Wednesday, March 20, 2013

ອະນຸພາກພະເຈົ້າ


ອະນຸພາກພະເຈົ້າ: Higg

ຫລາຍທ່ານອາດເຄີຍສົງໃສວ່າ: ອະນຸພາກພະເຈົ້າ ທີ່ນັກວິຊາການດ້ານຟິຊິກຫລາຍຄົນກ່າວເຖິງແມ່ນຫຍັງ, ມັນມາຈາກພະອິນພະພົມ ຊັ້ນບໍເຖິງເອີ້ນວ່າອະນຸພາກພະເຈົ້າ, ຄວາມຈິງແລ້ວອະນຸພາກນີ້ແມ່ນຍັງບໍ່ທັນໄດ້ ຄົ້ນພົບມີພຽງແຕ່ການຕັ້ງຂໍ້ສັງເກດວ່າມັນມີຢູ່ຈິງ ໃນທຳມະຊາດ, ຫລາຍທ່ານອາດຈະຮູ້ແລ້ວວ່າວັດຖຸປະກອບ ດ້ວຍໂມລິກຸນ, ອາຕອມ, ນິວຕອນ, ໂຟຕອນ, ອີເລັກຕຣອນ ເປັນອະ ນຸພາກທີ່ນ້ອຍສຸດຕາມລໍາດັບແຕ່ວ່າໃນ ປະຈຸບັນ ນັກວິທະຍາສາດຄົ້ນພົບວ່າຍັງມີອະນຸພາກທີ່ນ້ອຍກວ່່ານັ້ນອີກ: ເອີ້ນວ່າອະນຸ Higg ເອີ້ນຕິດປາກວ່າ ອະນຸພາກພະເຈົ້າ(ເນື່ອງຈາກວ່າຖ້າສາມາດພົບອະນຸພາກນີ້ ແລະ ຮູ້ຄຸນສົມບັດຂອງມັກຢ່າງຄົບຖ້ວນຈະສາມາດ ອະທິບາຍປະກົດການການເກີດຂອງຈັກກະວານ)

ເມື່ອປີ 1964 ທ່ານ ປີເຕີ ຮີກ ແຫ່ງມະຫາວິທະຍາໄລ ເອຣິນເບີກ ໄດ້ສະເຫນີທິດສະດີທີວ່າເປັນຫຍັງອະນຸ ພາກຕ່າງໆເຊັ່ນ: proton, electron, muon, neutrino, sigma, lambda, quark, hyperon ແລະ ອື່ນໆ ຈິ່ງມີມວນຕ່າງກັນ ນັ້ນກໍ່ຍ້ອນມີສະຫນາມຫນື່ງ (ຕໍ່ມາເອີ້ນ ວ່າ: ສະຫນາມ Higg ) ສົ່ງແຮງກະທໍາຕໍ່ອະນຸພາກດັ່ງກ່າວ ເມື່ອແຮງກະທໍາມີຄ່າສູງກໍ່ຈະເຮັດໃຫ້ອະນຸພາກມີມວນຫລາຍ, ດັ່ງນັ້ນເມື່ອອະນຸພາກຕ່າງໆ ເຄື່ອນທີ່ໃນສະຫນາມ ຮີກ ຈະຖືດຫນ່ວງດ້ວຍແຮງຕ່າງກັນຈິ່ງເຮັດໃຫ້ມີມວນຕ່າງກັນ.

ໃນຫລັກການຂອງ ຄອນຕັມ ສະຫນາມແຮງຂອງທູກສະຫນາມຈະມີອະນຸພາກເປັນຂອງຄູ່ກັນເຊັ່ນ: ສະຫນາມໄຟຟ້າມີ ອະນຸພາກ: Photon, ສະຫນາມນິວເຄຣວກໍ່ຈະມີອະນຸພາກ Meson, ສະຫນາມແຮງໂນ້ມຖ່ວງຈະມີອະນຸພາກ gravition, ດັ່ງນັ້ນສະຫນາມ Higg ກໍ່ຄວນຈະມີອະນຸ ພາກ Higg ເຊັ່ນກັນ. ເຊິ່ງເປັນເຫດໃຫ້ນັກວິທະຍາສາດ ພາກັນຄົ້ນຫາອະນຸພາກນີ້ ຈົນມາຮອດປະຈຸບັນ

ວິທີການຄົ້ນຫາອະນຸພາກນີ້ ທີ່ຍິ່ງໃຫຍ່ທີ່ສຸດແມ່ນຄັ້ງວັນທີ 4 ກໍລະກົດ 2012, ໂດຍໂຄງການ CERN ອົງການວິໃຈ ນິວເຄຍແຫ່ງເອີຣົບ ໂດຍໃຊ້ເຄື່ອງ ເລ່ງອະນຸພາກທີ່ໃຫຍ່ທີ່ສຸດໃນໂລກ Large Hadron Collider (LHC) ເຊິ່ງຕັ້ງຢູ່ ຊາຍແດນຂອງປະເທດ ຝະລັ່ງ ແລະ ສະວິດເຊີແລນເສັ້ນຜ່າສູນກາງ ຍາວເຖິງ 20 ກິໂລແມັດ.




                                                     ຮູບທ່ານ: ປີເຕີ ຮິກ


No comments:

Post a Comment