Thursday, March 21, 2013

ຄົ້ນພົບອຸທະກະບາດຂະຫນາດໃຫຍ່ທີ່ສຸດໃນໂລກ


ນັກວິທະຍາສາດ​ນາໆ​ຊາດ​ປະຈຳ​ສະຖານີ​ວິ​ໃຈ​ແອນ​ຕາກ​ຕິ​ກປຮິນ​ເຊ​ດ(Princess Elisabeth Antarctic research base) ຂອງ​ເບ​ວຢ່ຽມ ພົບ​ອຸ​ກາ​ບາດ​ທີ່​ມີ​ນ້ຳໜັກ 18 ກິ​ໂລກາມ​ໃນ​ເຂດ​ນ້ຳ​ແຂງ​ແນນ​ເຊ​ນ​ໄອ​ຟິນ (Nansen Ice Field) ​ແລະ​ເປັນ​ສ່ວນ​ໜຶ່ງ​ຂອງ​ຫີນ​ຕົວຢ່າງ 425 ກ້ອນ ທີ່ມີ​ນ້ຳ​ໜັກ​ລວມກັນ 75 ກິ​ໂລກາມ
ທ່ານ ວິນ​ເຊ​ນ​ເດີ​ເບ​ວ(Vinciane Debaille) ນັກທໍລະນີວິທະຍາຈາກ​ມະຫາວິທະຍາ​ໄລ​ລິ​ບ​ີ​ເດ​ີບູ​ແຊນ (Universite Libre de Bruxelles) ​ເປັນຫົວໜ້າ​ທີ​ມນັກວິທະຍາສາດ​ຈາກ​ເບ​ວ​ຢ່ຽມ ​ໄດ້​ເວົ້າ​ວ່າ​ບໍ່​ຄາດ​ຄິດ​ວ່າ​ຈະ​ໄດ້​ພົບ​ອຸ​ກາ​ບາດດັ່ງກ່າວ​ເພາະວ່າ​ປົກກະຕິ​ແລ້ວ​ພວກ​ເຂົາ​ບໍ່​ຄ່ອຍ​ໄດ້​ພົບ​ເຫັນ​ອຸ​ກາ​ບາດ​ທີ່​ມີ​ຂະໜາດ​ໃຫຍ່​ແລະ​ມີ​ນ້ຳໜັກ​ຫຼາຍ​ເຊັ່ນນີ້​ແລະ ​ທ່ານ ວິນ​ເຊ​ນ​ເດີ​ເບ​ວ(Vinciane Debaille) ຍັງ​ໄດ້​ໃຫ້​ຄຳ​ເຫັນ​ວ່າ ອຸ​ກາ​ບາດລູກ​ນີ້​ມີ​ຂະໜາດ​ໃຫຍ່​ທີ່​ສຸດ​ທີ່​ພົບ​ໃນ​ເຂດ​ແອນ​ຕາກ​ຕິ​ກາ​ຕາ​ເວັນ​ອອກ​ໃນ​ຮອບ 25 ປີ ດັ່ງ​ນັ້ນ ຈຶ່ງ​ເປັນ​ການ​ຄົ້ນ​ພົບ​ທີ່​ພິ​ເສດ​ສຳ​ຫຼັບ​ພວກ​ເຮົາ ພວກ​ເຮົາ​ໄດ້​ສຶກສາ​ກ້ອນອຸ​ກາ​ບາດ​ເພື່ອ​ໃຫ້​ເຂົ້າ​ໃຈ​ຫຼາຍ​ຂື້ນ​ກ່ຽວ​ກັບກາ​ນກໍ່​ຕົວ​ຂື້ນຂອງ​ລະບົບ​ສຸ ລິຍະ​​ການ​ວິວັດທະນາ​ການ ​ແລະ​ໂລກ​ກາຍ​ມາ​ເປັນ​ດາວ​ເຄາະ​ທີ່​ມີ​ຄວາມ​ຈຳ​ເພາະ​ພຽງ​ໜຶ່ງ​ດຽວ​ໃນ​ຮະ​ບົບສຸລິຍະ​ຂອງ​ເຮົາ​ໄດ້​ແບບ​ໃດ
ປົກະຕິ​ແລ້ວ​ອຸ​ກາ​ບາດ​ຈະ​ເປັນ​ກ້ອນ​ຂະໜາດ​ນ້ອຍໆທີ່​ເຮົາ​ເຫັນ​ເປັນ(ດາວ​ຕົກ)​ໃນ​ຕອນ​ກາງຄືນ​ລະຫວ່າງ​ທີ່​ອຸ​ກາ​ບາດ​ເຜົາ​ໃໜ້​ໃນ​ບັນຍາກາດ ​ແຕ່​​ໃນ​ລະຫວ່າງ​ກາງ​ເດ​ືອນກຸມພາ​ທີ່​ຜ່ານ​ມາ​ອຸ​ກາ​ບາດ​ຂະໜາດ​ໃຫຍ່ທີ່​ລະ​ເບີດ​ເໜືອ​ທ້ອງຟ້າ​ລັດ​ເຊຍ​ໄດ້​ກາຍ​ເປັນ​ຂ່າວ​ໃນ​ທົ່ວ​ໂລກ​ແລະ​ເປັນ​ປະກົດ​ການ​ທີ່​ເຮັດ​ໃຫ້​ມີ​ຜູ້​ຄົນ​ບາດ​ເຈັບ​ກວ່າ 1,200ຄົນ​ແລະ​ຍັງ​ສ້າງ​ຄວາມ​ເສຍ​ຫາຍ​ແກ່​ອາຄານ ບ້ານ​ເຮືອນ​ເປັນ​ບໍລິ​ເວນ​ກວ້າງ​ອີກ​ດ້ວຍ


No comments:

Post a Comment