Tuesday, May 14, 2013

ເທັກໂນໂລຍີສະໜາມບິນ ອັດຕະໂນມັດ




ສະໝາມບຶນຮຶດໂຣປະເທດອັງກຶດເປືດຕົວ “ ໂປຣວີຊັ້ນສະແກນເນີ້ເຊື່ງເປັນເຄື່ອງເອັກສະເຣ ທີ່ມາພ້ອມກັບຊອບແວໂຕໃໝ່ ການເຮັດວຽກຂອງມັນບໍ່ຕ່າງຈາກເດີມ ເຈົ້າໜ້າທີ່ຮັກສາຄວາມປອດໄພ ຍັງຄົງກວດຫາວັດຖຸອັນຕະລາຍໄດ້ ພງຽແຕ່ເຫັນພາບ ຜູ້ໂດຍສານເປັນໂຕກາຕູນແທນຮູບແບບລະບົບສະແກນກວດແບບເຕັມຕົວ ທີ່ສາມາດເຫັນຮ່າງກາຍທະລຸປຸໂປ່ງເຫມືອນກັບ ເຫັນເສື້ອຝ້າຢ່າງໃນປະຈຸບັນ ນອກຈາກນີ້ ເຄື່ອງດັ່ງກ່າວ ຍັງສົ່ງສັນຍານ ເປັນແຖບສີເຫລືອງ ໃນກໍລະນີ ທີ່ກວດພົບວັດຖຸຕ້ອງ
ສົງໃສ ແລະ ຜູ້ໂດຍສານສາມາດກວດເບິ່ງພາບທີ່ປະກົດເທິງຈໍໄດ້ ເພີ່ອຄວາມໂປ່ງໃສຂອງການກວດກາ 

ກ່ອນໜ້ານີ້ເມື່ອເດືອນມີຖຸນາ ສາມາດຂົນສົ່ງທາງອາກາດລະຫວ່າງປະເທດ( International Air Transport Association-IATA)ເປີດຕົວແບບຈຳລອງ ດ່ານກວດຄົນເຂົ້າເມືອງໃນອະນາຄົດ(Checkpoint of the Future) ເພື່ອອຳນວຍຄວາມສະດວກແກ່ຜູ້ໂດຍສານເຊັ່ນກັນເທັກໂນໂລຍີດັ່ງກ່າວຊ່ວຍໃຫ້ຜູ້ໂດຍສານທັງຂາເຂົ້າ ແລະ ຂາອອກ ສາມາດຍ່າງຜ່ານປ່ອງກວດໄດ້ ໂດຍບໍ່ເສຍເວລາໃນການ ປົດເກີບ ຫລືກະເປົາ ສຳພາລະຕ່າງຕ່າງ ແລະຫຼຸດຂັ້ນຕອນການກວດ ສອບໃຫ້ເຫຼືອພງຽຈຸດດຽວ ດ້ວຍລະບົບການຈັດການແບ່ງແຍກຜູ້ໂດຍ ສານ ເປັນ 3 ປະເພດ ໄດ້ແກ່ຜູ້ໂດຍສານທີ່ມີຂໍ້ມູນ ໃນຖານຂໍ້ມູນແລ້ວ(Known Traveler)ຜູ້ໂດຍສານປົກະຕິ(Normal) ແລະ ຜູ້ໂດຍສານທີ່ຕ້ອງກວດສອບລະບົບຄວາມ ປອດໄພເພີ້ມເຕີມ(Enhances Security)ລະບົບຈະຄັດແຍກປະເພດຜູ້ໂດຍ ສານດ້ວຍວິທີ Biometrics Indetifier ເຊິ່ງໃຊ້ລັກສະນະທາງກາຍະພາບ ລັກສະນະທາງພຶດຕິກຳ ອັນເປັນລັກສະນະສະເພາະ ຕົວຂອງແຕ່ລະບຸກຄົນໂດຍອັດຕະໂນ ມັດຈາກການອ່ານຂໍ້ມູນໃນໜັງສືເດີນທາງ ກ່ອນທີ່ຜູ້ໂດຍສານຈະເດີນທາງມາເຖິງສະໜາມບິນ ຄາດວ່າເທັກໂນໂລຍີອັດສະ ລິຍະເຊັ່ນນີ້ຈະເລີ່ມໃຊ້ຈິງປະມານ 5-7 ປີຂ້າງໜ້າ


ທີ່ມາ ໜັງສືພິມ ໂພດທູເດ ສະບັບວັນທີ 8 ກັນຍາ 2554
ລາຍງາຍວິທະຍາສາດແລະເທັກໂນໂລຍີ ຈາກວໍຊິງຕັນປະຈຳເດືອນ ກໍລະກົດ2554ສະບັບທີ 7/2554
ແປ ໂດຍ : Mr phetsamai LACKMAITRY

No comments:

Post a Comment