Thursday, March 21, 2013

ພົບທິດສະດີໃຫມ່: ສາເຫດການສູນພັນຂອງໄດໂນເສົາ


ເຖິງວ່າຜູ້ຄົນສ່ວນຫລາຍຈະຍອມຮັບວ່າສາເຫດການສູນພັນຂອງໄດໂນເສົາແມ່ນເກີດມາຈາກ ອຸທະກະບາດ ຊົນໂລກ. ແຕ່ກໍ່ຍັງມີຫລາຍກຸ່ມທິດສະດີທີ່ຂັດແຍ່ງກັບທິດສະດີດັ່ງກ່າວ. ຫນື່ງໃນນັ້ນກໍ່ແມ່ນທິດສະດີການລະເບີດຂອງພູເຂົາໄຟທີ່ ເປັນຕົ້ນເຫດຂອງການສູນພັນຄັ້ງໃຫຍ່ຫລວງ ແລະ ລ່າສຸດກໍ່ມີຜູ້ສະຫນັບສະຫນູນວ່າ ໄດໂນເສົາບໍ່ໄດ້ສູນພັນຈາກສາເຫດ ນອກໂລກ

                                                       ຮູບພາບໄດໂນເສົາ 


ຂໍ້ມູນຈາກງານວິໃຈໃຫມ່ລະບຸວ່າ ເມື່ອຫລາຍສິບລ້ານປີກ່ອນລາວາທີ່ໄຫລຈາກພື້ນທີ່ພູເຂົາໄຟ ແດດຄັນແທຮບ (Deccan traps) ທີ່ປະຈຸບັນຢູ່ໃກ້ເມືອງມຸມໄບຂອງປະເທດອິນເດຍ ອາດພົ່ນຊັນເຟິ ແລະ ຄາບອນໄດອອກໄຊ ໃນລະດັບທີ່ເປັນພິດ ສູ່ຊັ້ນບັນຍາກາດ ແລະ ເປັນສາເຫດຂອງການສູນພັນຄັ້ງໃຫຍ່ ເນື່ອງຈາກພາໃຫ້ເກີດພາວະໂລກຮ້ອນ ແລະ ນ້ຳໃນມະຫາສະ ຫມຸດເປັນພິດ

ລາຍງານຂອງ Life science ລະບູວ່າຂໍ້ມູນດັ່ງກ່າວໄດ້ຖືກນຳສະເຫນີພາຍໃນການປະຊຸມຂອງສະຫະພັນຟິສິອະເມລິກາ (America Geophysical Union) ທ່າມການຖົກຖຽງດ້ານວິຊາການວ່າ: ລະຫວ່າງການຖຸກອຸທະກະບາດຊົນ ຫລື ການ ລະເບີດຂອງພູເຂົາໄຟ ແມ່ນຫຍັງເປັນສາເຫດທີ່ແທ້ຈິງຂອງການສຸນພັນຂອງໄດໂນເສົາເມືອ່ປະມານ 65 ລ້ານປີກ່ອນ ເຊິ່ງເອີ້ນ ອີກຊື່ວ່າການສູນພັນ K-T (K-T extinction)

ເກີຕາ ເຄລເລີ ນັັກທໍລະນີວິທະຍາຈາກມະຫາວິທະຍາໄລພຣິນຕັ້ນ ທີ່ເປັນຜູ້ໂຕ້ແຍ້ງມາຫລາຍປີວ່າແທ້ຈິງແລ້ວກິດຈະກໍາຂອງ ພູເຂົາໄຟເປັນສາເຫດທີ່ເຮັດໃຫ້ໄດໂນເສົາສຸນພັນ, ບັນດາຂໍ້ມູນໃຫມ່ຂອງເຂົາໄດ້ເຮັດໃຫ້ຕ້ອງກັບມາປະເມິນໃຫມ່ວ່າແມ່ນຫຍັງ ຄືສາເຫດແທ້ຈິງຂອງການສູນພັນKT

ໃນຂະນະທີ່ຜູ້ສະຫນັບສະຫນູນທິດສະດີໄດໂນເສົາສຸນພັນຈາກອຸທະກະບາດຊົນໂລກທີ່ Chicxulub ເມັກຊິໂກເມື່ອ 65 ລ້ານປີກ່ອນແຍ້ງວ່າການພຸ່ງຊົນດັ່ງກ່າວໄດ້ປ່ອຍຝຸ່ນ ແລະ ກາສ ທີ່ເປັນພິດຂື້ນສູ່ບັນຍາກາດກັນແສງອາທິດ ແລະ ເຮັດໃຫ້ ຄວາມຫນາວເຢັນແຜ່ໄປທົ່ວ ແລະ ອຸດຕັນການຫາຍໃຈຂອງໄດໂນເສົາ ແລະ ເປັນພິດຕໍ່ສິ່ງແວດລ້ອມໃນທະເລ ແລະ ຍັງອາດ ກະຕູ້ນໃຫ້ເກີດພູເຂົາໄຟລະເບີດ, ແຜ່ນດິນໄຫວ ແລະ ຊຶນາມິ

ແຕ່ວ່າ ເອຣິກ ຟອນ ນັກທໍລະນີວິທະຍາຈາກມະຫາວິທະຍາໄລ ລິສບອນ ປະເທດປອ໊ກຕຸກການ ເຊິ່ງໄດ້ມີສ່ວນຮ່ວມໃນງານ ວິໃຈໃຫມ່ນີ້ໄດ້ໃຫ້ຄວາມເຫັນວ່າ ເຫດການທີ່ Deccan traps ນັ້ນເກິດຂື້ນກ່ອນການສູນພັນຄັ້ງໃຫຍ່ ບໍ່ດົນປານໃດເຊິ່ງ ອາດຈະມີສ່ວນຮ່ວມໃນບາງສ່ວນ ຫລື ໃນການສູນພັນຄັ້ງໃຫຍ່ກໍ່ເປັນໄດ້ (ສະຫລຸບຫມໍນີ້ເວົ້າມົ້ວ ກວມໄປຫມົດ ເຊື່ອບໍ່ໄດ້, ຜູ້ຂຽນ)

ເມືອ່ປີ 2009 ບໍລິສັດນໍ້າມັນແຫ່ງຫນື່ງໄດ້ຂູດເຈາະທາງຝັ່ງຕະເວັນອອກຂອງອິນເດຍ ແລະ ພົບຕະກອນດິນທີ່ມີລາວາເກົ່າຈາກ ສອງຍຸກທັບຖົມກັນ ແລະ ຝັງຢູ່ໃຕ້ດີນປະມານ 2 – 3 ກມ ແລະ ພົບວ່າດິນຕະກອນນັ້ນເຕັມໄປດ້ວຍຟອສຊິລ ຈາກຮອຍຕໍ່ ລະຫວ່າງຍຸກ Cretaceous ແລະ ຍຸກ Tertiary ຫລື ຮອຍຕໍ່ KT ທີ່ເວົ້າຂ້າງເທິງ ເຊິ່ງເປັນສ່ວນທີ່ໄດໂນເສົາຖືກກວດລ້າງ ໄປຈາກໂລກນີ້

ໃນຮ່ອງຮອຍຂອງຟອສຊິລນັ້ນ ໄດ້ສະແດງໃຫ້ເຫັນແພງຕອນທີ່ມີຈໍານວນນ້ອຍກວ່າ ຂະຫນາດນ້ອຍກວ່າ ແລະ ມີເປືອກທີ່ຊັບ ຊ້ອນນ້ອຍກວ່າຢູ່ນັ້ນຊັ້ນຖັັດຈາກລາວາບໍ່ຫລາຍປານໃດ ເຊີ່ງເປັນສິ່ງຊີ້ບອກວ່າສີ່ງທີ່ມີຊີວິດເຫລົ່ານັ້ນເກີດຂື້ນໃນຊ່ວງເວລາໄລ່ ເລ່ຍກັບພູເຂົາໄຟປະທູໂດຍສິ່ງທີ່ມີຊີວິດສ່ວນໃຫຍ່ຄ່ອຍໆຕາຍລົງ

ທ່າມກາງສິ່ງທີ່ມີຊີວິດທີ່ມີຢູ່ນ້ອຍດຽວນັ້ນ ກໍມີສິ່ງທີ່ມີຊີວິດໃນຕະກຸນແພງຕອນທີ່ມີຂະຫນາດນ້ອຍ ແລະ ໂຄງສ້າງແຂງແຮງ ທີ່ບໍ່ສາມາດຈັດເຂົ້າໃນຈໍາພວກໃດໄດ້ຊື່ວ່າ: ກິມບີລລີເທຍ (Guembilitria) ຜຸດຂື້ນມາໃນຟອສຊິລ ແລະ ທີມນັກວີໃຈພົບ ວ່າມີແນວໂນ້ມຄ້້າຍໆກັນນີ້ຈາກການວິເຄາະຂອງຕະກອນດິນ ແລະ ທະເລທີ່ພົບໃນ ອີຢີບ, ສະເປນ, ອີຕາລິ ແລະ ອາເມ ລິກາໂດຍສາມາດພົບ ກິມບີລລີເທຍ ປະກົດໃນຟອສຊິລ 80 – 90 % ໃນຂະນະທີ່ສິ່ງທີ່ມີຊິວິດອື່ນນັ້ນຫາຍໄປຫມົດ

                                            ຮຸບພາບ: ກິມບີລລີເທຍ (Guembilitria)


ບັນດາ ກິມບີລລີເທຍ(ຕະກຸນແມງກະສາບ) ນີ້ສາມາດຢູ່ໄດ້ໃນຂະນະທີ່ສິ່ງແວດລ້ອມກໍາລັງເຂົ້າສູ່ຫາຍຍະນະ ສິ່ງທີ່ມີຊີວິດ ອື່ນເລິ່ມຕາຍແຕ່ພວກນີ້ ສາມາດຢູ່ລອດໄດ້ ພວກນີ້ອາດຄອງໂລກໃນຊ່ວງທີ່ເວລາໂລກເຕັມໄປດ້ວຍຊັລເຟີ ຈາກການປ່ອຍຂອງ ພູເຂົາໄຟ

ອີກອັນຫນື່ງແມ່ນທິມງານເຄລເລິຈາກມະຫາວິທະຍາໄລໂລຊານ, ປະເທດຝະລັ່ງໄດ້ຄົ້ນພົບຕະກອນດິນທີ່ມີທາດ ເອີຣີີຣຽມ ອັນເປັນສ່ວນປະກອບເຄມີທີ່ສໍາຄັນຂອງອຸທະກະບາດໃນຊ່ວງຫລັງການສູນພັນຂອງໄດໂນເສົາ ສະແດງວ່າການພຸ່ງຊົນຂອງ ອຸທະກະບາດເກີດນໍາຫລັງການສຸນພັນຂອງໄດໂນເສົາ

No comments:

Post a Comment