Tuesday, August 5, 2014

ເຄື່ອງພິມຊີວະພາບ 3 ມິຕິສາມາດສ້າງເນື້ອເຫຍືື່ອທຽມໄດ້



ຖ້າເວົ້າເຖິງເຄື່ອງພິມທ່ານຄົງຈະນຶກເຖິງເຄື່ອງພິມສີ ຫລື ຂາວດຳທີ່ຫ້ອງການຂອງທ່ານ, ຫລື ສູງສຸດກໍ່ຄົງແມ່ນເຄື່ອງພິມສາມມິຕິທີ່ສາມາດພິມໃຫ້ເຫັນເປັນຕົວຈິງເລີຍ.... ແຕ່ທ່ານອາດຍັງບໍ່ທັນໄດ້ຮູ້ວ່າປະຈຸບັນ ນັກວິທະຍາສາດກຳລັງຄົ້ນຄວ້າເພື່ອຜະລິດເຄື່ອງພິມຊີວະພາບສາມມິຕິ ທີ່ຈະສາມາດພິມອະໄວຍະວະຂອງຮ່າງກາຍ ເພື່ອໃຊ້ແທນອະໄວຍະວະທຽມໄດ້ໃນອະນາຄົດ. ແລ້ວເລື່ອງການຂາດແຄນອະໄວຍະວະ, ບໍ່ວ່າຈະເປັນ ເສັ້ນເລືອດທຽມ, ຕັບໄຕ, ໃສ້ພຸງແມ່ນສາມາດຜະລິດຂືນມາແທນໄດ້ເລີຍບໍ່ຈຳເປັນຕ້ອງລໍຖ້າຜູ້ໃຈບຸນ ມາບໍລິຈາກອີກຕໍ່ໄປ.
ເຊິ່ງຕົວຢ່າງໃນການສ້າງເຄື່ອງພິມຊະນິດນີ້ແມ່ນທີມງານວິໃຈຈາກ ໂຮງພະຍາບານ Brigham and Women’s Hospital (BWH) ໄດ້ທົດລອງຜະຫລິດຫລອດເລືອດທຽມຈາກເຄື່ອງພິມຊີວະພາບ 3 ມິຕິ ເຊິ່ງຫລອດເລືອດທຽມດັ່ງກ່າວແມ່ນສ້າງຂື້ນມາຈາກນໍ້າມຶກທີ່ເຮັດດ້ວຍ ໄຮໂດຣເຈນ, ຄາບອນ ເຊິ່ງເປັນອົງປະກອບຫລັກຂອງສິ່ງທີ່ມີຊີວິດ ໄປເພາະລ້ຽງໃນເຄື່ອງພິມຊີວະພາບແລ້ວພິມອອກມາເປັນອະໄວຍະວະທີ່ຕ້ອງການປ່ຽນແທນ
ນີ້ຈະເປັນການເປີດທາງໃຫ້ການວົງການແພດໃນອະນາຄົດ, ເຊິ່ງອາດຈະເປັນໄປໄດ້ວ່າທ່ານເມື່ອທ່ານບາດ ເຈັບຫລືເປັນພະຍາດ ທ່ານພຽງແຕ່ເຂົ້າໄປໂຮງຫມໍ ແລ້ວເຂົາກໍ່ຈະເອົາທ່ານເຂົາໄປໃນເຄື່ອງພິມຊີວະພາບ 3 ມິຕິ ເພື່ອທຳລາຍພະຍາດ ຫລື ສ້າງເຊລສ່ວນທີ່ເສຍຫາຍຂືນແທນເລີຍກໍ່ເປັນໄປໄດ້
ຄ້າຍໆກັບຫນັງວິທະຍາສາດເຂົ້າໄປຊັກໃຊ້ ຫວັງວ່າເຂົາຄັງຜະລິດເຄື່ອງພິມຊີວະພາບແບບນີ້ອອກມາພາຍໃນສະຕະວັດນີ້ ເພືອ່ຊິໄດ້ໃຊ້ນໍາເຂົາ


ທີ່ມາ: http://www.sciencedaily.com/releases/2014/05/140530190554.htm

No comments:

Post a Comment