ກ່ອນອື່ນເຮົາມາຮູ້ຈັກຫນ້ອຍຫນຶ່ງກ່ອນ
ເງິນໃບ5,000ກີບ ສັບທະນາຄານເອີ້ນວ່າ ທະນາບັດ5,000ກີບ.
ເງິນໃບ10,000ກີບ ສັບທະນາຄານເອີ້ນວ່າ ທະນາບັດ10,000ກີບ...
(ທະນາບັດພາສາອັງກິດແມ່ນ banknote)
ການທີ່ປະເທດໃດຈະພິມທະນາບັດອອກມາ ສະແດງວ່າປະເທດນັ້ນຈະຕ້ອງມີຄຳສຳຮອງ ແລະ ຕ້ອງກຳນົດອັດຕາແລກປ່ຽນໃຫ້ຊັດເຈນ.
ສົມມຸດວ່າ: ຖ້າກຳນົດຄ່າ ຄຳ 1 ອອນ(oz) ເທົ່າກັບ 1,000ກີບ ກໍ່ຕ້ອງພິມທະນາບັດອອກມາຕາມນັ້ນ ເພື່ອທີ່ທະນາບັດຈະໄດ້ແທນຄ່າທີ່ແທ້ຈິງຂອງຄຳ.
ຖ້າພິມທະນາບັດອອກມາອີກ 1,000ກີບ ໂດຍບໍ່ມີຄຳຫນຸນຫລັງ ມູນຄ່າຂອງທະນາບັດກໍ່ຈະເສື່ອມຄ່າລົງ.
ຍິ່ງພິມທະນາບັດອອກມາຫລາຍເທົ່າໃດ ກໍ່ຍິ່ງເຮັດໃຫ້ທະນາບັດກາຍເປັນເສດເຈ້ຍຫລາຍຂຶ້ນເທົ່ານັ້ນ.
ເປັນຫຍັງຈື່ງວ່າກາຍເປັນເສດເຈ້ຍລະ? ຄັນຢາກຮູ້ກໍ່ຕ້ອງຕິດຕາມອ່ານຕໍ່ ກັບເຫດການທີ່ບໍ່ມີນັກເສດຖະສາດຄົນໃດບໍ່ຮູ້ຈັກ
ທີ່ມັນເກີດຂຶ້ນມາແລ້ວກັບປະເທດ ຊິມບາບເວ(Zimbabwe).
ບໍ່ແມ່ນຍ້ອນມີນ້ຳຕົກ ວິກຕໍເຣຍ ອັນສວຍງາມ, ບໍ່ແມ່ນຍ້ອນມີເຫມືອງຂຸດເພັດຂະຫນາດໃຫຍ່ ຫລື ຍ້ອນມີຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ,
ແຕ່ຫາກແມ່ນຊາວຊິມບາບເວທຸກຄົນແມ່ນເສດຖີພັນລ້ານ(Billionaire).
ຍ້ອນຄືນຫລັງໄປເມື່ອ 7 ປີກ່ອນ, ປະເທດນີ້ກໍ່ບໍ່ໄດ້ຕ່າງຈາກປະເທດອື່ນທົ່ວໆໄປ ແຕ່ເນື່ອງຈາກການບໍລິຫານງານທີ່ຜິດພາດ ແລະ ຂາດຄວາມເຂົ້າໃຈ
ຂອງຜູ້ນຳລັດທະບານ ເຊິ່ງນຳໄປສູ່ການສ້າງຫາຍະນະອັນໃຫຍ່ຫລວງໃຫ້ແກ່ປະຊົນທຸກໆຄົນ ຊະນິດທີ່ໂລກຕ້ອງຈາລຶກໄວ້
ເປັນອີກບົດຫນຶ່ງຂອງປະຫວັດສາດການເງິນໂລກກັນເລີຍ.
ປະຊາກອນຊາວຊິມບາບເວມີທັງຄົນຜິວຂາວ ແລະ ຄົນຜິວດຳອາໃສຢູ່ຮ່ວມກັນ ໂດຍເພິ່ງພາຄົນຜິວຂາວທີ່ຍ້າຍມາຕັ້ງຖິ່ນຖານ ເຊິ່ງເປັນເຈົ້າຂອງທີ່ດິນ
ທັງປູກຝັງແລະລ້ຽງສັດ. ສ່ວນຄົນຜິວດຳແມ່ນເປັນຊົນຊັ້ນແຮງງານ
ຄົນຂາວ ຮັບຫນ້າທີ່ເປັນຜູ້ບໍລິຫານຊັ້ນດີ.
ຄົນດຳ ເປັນແຮງງານມີຝີມື.
ທຸກຢ່າລົງຕົວ...
ຈົນເຖິງຊ່ວງຕົ້ນທົດສະວັດທີ 90 ໃນຍຸກສະໄຫມຂອງນາຍຍົກລັດທະມຸນຕີ ໂຣເບີດ ມູກາເບ(Robert Mugabe).
ລັດທະບານໄດ້ອອກກົດຫມາຍໃຫມ່ ປະຕິວັດການຈັດການທີ່ດິນທຳກິນ(Land Reform). ເນື້ອໃນໃຈຄວາມຂອງກົດຫມາຍດັ່ງກ່າວແມ່ນເພື່ອ
ຊ່ວຍຄົນຜິວດຳທີ່ເປັນຄົນພື້ນເມືອງໄດ້ມີທີ່ດິນເປັນຂອງຕົວເອງ ບໍ່ຕ້ອງຕົກເປັນລູກຈ້າງຂອງຄົນຜິວຂາວອີກຕໍ່ໄປ.
ຍຶດຄືນທີ່ດິນທີ່ເປັນກຳມະສິດຂອງຄົນຜິວຂາວ ແລ້ວແຈກໃຫ້ຄົນຜິວດຳ.
ຈຶ່ງເປັນຈຸດເລີ່ມຕົ້ນຂອງປັນຫາທີ່ຕາມມາ
----------------------------------------------------------------------------------------------------------------------------------------------------------------------------------
ຈາກຄົນຜິວດຳທີ່ເຄີຍເປັນກຳມະກອນ ບັດນີ້ໄດ້ຖືກເລື່ອນຂັ້ນມາເປັນເຈົ້າຂອງທີ່ດິນ ຈຳເປັນຕ້ອງມາບໍລິຫານ.
ຈາກຄົນຜິວຂາວທີ່ເຄີຍເປັນຜູ້ບໍລິຫານ ພັດສູນສິ້ນທຸກຢ່າງທີ່ເຄີຍເປັນຂອງຕົນເອງ. ຈຳເປັນຕ້ອງຮັບສະພາບ ເປັນກຳມະກອນ.
ຄືຈັ່ງໃຊ້ຄົນ ບໍ່ຖືກກັບປະເພດວຽກ ດ້ວຍຄວາມທີ່ດ້ອຍການສຶກສາ ແລະ ຂາດທັກສະການບໍລິຫານຈັດການ
ບໍ່ພໍເທົ່າໃດ ລະບົບເສດຖະກິດທີ່ເຄີຍຮຸ່ງເຮືອງຂອງ ຊິມບາບເວ ກໍ່ດິ່ງລົງເຫວ(ໄປຢູ່ກົ້ນຫ້ວຍ). ເກີດປັນຫາສັງຄົມມາກມາຍ.
ສຸດທ້າຍບໍ່ມົ້ມເປັນຫນີ້ IMF.
ໃນປີ 2006 ປັນຫາຫນີ້ສິນຂອງປະເທດເກີນທີ່ຈະແກ້ໄຂ. ຜູ້ວ່າທະນາຄານກາງເກີດມີໄອເດຍ(ງ່າຍໆ ແຕ່ບໍ່ສະຫລາດ) ໃນການທີ່ຈະໃຊ້ຫນີ້ຄືນ
ນັ້ນກໍ່ຄື "ການພິມເງິນ". ສະກຸນເງິນ ຊິມບາບວຽນ ໂດລ່າ (Zimbabwean Dollar : ZWD) ໃນຕອນນັ້ນມີອັດຕາແລກປ່ຽນຢູ່ປະມານ
1.59 Zim-Dollar ແລກໄດ້ 1 US-Dollar. ໃນເມື່ອປະເທດເຮົາເປັນຫນີ້ IMF ໃນສະກຸນເງິນໂດລ່າ ເຮົາກໍ່ພຽງພິມເງິນປະເທດເຮົາເພື່ອເອົາ
ໄບຊື້ເງິນໂດລ່າ ແລ້ວກໍ່ເອົາໄປໃຊ້ຫນີ້ຄືນ ງ່າຍໆ ບໍ່ຫນ້າຈະມີຫຍັງຍາກ.
16 ກຸມພາ 2006 ທະນາຄານກາງຊິມບາບເວ ຈຶ່ງຈັດພິມເງິນຄັ້ງໃຫຍ່ ມູນຄ່າ 21 Trillion (21,000,000,000,000 ZWD) ເພື່ອສະສາງປັນຫາ.
ໄດ້ຜົນ! ຫນີ້ຫາຍວັບ!!!ໄປກັບຕາ, ແຕ່ຜົນທີ່ຕາມມາພັດກາຍເປັນວ່າ ຍິ່ງຮ້າຍແຮງຫລາຍກວ່າການເປັນຫນີ້ຫລາຍເທົ່າ.
ເງິນ 21T ອອກໄປທ່ຽວຕ່າງປະເທດໄດ້ບໍ່ດົນ ກໍ່ຫມຸນວຽນກັບເຂົ້າມາໃນລະບົບເສດຖະກິດຂອງ ຊິມບາບເວເອງ.
ສະກຸນເງິນ ZWD ຫລຸດຄ່າລົງຢ່າງໄວວາ ຕາມຫລັກ supply demand (ເນື່ອງຈາກມີແຕ່ເງິນເຕັມໄປຫມົດທຸກແຫ່ງຫົນ...
ສິ່ງໃດທີ່ຫາໄດ້ງ່າຍເກີນໄປກໍ່ຍ່ອມໄຮ້ຄ່າ ເມື່ອມີແຕ່ເຈ້ຍເງິນນັ້ນຫລາຍຈົນເກີນໄປ ຄ່າຂອງມັນກໍ່ຫລຸດຕ່ຳລົງ ເວົ້າໄດ້ວ່າຄົນບໍ່ຄ່ອຍເຫັນຄ່າ
ຂອງເຈ້ຍເງິນນັ້ນ ຄືເຊັ່ນຫມາກກ້ວຍລົ້ນຕະຫລາດ ລາຄາກໍ່ຖືກລົງ).
ໃນເມື່ອເງິນດ້ອຍຄ່າລົງ ສິນຄ້າທຸກຢ່າງຕ້ອງປັບຂຶ້ນລາຄາຕາມທັນທີ(ກໍ່ເປັນໄປຕາມຫລັກ supply demand ອີກເຊັ່ນເຄີຍ) ເດືອດຮ້ອນເຖິງ
ນາຍຍົກ ໂຣເບີດ ມູກາເບ ທີ່ຕ້ອງຮີບສັ່ງການໃຫ້ທະນາຄານກາງແກ້ໄຂປັນຫາໂດຍດ່ວນ ຊຶ່ງແນ່ນອນ ອາວຸດຄູ່ກາຍທະນາຄານກາງທຸກໆປະເທດ
ມີພຽງສອງຢ່າງ ແຕ່ສຳຫລັບ ຊິມບາບເວ ຄືການພິມ ພິມ ພິມໆ ລະກະ ພິມ ເປັນຄຳຕອບສຸດທ້າຍທີ່ຈະເຮັດໃຫ້ປະຊາຊົນມີເຈ້ຍເງິນໃນມືຫລາຍຂຶ້ນ.
ໃນເດືອນ ມິຖຸນາ ປີດຽວກັນ ປະລິມານເງິນ 60T ຖືກອັດສີດເຂົ້າໃນລະບົບ, ວັດຖຸປະສົງກໍ່ເພື່ອຈ່າຍເພີ່ມເປັນເງິນເດືອນໃຫ້ກັບບັນດາ ທະຫານ
ຕຳຫລວດ ແລະ ຂ້າລາດຊະການ ເພາະເຂົ້າຂອງແພງເຫລືອເກີນ.
ແຕ່ພັດຍິ່ງເຮັດໃຫ້ປັນຫາເງິນເຟີ້ຮຸນແຮງຫນັກຂຶ້ນໄປອີກ.
ເພື່ອເປັນການຢັບຢັ້ງ ແລະ ຈັດລະບຽບກັນໃຫມ່ ໃຫ້ເງິນສະກຸນ ZWD ຍັງຄົງຄວາມຫນ້າເຊື່ອຖືຕໍ່ໄປ ເດືອນສິງຫາໃນປີນັ້ນ ທະນາຄານກາງ
ໄດ້ຕັດສິນໃຈປ່ຽນຮູບແບບທະນາບັດໃຫມ່ທັງຫມົດ ໂດຍຂໍຮ້ອງໃຫ້ປະຊາຊົນນຳທະນາບັດແບບເກົ່າມາແລກພາຍໃຕ້ຂໍ້ແມ້ວ່າ:
1000 ZWD ແລກໄດ້ພຽງ 1 ZWD ໃຫມ່(ຕັດ 0 ອອກສາມໂຕ).
ຫາກເຈົ້າມີເງິນຝາກ 1ລ້ານ ໃນທະນາຄານ, ໃນມື້ອື່ນ ຍອດເງິນຝາກຈະຫລຸດລົງເຫລືອພຽງ 1ພັນ ເທົ່ານັ້ນ!!
ເຮັດກັນເຖິງປານນັ້ນ, ແຕ່ປັນຫາກໍ່ຍັງບໍ່ມີທ່າທີວ່າຈະບັນເທົາ.
----------------------------------------------------------------------------------------------------------------------------------------------------------------------------
ປີ 2007 ອັດຕາເງິນເຟີ້ຍັງຄົງພຸ່ງຕໍ່ເນື່ອງ ຜົນກໍ່ຄືສິນຄ້າຂຶ້ນລາຄາປານຕິດຈະຫຼວດ.
ລັດທະບານຂອງມູກາເບ ຕັດສິນໃຈໃຊ້ວິທີໃຫມ່(ແຕ່ເປັນການແກ້ໄຂປັນຫາທີ່ປາຍເຫດ)ໂດຍອອກກົດຫມາຍຄວບຄຸມລາຄາສິນຄ້າທຸກຢ່າງ
(Price control) ຮ້ານຄ້າໃດຫາກບໍ່ປະຕິບັດຕາມແມ່ນຖືວ່າມີຄວາມຜິດ.
ຜົນທີ່ຕາມມາພັດກາຍເປັນວ່າ ໃນເມື່ອຂຶ້ນລາຄາສິນຄ້າບໍ່ໄດ້ກໍ່"ບໍ່ຂາຍ" ສິນຄ້າໃນ ຊູເປີມາເກັດ ເລີ່ມຖືກເກັບລົງຈາກຊັ້ນວາງ ເຫລືອພຽງ
ຄວາມຫວ່າງເປົ່າ. ການກຳນົດລາຄາສິນຄ້າອຸບປະໂພກບໍລິໂພກ ເສື້ອຜ້າ ຢາຮັກສາໂລກ ເລີ່ມກຳນົດກັນເອງໃນຕະຫລາດມືດ
ພ້ອມໆກັບການກັກຕຸນສິນຄ້າ. ເງິນ ZWD ກາຍເປັນເງິນຮ້ອນ ປະຊາຊົນຮີບໃຊ້ຈ່າຍທັນທີທີ່ໄດ້ມາ.
ເຮັດໃຫ້ປະລິມານເງິນໃນລະບົບ ເພີ່ມຫລາຍຂຶ້ນເລື້ອຍໆ ອັດຕາເງິນເຟີ້ຈຶ່ງຍິ່ງສູງຂຶ້ນເລື້ອຍໆ.
ໃນເດືອນ ມັງກອນ ປີ 2008. ລັດທະບານອອກທະນາບັດໃຫມ່ຊະນິດລາຄາ 200,000 ໃຊ້ເປັນຄັ້ງທຳອິດ.
ຍັງບໍ່ທັນຈະສິ້ນເດືອນ ທະນາບັດຊະນິດລາຄາ 10,000,000 ກໍ່ຖືກຜະລິດອອກມາ. ຖືວ່າເປັນໃບທີ່ມີມູນຄ່າແພງທີ່ສຸດໃນຂະນະນັ້ນ.
ແຕ່ຄັນຫາກປຽບທຽບໃສ່ເງິນກີບບ້ານເຮົາກໍ່ຄົງຈະແມ່ນຊື້ເຂົ້າປຽກໄດ້ 4 ຖ້ວຍ(ຖ້ວຍລະ 10ພັນເງິນ).
ໃນເດືອນ ເມສາ ປີ 2008
ລັດທະບານອອກທະນາບັດຊະນິດລາຄາ 50,000,000 ອອກສູ່ສາທະລະນະ.
ໃນເດືອນ ມີຖຸນາ ປີ 2008
ທະນາບັດຊະນິດລາຄາ 100,000,000 ແລະ 250,000,000 ກໍ່ຖືກຜະລິດອອກມາ
ແຕ່ພຽງ 10 ວັນຫລັງຈາກນັ້ນ ທະນາບັດຊະນິດລາຄາ 500,000,000 ກໍ່ອອກຕາມມາຕິດໆ.
ໃນເດືອນ ກໍລະກົດ ປີ 2008
ທະນາຄານກາງ ຂອງປະເທດຊິມບາບເວ ວາງແຜນຈະອອກທະນາບັດຊະນິດລາຄາ 100,000,000,000 ອອກສູ່ຕະຫລາດ
ແຕ່ພໍເຖິງທ້າຍເດືອນ ປະທານທະນາຄານກາງ ເລືອກວິທີ ຂໍປັບຄ່າເງິນອີກເທື່ອໃຫມ່(Re-denominated) ໂດຍເທື່ອນີ້ແມ່ນ
ຕັດເລກ 0 ທາງຫລັງອອກ 10 ໂຕ!!! (10,000,000,000 ZWD ເກົ່າ ແລກໄດ້ພຽງ 1 ZWD ໃຫມ່).
ອັດຕາເງິນເຟີ້ໃນຄະນະນັ້ນຄື: 11,250,000 % !
ລາຄາເບຍ 1ແກ້ວໃນຂະນະນັ້ນ 100,000,000,000 ແຕ່ວ່າບໍ່ພໍເທົ່າໃດຊົ່ວໂມງຖັດມາ ລາຄາກໍ່ປັບຂຶ້ນເປັນ 150,000,000,000
------------------------------------------------------------------------------------------------------------------------------------------------------
ຄວາມຄິດຂອງລັດທະບານ ແລະ ທະນາຄານກາງ ທີ່ຈະແກ້ປັນຫາໂດຍການພິມເງິນອັດສີດເຂົ້າໃນລະບົບ ບໍ່ສຳເລັດຜົນ
ສາເຫດກໍ່ຍ້ອນວ່າຄວາມເຊື່ອຖືໃນລະບົບທະນາບັດຂອງປະຊາຊົນຊາວຊິມບາບເວ ຫລຸດລົງໄວກວ່າຄວາມສາມາດໃນການພິມ
ຂອງເຄື່ອງພິມ ບໍ່ວ່າຈະເລັ່ງເຄື່ອງໃຫ້ພິມອອກມາໄດ້ຫລາຍປານໃດ ຫລື ຈະໃສ່ເລກ 0 ເຂົ້າໄປອີກຈັກໂຕກໍ່ຕາມ
ເຈ້ຍ ກໍ່ຄືເຈ້ຍ! ຄວາມຫນ້າເຊື່ອຖືຫາກຫມົດໄປຈາກເຈ້ຍ ກໍ່ຄືຈົບ.
ມູກາເບ ບໍ່ເຂົ້າໃຈໃນຄວາມຈິງຂໍ້ນີ້ ລາວເລືອກທີ່ຈະສູ້ຈົນຫລັງອິງຝາກັບເງິນເຟີ້.
ໃນເດືອນ ມັງກອນ ປີ 2009
ໃນເມື່ອບໍ່ມີຫຍັງຈະເສຍອີກແລ້ວ ປະຊາຊົນຊາວຊິມບາບເວ ຈຶ່ງໄດ້ເຫັນທະນາບັດຊະນິດລາຄາ 50,000,000,000 ອອກໃຊ້.
ວັນທີ 16 ມັງກອນ 2009 ວັນທີ່ໂລກຕ້ອງຈົດຈຳ ລັດທະບານຂອງມູກາເບ ປະກາດຈະພິມທະນາບັດຊະນິດລາຄາ
10,000,000,000,000 ອ່ານວ່າ ສິບລ້ານລ້ານ
20,000,000,000,000 ອ່ານວ່າ ຊາວລ້ານລ້ານ
50,000,000,000,000 ອ່ານວ່າ ຫ້າສິບລ້ານລ້ານ
100,000,000,000,000 ອ່ານວ່າ ຮ້ອຍລ້ານລ້ານ
ອອກໃຊ້.
ແຕ່ບໍ່ມີຄວາມຫມາຍອີກຕໍ່ໄປ ປະຊາຊົນເລີກແບກເງິນເປັນໄຖ່ ເພື່ອໄປຈ່າຍຕະຫລາດ.
ເງິນສະກຸນຊິມບາບວຽນ ໂດລ່າ ແມ່ນບໍ່ມີໃຜເຊື່ອຖື ແລະ ຢາກໃຊ້. ການຊື້ຂາຍທົ່ວໄປຖືກກຳນົດລາຄາກັນໃຫມ່
ດ້ວຍສະກຸນເງິນຕາຕ່າງປະເທດ ເຊັ່ນ: US.Dollar ຫລືບໍ່ ກໍ່ທຳການຊື້ຂາຍກັນດ້ວຍຄຳ.
ປະຊາຊົນຊາວຊິມບາບເວ ບາງສ່ວນ ເຖິງຂັ້ນຍ້ອນກັບສູ່ຍຸກບູຮານ ເອົາຫມໍ້ຂາງໄປຫາຮ່ອນເອົາເສດຄຳໃນແມ່ນ້ຳ
ເພື່ອເອົາມາແລກກັບເຂົ້າສານ ໄຂ່ໄກ່ ນ້ຳມັນພືດ ຫລື ເຂົ້າຫນົມປັງ ປະທັງຊີວິດພໍໃຫ້ມົ້ມມື້ມົ້ມວັນ.
ຜູ້ທີ່ຍັງເກັບຄຳຕິດຕົວເອົາໄວ້ ແມ່ນຍັງສາມາດຊື້ເຄື່ອງຂອງໄດ້ເທົ່າເດີມ, ແຕ່ຜູ້ທີ່ເກັບເງິນອອມໄວ້ໃນຮູບແບບຂອງທະນາບັດ
ຊິມບາບວຽນ ໂດລ່າ ເພື່ອເອົາໄວ້ໃຊ້ຍາມແກ່ເຖົ້ານັ້ນ ພັດບໍ່ພໍແມ້ແຕ່ຈະຊື້ເຂົ້າກິນພຽງຫນຶ່ງຄາບ.
ປີ 2009
ສະກຸນເງິນ ZWD ຕາຍສະໜິດ. ລັດທະບານປ່ອຍໃຫ້ຕະຫລາດເປັນຕົວກຳນົດ ລາຄາ ແລະ ສື່ກາງໃນການແລກປ່ຽນກັນເອງ.
ເງິນ ZWD ປະກາດຫຍຸດພິມເພີ່ມ ຢ່າງຫນ້ອຍ1ປີຫລັງຈາກນັ້ນ, ເພື່ອໃຫ້ລະບົບເສດຖະກິດແກ້ໄຂປັນຫາດ້ວຍຕົວຂອງມັນເອງ.
ລະບົບເສດຖະກິດນັ້ນເມື່ອເກີດປັນຫາ ກົນໄກຂອງຕະຫລາດຈະມີວິທີຈັດການແກ້ໄຂປັນຫາໄດ້ດ້ວຍຕົວຂອງມັນ ພາສາເສດຖະສາດເອີ້ນວ່າ
"ມືທີ່ມອງບໍ່ເຫັນ" (Invisible Hand) ຫນ້າທີ່ຂອງລັດທະບານພຽງແຕ່ສະຫນັບສະຫນຸນ ໃຫ້ມືທີ່ມອງບໍ່ເຫັນນີ້ ທຳງານໄປຢ່າງເປັນທຳມະຊາດ
ບໍ່ໃຫ້ມີຫຍັງມາຂັດຂວາງ.
ແຕ່ລັດທະບານໃນຫລາຍໆປະເທດ ບໍ່ວ່າຈະເປັນປະເທດທີ່ຈະເລີນແລ້ວ ຫລື ປະເທດທີ່ກຳລັງພັດທະນາ ພັດພະຍາຍາມທີ່ຈະທຳຕົວ
ເປັນມືທີ່ມອງບໍ່ເຫັນນີ້ເສຍເອງ ແລ້ວໃຊ້ອຳນາດເຂົ້າແຊກແຊງແກ້ໄຂສຸດທ້າຍກໍ່ເພພັງ.
ຖາມນັກເສດຖະສາດຄົນໃດ ຄົງບໍ່ມີໃຜທີ່ຈະບໍ່ຮູ້ເລື້ອງເງິນເຟີ້ຂອງຊິມບາບເວ.
ເອົາເປັນວ່າເຮົາຄົງພໍນຶກພາບອອກແລ້ວແມ່ນບໍ່ ວ່າການທີ່ຢາກລວຍທາງລັດໂດຍການພິມເງິນອອກມາແມ່ນສົ່ງຜົນເສຍແນວໃດ.
ຮູບພາບ
ທີ່ມາ
http://www.squarewa.com/2012/whyuscanprintnote1/
http://www.klongjan.com/fr/view.php?id=92
ຂໍຂອບໃຈທ່ານ : Thim ສະມາຊິກເວັບພັນລາວທີ່ອະນຸຍາດໃຫ້ກອບປີບົດນີ້ມາໃສ່ບ໊ອກຂ້າພະເຈົ້າ
ຫົວຂໍ້ດັ້ງເດີມຂອງບົດຄວາມນີ້ແມ່ນ:
ເປັນຫນີ້ຫລາຍ ບໍ່ຍາກ ພິມເງິນໃຊ້ຫນີ້ຕົ່ວ! 555.
ພາບປະກອບຈາກ Google
No comments:
Post a Comment