Thursday, May 16, 2013

ຄົບຮອບ 40 ປີແຫ່ງການກຳເນີດໂທລະສັບມືຖື





ຫລາຍທ່ານອາດຍັງບໍ່ທັນຮູ້ວ່າໂທລະສັບມືຖືກຳເນີດຂື້ນມາຕັ້ງແຕ່ວັນທີ 3 ເມສາ ປີ 1973 ເຊິ່ງມາຮອດປະຈຸບັນນີ້ກໍ່ຄົບ ຮອບ 40 ປີແລ້ວ ໂດຍຜູ້ສ້າງຄັ້ງທຳອິດນັ້ນແມ່ນ ມາຕິ ຄູເປີ ວິສະວະກອນຈາກບໍລິສັດ ໂມໂຕໂລລາ ເຊິ່ງຖືໄດ້ວ່າເປັນບິດາ ຂອງໂທລະສັບມືຖື

ໃນໄລຍະ 40 ຜ່ານມາຈະເຫັນໄດ້ວ່າມືຖຶເກິດຈາກການທີ່ນັກທຸລະກິດຕ້ອງການຄວາມສະດວກໃນການຕິດຕໍ່ສື່ສານ ຕໍ່ມາກໍ່ ພັດທະນາເປັນເຄື່ອງມືທາງດ້ານການບັນ ເທິງ ແລະ ອຳນວຍຄວາມສະດວກຕ່າງໆ ແລະ ຕິດຕໍ່ເຂົ້າອິນເຕີເນັດ ຄືດັ່ງພວກ ເຮົາເຫັນໃນປະຈຸບັນ



ດຣ. ໄມ ຊອດຣ ປະທານ ສະຖາບັນວິສະວະກຳສາດ ແລະ ເທັກໂນໂລຢີກ່າວວ່າ: "ໃນອະນາຄົດເຮົາຈະເຫັນອຸປະກອນອີກ ຫລາຍຊະນິດທີ່ຈະຫາຍໄປຕາມອາຍຸໄຂຂອງມັນ"

ນັບວ່າການມາຂອງໂທລະສັບເປັນວິວັດທະນາການໃຫມ່ທີ່ສ້າງຄວາມປ່ຽນໃຫ້ກັບສັງຄົມໂລກພໍໆກັບອິນເຕີເນັດ ແລະ ໂທລະທັດຜູ້ຄົນສາມາດຕິດຕໍ່ສື່ສານກັນໄດ້ຢ່າງວ່ອງໄວເຫມືອນກັບຢູ່ບ່ອນດຽວກັນ

ພາບ: ຈາກ google
ເຄດິດ: http://www.dailynews.co.th


No comments:

Post a Comment