ ການສືກສາ ຄຸນສົມບັດ ແລະ ພຶດຕິກໍາຂອງມັນ. ຫລັງຈາກຄົ້ນພົບອະນຸພາກຫລາຍໆຢ່າງໄປແລ້ວ ນັກວິທະຍາສາດໄດ້ຕັ້ງສັນ ນິຖານວ່າ: ແລ້ວອະນຸພາກ ຫລື ພະລັງງານທີ່ບໍ່ສາມາດກວດຈັບໄດ້ໂດຍເຄື່ອງມືໃນຍຸກປະຈຸບັນເດ ? ຈະຢັ້ງຢືນແນວໃດ ວ່າມີອະນຸພາກນີ້ ຫລື ບໍ່ ? ອະນຸພາກໃນສົມມຸດຖານນີ້ເອີ້ນວ່າ: ສະສານດໍາ Dark matter ເນື່ອງຈາກວ່າມັນບໍ່ສາມາດກວດ ຈັບໄດ້ໂດຍກົງ ແຕ່ນັກວິທະຍາສາດຢັ້ງຢືນວ່າມັນມີຢູ່ຈິງ ໂດຍອາໃສການສັງເກດສິ່ງອື່ນທີ່ກ່ຽວຂ້ອງແທນ ບັນດາຊ່ວງວ່າງໆ ທີ່ທ່ານເຫັນໃນຮູບ ນັ້ນອາດມີສະສານດໍາ ທີ່ນັກວິທະຍາດສາດຄົ້ນຫາຢູ່ ແລະ ໃນປະຈຸບັນກໍ່ຍັງບໍ່ທັນມີການຢັ້ງຢືນຢ່າງເປັນ ທາງການກ່ຽວກັບສະສານດໍາເທື່ອ.


ຮູບ: ກາແລັກຊີ ທາງຊ້າງເຜືອກ 

No comments:

Post a Comment