Monday, July 21, 2014

ນັກຄົ້ນຄວ້າ ບັນລຸ ຄວາມກ້າວໜ້າ ໃນການພັດທະນາ ຢາຕໍ່ຕ້ານ ການຕິດເຊື້ອ HIV


ການກວດເລືອດ ຂອງພວກທີ່ຕິດເຊື້ອ HIV
ການກວດເລືອດ ຂອງພວກທີ່ຕິດເຊື້ອ HIV
ການ​ສີດ​ຢາ​ປ້ອງ​ກັນ​ໂຣກ AIDS ​ເປັນ​ເວລາ​ຍາວ​ນານໄດ້​ ປ້ອງ​ກັນພວກລີງ ບໍ່ໃຫ້ຕິດ​ເຊື້ອ​ໂຣກດັ່ງກ່າວ ​ເປັນ​ເວລາ
​ຫຼາຍ​ສັບປະດາແລະ​ບັນດາ​ນັກ​ຄົ້ນຄວ້າ​ຫວັງ​ວ່າມັນຈະ​ສາມາດ​ນຳພາ​ໄປ​ສູ່​ບາດກ້າວ ​ທີ່​ສຳຄັນ​ອັນ​ນຶ່ງ ​ໃນ​ການ​ປ້ອງ
​ກັນພະຍາດ​ນີ້​ບໍ່​ໃຫ້​ຕິດ​ແປດ​ໃສ່​ຜູ້​ຄົນ.
​ໃນ​ການ​ທົດ​ລອງ​ທາງ​ການ​ແພດ​ຕ່າງໆ​ກັບ​ພວກ​ລີງນັ້ນ ບັນດາ​ນັກ​ການ​ແພດ ທີ່​ສູນກາງ​ຄົ້ນຄວ້າ​ໂຣກ Aids Aaron Diamond ທີ່​ນະຄອນ​ນີວຢອກ ​ໄດ້​ສັກ​ຢາຕໍ່ຕ້ານ​ໂຣກ Aids ​ຊະນິດທີ່ສາມາດອອກລິດຊ້າໆ​ ​ໃຫ້​ລີງ 8 ​ໂຕ. ພວກ​ລີງ
​ດັ່ງກ່າວ​ໄດ້​ຮັບການ​ປົກ​ປ້ອງ​ ໃນ​ຄວາມ​ພະຍາຍາມ​ຊ້ຳ​ແລ້ວ​ຊ້ຳ​ອີກ ທີ່​ຈະ​ເຮັດ​ໃຫ້​ພວກ​ລີງ​ຕິດເຊື້ອ​ພະຍາດ ຊຶ່ງເປັນເຊື້ອ​ໄວຣັສປະສົມ​ຂອງ​ຄົນ​ແລະ​ລີງ ທີ່​ເອີ້ນ​ວ່າ SHIV. ສ່ວນພວກ​ລີງ​ທີ່​ໄດ້​ຮັບ​ຢາ​ທຽມນັ້ນ ແມ່ນ​ໄດ້​ຕິດ​ເຊື້ອ​ພະຍາດດັ່ງກ່າວ.
​ໃນ​ຂັ້ນ​ຕໍ່​ມາ ພວກ​ນັກ​ຄົ້ນຄວ້າ​ຢາກເຫັນ​ວ່າ ຢາ​ທີ່​ວ່ານີ້ ​ມີຜົນຄຸ້ມກັນໄດ້​ດົນ​ປານ​ໃດ. ພວກ​ເຂົາ​ເຈົ້າ​ໄດ້​ສັກ​ຢາ​ໃສ່​ລີງ 12 ​ໂຕ ໂດຍພະຍາຍາມໃຫ້ລີງເຫຼົ່ານີ້ ຕິດເຊື້ອອາທິດ​ລະ​ເທື່ອ. ​ໃນ​ການ​ພະຍາຍາມ​ຄັ້ງ​ທີ 10 ພວກ​ລີງ​ເຫຼົ່າ​ນີ້ ຈຶ່ງໄດ້ຕິດ
ເຊື້ອ​ພະຍາດ SHIV ​ເພາະວ່າ​ພວກ​ລີງ​ດັ່ງກ່າວ ​ໄດ້​ກຳຈັດ​ຢາ​ທີ່​ວ່າ​ນີ້​ ອອກໄປຈາກ​ລະບົບ​ຕ້ານ​ທານຂອງ​ພວກ​ເຂົາ​ໄວ​ກວ່າ​ຄົນ ຊຶ່ງ​ພວກ​ນັກ​ຄົ້ນຄວ້າ ຄຶດ​ວ່າ   ຢາ​ດັ່ງ​ກ່າວ ສາມາດ​ອຳນວຍ​ການ​ປ້ອງ​ກັນ ​ບໍ່​ໃຫ້​ຄົນ​ຕິດ​ເຊື້ອ HIV ​ໄດ້ເຖິງ 3 ​ເດືອນ.
ທ່ານ Robert Grant ຊຶ່ງ​ເປັນ​ນັກ​ຊ່ຽວຊານ​ດ້ານ​ເຊື້ອ​ໄວຣັສ ທີ່​ມະຫາວິທະຍາ​ໄລ California ໃນນະຄອນ San Francisco ​ໄດ້​ນຳພາ​ໃນ​ການ​ທົດ​ລອງອັນທີ່​ເອີ້ນ​ວ່າ ຂັ້ນຕອນການແພດ ໃນການນຳໃຊ້ຢາເມັດຕໍ່ຕ້ານໂຣກ AIDS Truvada ກ່ອນການສຳຜັດກັບເຊື້ອໄວຣັສ ຫລື Prep ນັ້ນ.
ການ​ສຶກສາ​ຄົ້ນ​ຄວ້າ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຂັ້ນຕອນດັ່ງກ່າວໄດ້ມີ​ປະສິດທິ​ຜົນ ຖ້າ​ຫາກ​ຜູ້​ຄົນ​ກິນ​ຢາ​ເມັດ​ນີ້ ເປັນ​ປະຈຳ ​ໃນ​ແຕ່​ລະ​ມື້. ແຕ່ຫຼາຍ​ຄົນ​ບໍ່​ໄດ້ປະຕິບັດ ດັ່ງ​ນັ້ນ ​ທ່ານ Grant ຈຶ່ງ​ກ່າວ​ວ່າ ຂັ້ນຕອນ prep ບໍ່​ໄດ້​ຮັບ​ຜົນ​ດີໝົດສູ່​ຄົນ ທີ່ ຢູ່​ໃນ​ການ​ສ່ຽງ​ນັ້ນ.
ທ່ານ Grant ຄຶດ​ວ່າ ຢາ​ສັກ​ທີ່​ໃຫ້ເພື່ອ​ປົກ​ປ້ອງ​ບໍ່ໃຫ້ຕິດ​ເຊື້ອ​ໄວຣັສ​ເປັນ​ເວລາ 3 ​ເດືອນນັ້ນ ​ຈຶ່ງເປັນ​ການ​ບັນລຸ​ຄວາມ​ກ້າວໜ້າ​ທີ່ສຳຄັນອັນ​ນຶ່ງ.
ທ່ານ Grant ກ່າວ​ວ່າ “ອັນ​ນີ້​ເປັນ​ວິທີການ​ທີ່​ຕື່ນ​ເຕັ້ນ​ອັນ​ນຶ່ງ ​ໂດຍ​ສະ​ເພາະ  ສຳ ລັບ​ພວກ​ຜູ້​ຄົນ​ທີ່​ມີ​ບັນຫາ​ນຳ​ການ​ກິນ​ຢາ ມາ​ກ່ອນ​ນັ້ນ. ພວກ​ບຸກຄົນ​ເຫຼົ່າ​ນີ້ ​ເປັນ ພວກ​ຄົນ​ທີ່​ມີ​ອາຍຸ​ອ່ອນ​ກວ່າ ທີ່​ບໍ່​ກິນ​ຢາ​ຍ້ອນ​ເຫດຜົນ​ຕ່າງໆ
ນາໆ ​ແລະ​ພວກ​ທີ່​ມີຊີວິດ​ການ​ເປັນ​ຢູ່​ປະຈຳ​ວັນ ບໍ່​ມີ​ການຈັດ​ແຈງ​ດີ​ໃນ​ຊ່ອງ​ທາງ​ທີ່​ອຳນວຍໃຫ້​ຕົນ​ເອງ​ສ້າງ​ຄວາມ​ລຶ້ງ​ເຄີຍ​ກັບ​ການ​ກິນ​ຢາ​ປະຈຳ​ວັນ​ນັ້ນ
.”
​ໃນ​ສະຫະລັດ ພວກ​ຄົນ​ໜຸ່ມແມ່ນປະກອບເປັນປະມານ 40 ​ເປີ​ເຊັນຂອງ​ພວກທີ່​ຕິດ​ເຊື້ອ​ໄວຣັສ HIV ນັ້ນ.
ຢາ​ທີ່​ເອີ້ນ​ວ່າ dolutegravir ກຳລັງ​ໃຊ້​ກັນ ​ໂດຍ​ພວກ​ບຸກຄົນ​ທີ່ຕິດ​ເຊື້ອ ​HIV ​ຫລາຍ​ພັນ​ຄົນ. ບັນດາ​ນັກ​ຄົ້ນຄວ້າ​ກ່າວ​ວ່າ ຢາ​ນີ້​ປອດ​ໄພ. ຢາ dolutegravir ແມ່ນ​ເປັນ​ຢາ​ສັກ ​ຝັງ​ໃສ່ໃນຮູບອະນຸພາກທີ່​ນ້ອຍ​ທີ່​ສຸດ ແລ້ວໃຫ້ຄ່ອຍໆ ອອກລິດແລະ​ໃຊ້​ເວລາ​ດົນ​ກ່ອນມັນຈະ​ໝົດ.
​ການທົດ​ລອງ​ນຳໃຊ້ຢາດັ່ງກ່າວ​ຂະໜານ​ໃຫຍ່ ແມ່ນໄດ້ມີການວາງແຜນກັນໄວ້ແລ້ວ. ບັນດາ​ນັກ​ຊ່ຽວຊານກ່າວ​ວ່າ ຢາ​ສັກ​ຊະນິດ​ນີ້​ຈະ​ເປັນ​ຜົນ​ປະ​ໂຫຍ​ດຢ່າງ​ຫຼວງ​ຫຼາຍໃນ​ພວກ​ປະ​ເທດ​ຕ່າງໆ ທີ່​ມີ​ອັດຕາ​ຄົນ​ຕິດ​ເຊື້ອ HIV ສູງ ​ແລະ​ບ່ອນ​
ທີ່​ການ​ກິນຢາປ້ອງ​ກັນ​ໂຣກ ​ໃນ​ແຕ່​ມື້​ລະ​ວັນ ປະຕິບັດ​ໄດ້​ຍາກ​ນັ້ນ.

ທີ່ມາ: www.laopost.com

No comments:

Post a Comment