Thursday, May 23, 2013

ດີເອັນເອມະນຸດສະກັດໄດ້ໃນ 1 ນາທີ




 ເຄື່ອງສະແກນດີເອັນເອ

ນັກວິ​​​ໄຈຈາກ University of Washington engineers ​ແລະ ບໍລິສັດ NanoFacture ​ໄດ້ສ້າງ​ ເຄື່ອງມືສຳລັບສະກັດດີເອັນເອມະນຸດທີ່ມີປະສິດທິພາບສູງເປັນມິດກັບສີ່ແວດລ້ອມຫຼາຍກ່ວາວິທີທີ່ໃຊ້ກັນໃນ​ ປັດຈຸບັນໂດຍມີວັດຖຸປະສົງພື່ອນຳໄປໃຊ້ໃນໂຮງໝໍຫຼືສະຖາບັນວິໃຈຕ່າງໆ ທີ່ຈຳເປັນຕ້ອງສະກັດດີເອັນເອຈາກ​ ຕົວຢ່າງຂອງແຫຼວທີ່ໄດ້ຈາກມະນຸດເພື່ອນຳມາວິເຄາະໂຣກ ຫຼື ນຳໄປໃຊ້ໃນການສືບສວນທາງອາດຍາກຳຕໍ່ໄປ.



ວິທີການດັ່ງເດີມທີ່ໃຊ້ໃນການສະກັດດີເອັນເອນັ້ນຈະຕ້ອງໃຊ້ການປັ່ນຫວ່ຽງເພື່ອແຍກໂມເລກຸນດີເອັນເອອອກຈາກຂອງແຫຼວຕົວຢ່າງ ຫຼືອາດໃຊ້ຕົວກອງທີ່ມີຮູຂະໜາດນ້ອຍ ຊື່ງຂະບວນການນີ້ຕ້ອງໃຊ້ເວລາຢ່າງ ໜ້ອຍ 20 ​ເຖິງ 30 ນາທີເພື່ອທີ່ຈະໄດ້ດີເອັນເອອອກມາ ອີກທັ້ງໃນລະຫວ່າງຂະບວນ ການແຍກດີເອັນເອນັ້ນ​ ຍັງຕ້ອງໃຊ້ສານເຄມີທີ່ເປັນພິດອີກດ້ວຍ.



ເຄື່ອງນີ້ເອົາອອກມາໂດຍການໃຊ້ microscopic probe ຈຸ່ມລົງໃນສານຕົວຢ່າງທີ່ໄດ້ຈາກນ້ຳລາຍເສມຫະ ຫຼືເລືອດແລ້ວອາໃສສະໜາມໄຟ້ຟ້າຂອງແຫຼວດືງອານຸພາກຕ່າງໆໃຫ້ມາຢູ່ລວມ ກັບບໍລິເວນ microscopic probe ອານຸພາກຂະໜາດໃຫຍ່ເມື່ອມາຈັບກັບປາຍ probe ຈະຫຼຸດອອກ​​ໄປໃນຂະນະທີ່​ ເປັນເປັນໂມເລກຸນຂອງດີເອັນເອທີ່ມີຂະໜາດນ້ອຍເມື່ອມາຈັບຈະເກາະຕິດຢູ່ກັບບໍລິເວນຜິວຂອງ probe ​ເຮັດໃຫ້ສາມາດແຍກດີເອັນເອອອກຈາກໂມເລກຸນອື່ນໄດ້ແລະ ຍັງໄດ້ດີເອັນເອທີ່ບໍລິສຸດອີກດ້ວຍ.
ປັດຈຸບັນເຄື່ອງສະກັດດີເອັນເອນີ້ຢູ່ໃນລະຫວ່າງຂະບວນການຜລິດເພື່ອນຳໄປສົ່ງໃຫ້ແກ່ສະຖານພະຍາ ບານແລະໂຮງໝໍຕ່າງໆ

WRITTEN BY HIPPONERDY ON MAY 8, 2013. POSTED IN ຊີວະວິທະຍາວິທະຍາສາດ​, ​ເຕັກໂນໂລຊີ, ​ເຕັກໂນໂລຊີ ຊີວະພາບ.

Thursday, May 16, 2013

ຄົບຮອບ 40 ປີແຫ່ງການກຳເນີດໂທລະສັບມືຖື





ຫລາຍທ່ານອາດຍັງບໍ່ທັນຮູ້ວ່າໂທລະສັບມືຖືກຳເນີດຂື້ນມາຕັ້ງແຕ່ວັນທີ 3 ເມສາ ປີ 1973 ເຊິ່ງມາຮອດປະຈຸບັນນີ້ກໍ່ຄົບ ຮອບ 40 ປີແລ້ວ ໂດຍຜູ້ສ້າງຄັ້ງທຳອິດນັ້ນແມ່ນ ມາຕິ ຄູເປີ ວິສະວະກອນຈາກບໍລິສັດ ໂມໂຕໂລລາ ເຊິ່ງຖືໄດ້ວ່າເປັນບິດາ ຂອງໂທລະສັບມືຖື

ໃນໄລຍະ 40 ຜ່ານມາຈະເຫັນໄດ້ວ່າມືຖຶເກິດຈາກການທີ່ນັກທຸລະກິດຕ້ອງການຄວາມສະດວກໃນການຕິດຕໍ່ສື່ສານ ຕໍ່ມາກໍ່ ພັດທະນາເປັນເຄື່ອງມືທາງດ້ານການບັນ ເທິງ ແລະ ອຳນວຍຄວາມສະດວກຕ່າງໆ ແລະ ຕິດຕໍ່ເຂົ້າອິນເຕີເນັດ ຄືດັ່ງພວກ ເຮົາເຫັນໃນປະຈຸບັນ



ດຣ. ໄມ ຊອດຣ ປະທານ ສະຖາບັນວິສະວະກຳສາດ ແລະ ເທັກໂນໂລຢີກ່າວວ່າ: "ໃນອະນາຄົດເຮົາຈະເຫັນອຸປະກອນອີກ ຫລາຍຊະນິດທີ່ຈະຫາຍໄປຕາມອາຍຸໄຂຂອງມັນ"

ນັບວ່າການມາຂອງໂທລະສັບເປັນວິວັດທະນາການໃຫມ່ທີ່ສ້າງຄວາມປ່ຽນໃຫ້ກັບສັງຄົມໂລກພໍໆກັບອິນເຕີເນັດ ແລະ ໂທລະທັດຜູ້ຄົນສາມາດຕິດຕໍ່ສື່ສານກັນໄດ້ຢ່າງວ່ອງໄວເຫມືອນກັບຢູ່ບ່ອນດຽວກັນ

ພາບ: ຈາກ google
ເຄດິດ: http://www.dailynews.co.th


Tuesday, May 14, 2013

ເທັກໂນໂລຍີສະໜາມບິນ ອັດຕະໂນມັດ




ສະໝາມບຶນຮຶດໂຣປະເທດອັງກຶດເປືດຕົວ “ ໂປຣວີຊັ້ນສະແກນເນີ້ເຊື່ງເປັນເຄື່ອງເອັກສະເຣ ທີ່ມາພ້ອມກັບຊອບແວໂຕໃໝ່ ການເຮັດວຽກຂອງມັນບໍ່ຕ່າງຈາກເດີມ ເຈົ້າໜ້າທີ່ຮັກສາຄວາມປອດໄພ ຍັງຄົງກວດຫາວັດຖຸອັນຕະລາຍໄດ້ ພງຽແຕ່ເຫັນພາບ ຜູ້ໂດຍສານເປັນໂຕກາຕູນແທນຮູບແບບລະບົບສະແກນກວດແບບເຕັມຕົວ ທີ່ສາມາດເຫັນຮ່າງກາຍທະລຸປຸໂປ່ງເຫມືອນກັບ ເຫັນເສື້ອຝ້າຢ່າງໃນປະຈຸບັນ ນອກຈາກນີ້ ເຄື່ອງດັ່ງກ່າວ ຍັງສົ່ງສັນຍານ ເປັນແຖບສີເຫລືອງ ໃນກໍລະນີ ທີ່ກວດພົບວັດຖຸຕ້ອງ
ສົງໃສ ແລະ ຜູ້ໂດຍສານສາມາດກວດເບິ່ງພາບທີ່ປະກົດເທິງຈໍໄດ້ ເພີ່ອຄວາມໂປ່ງໃສຂອງການກວດກາ 

ກ່ອນໜ້ານີ້ເມື່ອເດືອນມີຖຸນາ ສາມາດຂົນສົ່ງທາງອາກາດລະຫວ່າງປະເທດ( International Air Transport Association-IATA)ເປີດຕົວແບບຈຳລອງ ດ່ານກວດຄົນເຂົ້າເມືອງໃນອະນາຄົດ(Checkpoint of the Future) ເພື່ອອຳນວຍຄວາມສະດວກແກ່ຜູ້ໂດຍສານເຊັ່ນກັນເທັກໂນໂລຍີດັ່ງກ່າວຊ່ວຍໃຫ້ຜູ້ໂດຍສານທັງຂາເຂົ້າ ແລະ ຂາອອກ ສາມາດຍ່າງຜ່ານປ່ອງກວດໄດ້ ໂດຍບໍ່ເສຍເວລາໃນການ ປົດເກີບ ຫລືກະເປົາ ສຳພາລະຕ່າງຕ່າງ ແລະຫຼຸດຂັ້ນຕອນການກວດ ສອບໃຫ້ເຫຼືອພງຽຈຸດດຽວ ດ້ວຍລະບົບການຈັດການແບ່ງແຍກຜູ້ໂດຍ ສານ ເປັນ 3 ປະເພດ ໄດ້ແກ່ຜູ້ໂດຍສານທີ່ມີຂໍ້ມູນ ໃນຖານຂໍ້ມູນແລ້ວ(Known Traveler)ຜູ້ໂດຍສານປົກະຕິ(Normal) ແລະ ຜູ້ໂດຍສານທີ່ຕ້ອງກວດສອບລະບົບຄວາມ ປອດໄພເພີ້ມເຕີມ(Enhances Security)ລະບົບຈະຄັດແຍກປະເພດຜູ້ໂດຍ ສານດ້ວຍວິທີ Biometrics Indetifier ເຊິ່ງໃຊ້ລັກສະນະທາງກາຍະພາບ ລັກສະນະທາງພຶດຕິກຳ ອັນເປັນລັກສະນະສະເພາະ ຕົວຂອງແຕ່ລະບຸກຄົນໂດຍອັດຕະໂນ ມັດຈາກການອ່ານຂໍ້ມູນໃນໜັງສືເດີນທາງ ກ່ອນທີ່ຜູ້ໂດຍສານຈະເດີນທາງມາເຖິງສະໜາມບິນ ຄາດວ່າເທັກໂນໂລຍີອັດສະ ລິຍະເຊັ່ນນີ້ຈະເລີ່ມໃຊ້ຈິງປະມານ 5-7 ປີຂ້າງໜ້າ


ທີ່ມາ ໜັງສືພິມ ໂພດທູເດ ສະບັບວັນທີ 8 ກັນຍາ 2554
ລາຍງາຍວິທະຍາສາດແລະເທັກໂນໂລຍີ ຈາກວໍຊິງຕັນປະຈຳເດືອນ ກໍລະກົດ2554ສະບັບທີ 7/2554
ແປ ໂດຍ : Mr phetsamai LACKMAITRY

ໝົດຫວັງ…ດັບຝັນຄົນຄອຍ iphone ລຸ້ນປະຢັດ 4,900 ບາດ?


ຫຼັງຈາກເດືອນທີ່ແລ້ວ ທີ່ລາຍການດັງທາງຊ່ອງນ້ອຍສິໄດ້ອອກມາສະເໜີຂ່າວວ່າ ຈະມີ iphone low cost ໃນລາຄາ 4,xxx ອອກມາຈຳ ໜ່າຍ……ຈົນເປັນປະເດັນ ແລະ ສ້າງກະແສພຽງຂ້າມຄືນ

ລ່າສຸດ ETrade Supply ຜູ້ຈັດຈຳໜ່າຍຊິ້ນສ່ວນສຳລັບອຸປະກອນມືຖື ແລະ ຍັງເປັນຜູ້ທີ່ເຄີຍປ່ອຍຮູບຂອງ ສະມາດໂຟນລຸ້ນໃໝ່ໆມາຫຼາຍ ລຸ້ນ ກ່າວວ່າ ໃນຊ່ວງປາຍປີ Apple ກຽມປ່ອຍ iphone loe cost ເຊິ່ງມີລາຄາຢູ່ທີ່ $350-$400 ຫຼືປະມານ 10,500-12,000 ບາດ ເຊິ່ງຈັດເຂົ້າໃນ ສະມາດໂຟນລະດັບກາງ





iPhone low cost
ໂດຍເປົ້າໝາຍຈະຢູ່ປະເທດອິນເດຍ ແລະ ຈີນ ຊຶ່ງໃນປະເທດເຫຼົ່ານີ້ Android ຍັງຄອງສ່ວນແບ່ງການຕະຫຼາດຢູ່ ແລະ ວັນເປີດຕົວກໍ່ບໍທັນ ແນ່ນອນ ແລະ ທີ່ສຳຄັນແມ່ນເລື່ອງລາຄາ 4,900 ບາດ ຂອງ ຮຍ້ນືຳ ສນໄ ແນຫະ ບໍ່ໜ້າຈະເປັນໄປໄດ້

ທາງທີມງານ Sanook! Hitech ກໍ່ໝັ້ນໃຈຄືກັນ ວ່າທາງ Apple ຄົງຈະບໍ່ມີ iPhone low cost ທີ່ມີລາຄາບໍ່ເຖິງ 5,000 ບາດຢ່າງແນ່ ນອນ ຖ້າມີ iPhone low-cost ລາຄານີ້ກໍ່ໜ້າຈະຢູ່ທີ່ປະມານຂ່າວທີ່ທາງທີມງານນຳສະເໜີຢູ່ຂ້າງເທິງ……

ທີ່ມາ : Dr.Bia ໂດຍ Admin-SonG
ແປໂດຍ: ທ່ານ ສອນ