Friday, July 10, 2015

ຮູ້ຈັກລະບົບສຸລິຍະຈັກກະວານ


ຫລາຍທ່ານຄົງເຄີຍໄດ້ຮຽນ ແລະ ຈື່ຈຳກ່ຽວກັບລະບົບສຸລິຍະຈັກກະວານ ທີ່ພວກເຮົາໄດ້ຮຽນມາຕອນມັດທະຍົມ, ເຮົາມາທົບທວນຄວາມຈຳກັນຄືນດີກວ່າ ແລະ ມີຫຍັງທີ່ໄດ້ອັບເດດໄປແນ່ແລ້ວສຳລັບປະຈຸບັນ
ລະບົບສຸລິຍະຈັກກະວານເປັນລະບົບຫນື່ງທີ່ໂລກຂອງພວກເຮົາຕັ້ງຢູ່ໃນລະບົບນີ້ປະກອບມີ ດວງດາວເຄາະທັງຫມົດ 9 ດວງ ໂດຍລະບົບສຸລິຍະນີ້ຕັ້ງຢູ່ໃນ ກາແລັກຊີ ທາງຊ້າງເຜືອກ (Milky way) ເຊິ່ງຍັງມີລະບົບດາວຄ້າຍໆກັບລະບົບສຸລິຍະຂອງພວກເຮົາອີກເຫລືອຄະນານັບ. ສຳລັບລາຍຊື່ດາວເຄາະໃນລະບົບສຸລິຍະໂດຍລຽງລຳດັບຈາກດວງດາວທີ່ໃຫ້ດວງອາທິດທິດທີ່ສຸດປະກອບມີ:

-      ດາວພູດ (Mercury)
-      ດາວສຸກ (Venus)
-      ໂລກ (Earth)
-      ດາວອັງຄານ (Mars)
-      ດາວພະຫັດ (Jupiter)
-      ດາວເສົາ (Saturn)
-      ດາວເກດ (Uranus)
-      ດາວຍົມ (Neptune)
-      ດາວມະລຶຕະຍູ (Pluto)

ຮູບສະແດງລະບົບສຸລິຍະ


ໂດຍດາວເຄາະແຕ່ລະດວງລ້ວນແຕ່ມີລັກຊະນະຕ່າງກັນ, ບາງດວງເປັນທາດແຂງ, ບາງດວງມັນແກສ ມີແຕ່ໂລກເຮົາເທົ່ານັ້ນທີ່
ສີ່ທີ່ມີຊີວິດຈາກໃສຢູ່ ໂດຍອີງຈາກຄວາມຮູ້ທາງວິທະຍາສາດປະຈຸບັນຂອງມະນູດເຮົາ.


ຮູບສະແດງທີ່ຕັ້ງລະບົບສຸລິຍະໃນທາງຊ້າງເຜືອກ


Tuesday, August 5, 2014

Google street view ມາຮອດລາວແລ້ວ

Google street view ຫລື ພາສາລາວວ່າ ແຜນທີ່ສາມມິຕິທີ່ທ່ານສາມາດເບີ່ງຮູບຕົວເມືອງໃຫຍ່ໆ ໃນໂປຣແກມ ກູເກີ້ລເອີດ ນັ້ນປະຈຸບັນໄດ້ມາຮອດລາວແລ້ວ



ພິທີເປີດຕົວໄດ້ຈັດຂື້ນທີ່ ໂຮງແຮມດອນຈັນພາເລດໃນເດືອນ 7  2014 ທີ່ຜ່ານມາ ແລະ ຈະໄດ້ຖ່າຍຮູບ ຕົວເມືອງຕ່າງທີ່ສຳຄັນຂອງລາວ

ທ່ານຈະໄດ້ເຫັນລົດຂອງກູ້ເກີ້ລ, ພ້ອມກັບກ້ອງ 360 ອົງສາເລາະຖ່າຍຮູບຕາມຕົວເມືອງວຽງຈັນ ແລະ ແຂວງອື່ນໆຕາມລຳດັບ ຈາກນັ້ນແຜນທີ່ເມືອງຕ່າງຂອງລາວ ຈະສາມາດເບິ່ງໄດ້ແບບສາມມິຕິ

ເອົາເປັນວ່າຖ້າໃຜລົດແບບຮູບຂ້າງເທິງແລ່ນຜ່ານ ກະວ່າລືມຊວນກິນເບຍນໍາແນ່ເດີ ເພາະເຂົາເປັນຜູ້ທີ່ເຮັດໃຫ້ພວກເຮົາສາມາດທ່ອງທ່ຽວທົ່ວໂລກໂດຍອາໃສ ແຕ່ຄອມພິວເຕີ

ແຫລ່ງຂ່າວ:  http://www.worklivelaos.com/

ເຄື່ອງພິມຊີວະພາບ 3 ມິຕິສາມາດສ້າງເນື້ອເຫຍືື່ອທຽມໄດ້



ຖ້າເວົ້າເຖິງເຄື່ອງພິມທ່ານຄົງຈະນຶກເຖິງເຄື່ອງພິມສີ ຫລື ຂາວດຳທີ່ຫ້ອງການຂອງທ່ານ, ຫລື ສູງສຸດກໍ່ຄົງແມ່ນເຄື່ອງພິມສາມມິຕິທີ່ສາມາດພິມໃຫ້ເຫັນເປັນຕົວຈິງເລີຍ.... ແຕ່ທ່ານອາດຍັງບໍ່ທັນໄດ້ຮູ້ວ່າປະຈຸບັນ ນັກວິທະຍາສາດກຳລັງຄົ້ນຄວ້າເພື່ອຜະລິດເຄື່ອງພິມຊີວະພາບສາມມິຕິ ທີ່ຈະສາມາດພິມອະໄວຍະວະຂອງຮ່າງກາຍ ເພື່ອໃຊ້ແທນອະໄວຍະວະທຽມໄດ້ໃນອະນາຄົດ. ແລ້ວເລື່ອງການຂາດແຄນອະໄວຍະວະ, ບໍ່ວ່າຈະເປັນ ເສັ້ນເລືອດທຽມ, ຕັບໄຕ, ໃສ້ພຸງແມ່ນສາມາດຜະລິດຂືນມາແທນໄດ້ເລີຍບໍ່ຈຳເປັນຕ້ອງລໍຖ້າຜູ້ໃຈບຸນ ມາບໍລິຈາກອີກຕໍ່ໄປ.
ເຊິ່ງຕົວຢ່າງໃນການສ້າງເຄື່ອງພິມຊະນິດນີ້ແມ່ນທີມງານວິໃຈຈາກ ໂຮງພະຍາບານ Brigham and Women’s Hospital (BWH) ໄດ້ທົດລອງຜະຫລິດຫລອດເລືອດທຽມຈາກເຄື່ອງພິມຊີວະພາບ 3 ມິຕິ ເຊິ່ງຫລອດເລືອດທຽມດັ່ງກ່າວແມ່ນສ້າງຂື້ນມາຈາກນໍ້າມຶກທີ່ເຮັດດ້ວຍ ໄຮໂດຣເຈນ, ຄາບອນ ເຊິ່ງເປັນອົງປະກອບຫລັກຂອງສິ່ງທີ່ມີຊີວິດ ໄປເພາະລ້ຽງໃນເຄື່ອງພິມຊີວະພາບແລ້ວພິມອອກມາເປັນອະໄວຍະວະທີ່ຕ້ອງການປ່ຽນແທນ
ນີ້ຈະເປັນການເປີດທາງໃຫ້ການວົງການແພດໃນອະນາຄົດ, ເຊິ່ງອາດຈະເປັນໄປໄດ້ວ່າທ່ານເມື່ອທ່ານບາດ ເຈັບຫລືເປັນພະຍາດ ທ່ານພຽງແຕ່ເຂົ້າໄປໂຮງຫມໍ ແລ້ວເຂົາກໍ່ຈະເອົາທ່ານເຂົາໄປໃນເຄື່ອງພິມຊີວະພາບ 3 ມິຕິ ເພື່ອທຳລາຍພະຍາດ ຫລື ສ້າງເຊລສ່ວນທີ່ເສຍຫາຍຂືນແທນເລີຍກໍ່ເປັນໄປໄດ້
ຄ້າຍໆກັບຫນັງວິທະຍາສາດເຂົ້າໄປຊັກໃຊ້ ຫວັງວ່າເຂົາຄັງຜະລິດເຄື່ອງພິມຊີວະພາບແບບນີ້ອອກມາພາຍໃນສະຕະວັດນີ້ ເພືອ່ຊິໄດ້ໃຊ້ນໍາເຂົາ


ທີ່ມາ: http://www.sciencedaily.com/releases/2014/05/140530190554.htm

Thursday, July 31, 2014

G 2G 3G 4G (LTE) ມັນແມ່ນຫຍັງ ?

1G 2G 3G 4G (LTE) ມັນແມ່ນຫຍັງ ?

1G 2G 3G 4G (LTE) ມັນແມ່ນຫຍັງ ?

ຈາກທີ່ເຮົາໄດ້ຮັບຮູ້ຄໍາວ່າ 3G ເມື່ອ 2-3 ປີກ່ອນ ມາຮອດມື້ນີ້ ມັນເລີ່ມຈະປ່ຽນຈາກ 3G ມາເປັນຄໍາວ່າ 4G ຫຼື LTE ໂຕທ່ານເອງ ເຄີຍເຂົ້າໃຈບໍ່ ຄໍາພວກ GPRS, EDGE, HSPA, 1G, 2G, 3G, 4G ຫຼື LTE ມັນແມ່ນຫຍັງກັນແທ້ ເຄີຍໄດ້ຍິນຊື່ຢູ່ແຕ່ກໍ່ບໍ່ ຮູ້ວ່າມັນຈະມີຄວາມສໍາຄັນຫຍັງກັບເຮົາ ດັ່ງນັ້ນໃນບົດຄວາມນີ້ ເຮົາຈະມາອະທິບາຍໃຫ້ທ່ານຜູ້ອ່ານໄດ້ເຂົ້າໃຈ ກັນແບບພາສາບ້ານໆ ເວົ້າງ່າຍໆ ຮູ້ໃຈຄວາມວ່າມັນແມ່ນຫຍັງກັນແທ້ອັນສິ່ງເລົ່ານີ້ ເຮົາວ່າເລີ່ມກັນເລີຍ:

1 G (1 st Generation)ໂລກຂອງ Analog (ໂທລົມກັນໄດ້ຢ່າງດຽວ)
1G ກໍ່ຖືເປັນລຸ້ນແຕ່ກີ້ແຕ່ກ່ອນພຸ້ນລະ ເຮົາຍັງຈື່ກັນບໍ່ວ່າສະໄໝ SIM Card ໂທລະສັບລາຄາແພງໆ ແລະ ໜ່ວຍໂທລະສັບກໍ່ເທົ່າ ຂາໂຕ້ (ຂາໂຕ້ຄົນຈ່ອຍເດີ້ ຫະຫະ) ໃນເມື່ອທີ່ເປັນ 1G ນັ້ນແມ່ນເຮົາສາມາດໃຊ້ໂທລະສັບໃນການ ໂທເຂົ້າ – ໂທອອກ ຫາກັນໄດ້ ເທົ່ານັ້ນ ບໍ່ສາມາດທີ່ຈະສົ່ງ SMS ຫາກັນໄດ້ເທື່ອ ດັ່ງນັ້ນໃນສະໄມນັ້ນຈຶ່ງມີການສົ່ງ SMS ຫາເຄື່ອງ “ເຜດເຈີ” (ບໍ່ຮູ້ວ່າຂຽນເປັນ ອັງກິດແນວໃດ) ເພື່ອເປັນການຝາກຂໍ້ຄວາມຫາກັນແທນ.
Internet-generation-1


2 G ( 2 nd Generation)
ໂລກຂອງ Digital (ດາວໂຫຼດ Ringtone ໄດ້ແລ້ວ)
ຖ້າໃຜຍັງຈື່ຕອນພາກັນຫາດາວໂຫຼດ Ringtone ສຽງຄັກໆມາໃສ່ໂທລະສັບ ພາກັນແຂ່ງຫຼິ້ນເກມງູໃນ Nokia ຢູ່ ນັ້ນກໍ່ຖືວ່າ (ທ່ານມີອາຍຸຫຼັກ 2x ຂຶ້ນໄປແລ້ວໃນຕອນນີ້ ຫະຫະ) ນັ້ນແມ່ນເປັນການເລີ່ມຕົ້ນຂອງ ໂລກ 2G ເຂົ້າມາແລ້ວ ໃນຕອນນັ້ນເອງລາຄາ ໂທລະສັບ ແລະ SIM Card ກໍ່ມີລາຄາຖືກລົງຫຼາຍເຮັດໃຫ້ມີການເພີ່ມການໃຊ້ງານໂທລະສັບຫຼາຍຂຶ້ນຫຼາຍ ຖ້າສົມທຽບໃສ່ຕອນ 1 G ແລະ ຈຸດນີ້ເອງກໍ່ເປັນການເລີ່ມຕົ້ນຂອງໂລກໂທລະສັບຈໍສີ ແລະ ເລີ່ມມີການໃຊ້ງານເລື່ອງຂອງ ຮູບພາບ(wallpaper) ວິດີໂອ ກ້ອງຖ່າຍຮູບແບບພໍເບິ່ງອອກວ່າມັນແມ່ນຮູບຊື່ໆ. ໃນຕອນທີ່ເປັນຍຸກສະໄໝ 2 G ນີ້ແມ່ນໄດ້ເລີ່ມມີຄໍາວ່າ GPRS ແລະ EDGE ເຂົ້າມານໍາ ແຕ່ມັນຍັງເອີ້ນວ່າ 2G ຢູ່ ຍັງບໍ່ແມ່ນ 3G ເທື່ອ.
Internet-generation-2


  • GPRS ຫຼື (General Packet Radio Service) ແມ່ນເປັນການພັດທະນາຈາກຈຸດເລີ່ມຕົ້ນຂອງ 2G ໃຫ້ດີຂຶ້ນມາອີກ ລະດັບໜຶ່ງ ແລະ ກໍ່ເປັນຈຸດເລີ່ມຕົ້ນຂອງ GSM (Global System for Mobilization) ໃນບ້ານເຮົາແມ່ນຈະໃຊ້ລະບົບນີ້ ແລະ CDMA (Code Division Multiple Access) ຕ່າງປະເທດບາງປະເທດຈະໃຊ້ລະບົບນີ້ ແລ້ວກໍ່ໄດ້ເກີດຄໍາວ່າ Roaming ຂຶ້ນມາ ” Roaming ” ແມ່ນປະມານວ່າເຮົາສາມາດເອົາໂທລະສັບຂອງເຮົາຕິດໂຕ ໄປຫຼິ້ນຕ່າງປະເທດໃດ ກໍ່ສາມາດ ໂທຫາ ເບີໃນປະເທດລາວໄດ້ ທຸກບ່ອນ ທົ່ວໂລກປະມານນັ້ນ” ແລະ ກໍ່ຍັງໄດ້ເພີ່ມຄວາມໄວຂອງການດາວໂຫຼດອັບໂຫຼດຂຶ້ນໄປອີກ.

  • EDGE ຫຼື (Enhanced Data rates for Global Evolution) ໃນຕອນນີ້ເອງບ້ານເຮົາເລີ່ມຈະພາກັນຫຼິ້ນ Internet ຜ່ານໂທລະສັບຫຼາຍຂຶ້ນ (ພາກັນເລີ່ມໃຊ້ Opera mini, ebuddy, Hi5, MSN, Youtube, Google, Yahoo, Hotmail ອື່ນໆ…) ແລະ ກໍ່ເປັນຊ່ວງເວລາສໍາຄັນສໍາລັບບ້ານເຮົາ ເພາະໄດ້ເລີ່ມມີການໃຊ້ບໍລິການ Internet ຫຼາຍຂຶ້ນຫຼາຍ (ເລີ່ມ ຮູ້ຈັກກັບສຽງປະຫຼາດໆຈາກ Dail-Up ແລະ ຮູ້ຈັກການໃຊ້ງານບັດ One4Click ຫຼື ພາກັນໄປຮ້ານ Internet  ເພື່ອໄປຫຼິ້ນເກມ Counter Strike ແລະ Red Alert. ໃນຕອນນັ້ນເອງ ເຮົາເລີ່ມຮູ້ສຶກແລ້ວວ່າ ເລື່ອງພວກ Multimedia ໄດ້ເລີ່ມມີບົດບາດທີ່ ສໍາຄັນຫຼາຍຂຶ້ນ ດ້ວຍຂໍ້ຈໍາກັດຂອງ 2G ທີ່ເລີ່ມຈະບໍ່ຕອບສະໜອງທັນ ຄວາມຕ້ອງການຂອງຄົນເຮົາຈຶ່ງໄດ້ມີການພັດທະນາຂຶ້ນໄປ ອີກ ຫຼັງຈາກນັ້ນກໍ່ເລີ່ມເຂົ້າສູ່ 3G.
Internet-generation-3


3 G (3 rd Generation)
ໂລກຂອງ SmartPhone (SEA Games ແລະ iPhone Fever)
ໃນປີ 2009 ປະເທດລາວເຮົາເປັນເຈົ້າພາບໃນການຈັດງານ ມະຫາກໍາກິລາ SEA Games Laos Vientiane ຄັ້ງທີ 25 ຊຶ່ງກ່ອນ ຈະຮອດ ມື້ເປີດງານ SEA Games ນີ້ເອງແມ່ນປະເທດລາວເຮົາເລີ່ມບຸກໜັກ ໝົດທຸກຄ້າຍເຄືອຂ່າຍ ແມ່ນເລັ່ງ Promote ເລື່ອງ ຂອງ 3G + AirCard ເລີຍເຮັດໃຫ້ຫຼາຍໆຄົນຮູ້ຈັກຄໍາວ່າ 3G ແລະ AirCard ດັງຈົນປະເທດເພື່ອນບ້ານເອົາໄປເປັນ ຂ່າວກັນເລີຍ ແລະ ກ່ອນໜ້ານີ້ໃນປີ 2007 ແມ່ນເປັນປີປະຫວັດສາດຂອງໂລກ Smartphone  ເພາະເປັນການເປີດໂຕ iPhone ລຸ້ນທໍາອິດ ແລະ ເປັນໂທລະສັບທີ່ນິຍົມຈົນຮອດມື້ນີ້. ຊຶ່ງມັນສະແດງໃຫ້ເຮົາເຫັນໄດ້ວ່າເຮົາສາມາດນໍາໃຊ້ເທັກໂນໂລຊີ 3G ນີ້ເຮັດໄດ້ຫຼາຍກວ່າ 2G ຫຼາຍ ບໍ່ວ່າຈະເປັນການໃຊ້ງານ  Video/Call Conference ໂທຫາຄົນອີກມຸມໂລກໜຶ່ງໄດ້ແບບເຫັນໜ້າເຫັນ ຕາກັນທັນ ທີທັນໃຈ , ເລີ່ມມີການດາວໂຫຼດເພງ ຮູບເງົງຕ່າງໆ ຫຼື ຈະເປັນການເບິ່ງໜັງແບບ Live Steaming ແນ່ນອນວ່າ Youtube ກໍ່ຈັດໃນໝວກນີ້ນໍາ. ເຊື່ອວ່າຫຼາຍໆຄົນດຽວນີ້ເວລາເຮົາເຊື່ອມຕໍ່ Internet ໃນໂທລະສັບເຮົາອາດຈະຂຽນເປັນ 3G ຫຼື H ຫຼື H+ ນັ້ນໝາຍຄວາມວ່າເຮົາກໍ່ຍັງຢູ່ໃນລະດັບ 3G ຄືກັນ.
SEAGAMES-2009-LAOS
  • HSPA ຫຼື (High Speed Packet Access) ແລະ H + ແມ່ນອີກໜຶ່ງກ້າວໃນການພັດທະນາຂອງ 3G ໃຫ້ມີຄວາມໄວ ທີ່ເພີ່ມຂຶ້ນນັ້ນເອງ ຊຶ່ງແນ່ນອນວ່າມັນບໍ່ແມ່ນ 4G ເທື່ອ ຍັງຈັດໃນໝວດຂອງ 3G ຢູ່ ມັນກໍ່ບໍ່ມີຫຍັງໃຫ້ອະທິບາຍຫຼາຍໃນສ່ວນນີ້ ໃຫ້ຮູ້ແຕ່ວ່າມັນເປັນການພັດທະນາຂອງ 3G ເທົ່ານັ້ນ
Internet-generation--4


Internet-generation-6



4 G ( 4 th Generation) ອີກຊື່ໜຶ່ງເອີ້ນວ່າ LTE
ໃຫ້ເຂົ້າໃຈນໍາກັນກ່ອນວ່າ 4G ກັບ LTE (Long Term Evolution) ມັນແມ່ນອັນດຽວກັນ ຄໍາວ່າ 4G ເປັນຄໍາທີ່ມັກໃຊ້ໃນ ການໂຄສະນາ ເພາະມັນຈື່ງ່າຍກວ່າຄໍາວ່າ LTE. ໃນປະເທດເຮົາເອງ ຈາກປີ 2013 ເປັນປີທີ່ເຮົາເລີ່ມໄດ້ຍິນຄໍາວ່າ 4G ໃນໃບ Promote ຕ່າງໆ ຂຶ້ນມາ ແລະ ປີນີ້ ປີ 2014 ເຮົາກໍ່ເລີ່ມທີ່ຈະໄດ້ໃຊ້ເທັກໂນໂລຊີ 4G ກັບໂຕເຮົາເອງແລ້ວ ແຕ່ວ່າ ການທີ່ຈະໄດ້ໃຊ້ 4G ນີ້ມັນບໍ່ງ່າຍຄືສະໄໝເຮົາໃຊ້ 2G ແລ້ວມາປ່ຽນເປັນ 3G ເພາະວ່າການປ່ຽນມາໃຊ້ 4G ນີ້ ແມ່ນທັງຜູ້ໃຫ້ບໍລິການທາງດ້ານເຄືອ ຂ່າຍ ແລະ ອຸປະກອນທີ່ຈະໃຊ້ຕໍ່ 4G ນີ້ ມັນຕ້ອງຮອງຮັບທັງສອງຟ່າຍ ເຊັ່ນວ່າທີ່ມີໂທລະສັບທີ່ຮອງຮັບ 4G ແຕ່ຜູ້ໃຫ້ບໍລິການ ທາງດ້ານ internet ບໍ່ຮອງຮັບ 4G ເທື່ອ ແມ່ນທ່ານຈະບໍ່ສາມາດໃຊ້ງານ 4G ໄດ້ ແລະ ຈະໄດ້ໃຊ້ 3G ແທນ. ທີ່ສໍາຄັນໃນຕອນນີ້ ວັນທີ 16 ເດືອນ 5 ປີ 2014 ແຕ່ລະເຈົ້າຜູ້ໃຫ້ບໍລິການໂທລະຄົມບ້ານເຮົາຍັງບໍ່ໄດ້ມີການເປີດໂຕຢ່າງເປັນທາງການເທື່ອ ເພາະຍັງຢູ່ໃນ ຂັ້ນຕອນການທົດລອງພາຍໃນກ່ອນ.
Internet-generation-8



ໃນເລື່ອງ 4G ຫຼື LTE ນີ້ເຮົາຈະໃຫ້ຄວາມສໍາຄັນມັນເປັນພິເສດແນ່ໜ້ອຍໜຶ່ງ ດັ່ງນັ້ນຈຶ່ງຈະຂໍແຍກອອກມາເປັນຈຸດໆໄປ 

4G ຫຼື LTE
ມັນຄັກກວ່າ 3G ແນວໃດ ?
ແນ່ນອນວ່າ ເທັກໂນໂລຊີ 4G ຫຼື LTE ມັນເປັນການພັດທະນາຕໍ່ຈາກ 3G ດັ່ງນັ້ນມັນຈະມີການເພີ່ມຄວາມສາມາດຫຼາຍໆຢ່າງ ແລະ ເປັນມາດຕະຖານທີ່ຈະຮອງຮັບກັນໄດ້ທົ່ວໂລກ ທີ່ສໍາຄັນແມ່ນຈະເປັນເທັກໂນໂລຊີທີ່ໃຊ້ກັນແບບຍາວນານເບິ່ງໄດ້ຈາກຊື່ LTE “Long Term Evolution” ອີກຈຸດໜຶ່ງທີ່ສໍາຄັນທີ່ສຸດແມ່ນມັນໄວກວ່າ 3G ຫຼາຍເທົ່າໂຕເລີຍໃນເລື່ອງຂອງການ ຮັບ- ສົ່ງ ຂໍ້ມູນ ສະຫຼຸບຄືມັນຄັກກວ່າ 3G ແຕ່ກໍ່ມີເງື່ອນໄຂທີ່ໄດ້ກ່າວໄປກ່ອນໜ້ານີ້ເລື່ອງຂອງການຮອງຮັບຂອງອຸປະກອນ.
Internet-generation-7


ບ້ານນ້ອງຢູ່ “ໂສກປ່າຫຼວງ”
ກະຊິຫຼິ້ນ 4G ໄດ້ບໍ່ອ້າຍ
ເນື່ອງຈາກສັນຍາ 4G ຍັງບໍ່ໄດ້ຄວບຄຸມທົ່ວປະເທດ (ໃນຕອນນີ້ 3G ກໍ່ຍັງບໍ່ຄວບຄຸມທົ່ວປະເທດເທື່ອ) ດັ່ງນັ້ນແລ້ວມັນຂຶ້ນກັບ ວ່າບ້ານເຮົາຢູ່ໃສ ແລະ ສັນຍານ 4G ນັ້ນມາຮອດບ້ານເຮົາບໍ່ ແນ່ນອນວ່າອະນາຄົດບໍລິສັດຫຼືຜູ້ໃຫ້ບໍລິການທາງດ້ານ ໂທລະຄົມຍັງຈະ ຕ້ອງມີການຂະຫຍາຍໂຕອອກໄປຢູ່ດັ່ງນັ້ນກໍ່ຖ້າຕໍ່ໄປ ຈົນກວ່າສັນຍານຈະມາຮອດເຂດທີ່ເຮົາຕ້ອງການໃຊ້ງານ 4G.
(ຮູບປະກອບຕົວຢ່າງຂອງຄື້ນສັນຍານໂທລະສັບ)
Internet-generation-9


ຂ້ອຍໃຊ້ 4Gມັນຕ້ອງດາວໂຫຼດໂຄດໄວເລີຍ
ໃນເລື່ອງຂອງຄວາມໄວໃນການຫຼິ້ນ internet ດາວໂຫຼດນັ້ນນີ້ ແນ່ນອນວ່າຕາມຫຼັກການແລ້ວ 4G ມັນຕ້ອງໄວ້ກວ່າ 3G ແນ່ນອນ ແຕ່ມັນກໍ່ບໍ່ສະເໝີໄປ. ທ່ານຍັງຈື່ໄດ້ບໍ່ວ່າຕອນທີ່ເລີ່ມມີການເປີດໃຊ້ງານ 3G ໃໝ່ໆ ຮູ້ໄດ້ເລີຍວ່າມັນໄວຫຼາຍ ໄວຈົນບໍ່ຮູ້ວ່າຈະດາວ ໂຫຼດຫຍັງດີກໍ່ມີ ແຕ່ມາເບິ່ງທຸກມື້ນີ້ມັນບໍ່ໄດ້ມີຄວາມຮູ້ສຶກວ່າໄວຄືເກົ່າແລ້ວ ເນື່ອງຈາກຈໍານວນຄົນໃຊ້ຫຼາຍຂຶ້ນ ເລີຍເຮັດໃຫ້ມີການ ແບ່ງ ຄວາມໄວ້ຂອງ Internet ກະຈາຍອອກໄປຕາມເຂດນັ້ນໆ ເຊັ່ນຕົວຢ່າງ ຂ້ອຍຫຼິ້ນ internet ຢູ່ບ້ານ ໄວກວ່າຕອນຫຼິ້ນຢູ່ ໂຮງຮຽນ ຫຼື ບ່ອນເຮັດວຽກ.
Internet-generation-10


ເຮົາຈະຮູ້ໄດ້ແນວໃດວ່າເຄື່ອງເຮົາສາມາດຮອງຮັບ 4G ຫຼື ບໍ່
ຈຸດນີ້ແມ່ນໃຫ້ສັງເກດ Logo ທີ່ເປັນຮູບ 4G ຫຼື LTE ເພາະມັນຈະເປັນມາດຕະຖານສາກົນຢູ່ແລ້ວວ່າເຄື່ອງນີ້ຮອງຮັບຫຼືບໍ່ ແຕ່ຖ້າທ່ານອາດຈະບໍ່ແນ່ໃຈ ແມ່ນເວລາຊື້ເຄື່ອງພວກ Smartphone ແມ່ນໃຫ້ສັງເກດຂ້າງກ່ອງມັນຈະຂຽນບອກໄວ້ຢູ່ ຫຼື ຖາມພະນັກງານຂາຍເລີຍກໍ່ດີ
Internet-generation-11


ຈະຮູ້ໄດ້ແນວໃດວ່າຄວາມໄວຂອງ
Internet ທີ່ເຮົາໃຊ້ຢູ່ນັ້ນມັນໄວເທົ່າໃດ
ວິທີກວດວ່າຄວາມໄວ internet ທີ່ເຮົາໃຊ້ຢູ່ນັ້ນ ແມ່ນໄວເທົ່າໃດ ແມ່ນເຮົາສາມາດດາວໂຫຼດໂປຼແກຼມທີ່ມີຊື່ວ່າ Speedtest ມາລອງເບິ່ງ ຫຼືອາດຈະກວດຜ່ານ Web Browser ກໍ່ໄດ້ ໂດຍພິມໃສ່ວ່າ www.speedtest.net ແລ້ວກໍ່ BEGIN TEST ໄດ້ເລີຍ.
Internet-generation-12


ສຸດທ້າຍນີ້ກໍ່ຈະຂໍເອົາ info-graphic ຄວາມໄວຂອງ internet ຕັ້ງແຕ່ 1G 2G 3G 4G ມາໃຫ້ເບິ່ງນໍາກັນວ່າຄວາມ ໄວເລົ່ານີ້ ມັນແຕກຕ່າງກັນຫຼາຍບໍ່
internet-infogra-11
internet-infogra-2
ທີ່ມາ: http://mobiletalk.tv/


Monday, July 28, 2014

ເສັ້ນໃຍນໍາແສງທີ່ເຮັດດ້ວຍອາກາດ


ເມື່ອຄິດເຖິງການສົ່ງສັນຍາໂທລະສັບ ຫລື ອິນເຕີເນັດຄວາມໄວສູງ, ທ່ານມັກຈະຄິດເຫັນເສັ້ນໄຍແກ້ວນໍາແສງ ທີ່ໄດ້ຍິນເລື້ອຍຈາກຂ່າວ ແລະ ໂຄສະນາຕ່າງໆ, ວ່າມີຄວາມໄວໃນການສົ່ງເທົ່ານັ້ນ ເທົ່ານີ້ ເຊິ່ງປະຈູບັນມີການນໍາໃຊ້ເສັ້ນໃຍແກ້ວນໍາແສງ ເພື່ອສົ່ງຂໍ້ມູນເປັນທີ່ນິຍົມທົ່ວໂລກ ເຊິ່ງກໍ່ໃຫ້ຄວາມໄວສູງສົມຄວນ, ແຕ່ຈຸດເສຍຂອງເສັ້ນໃຍແກ້ວນໍາແສງແມ່ນຕ້ອງລົງທືນຊື້ສາຍ ແລະ ວາງລະບົບສາຍໃຍ ໄປບ່ອນທີ່ຕ້ອງການເຮັດໃຫ້ມີສາຍໂຍງໃຍເຕັມໄປຫມົດ.



ແຕ່ໃນປະຈຸບັນນັກວິທະຍາສາດຈາກ the US military and National Science Foundation (ຫລືເອີ້ນວ່າ: ກອງທຶນວິໃຈວິທະຍາສາດແກ່ງສະຫະລັດ) ໄດ້ພະຍາຍາມຜະລິດເສັ້ນໃຍນໍາແສງທີ່ເຮັດຈາກ ອາກາດ ! ແມ່ນແລ້ວທ່ານອ່ານບໍ່ຜິດ ເຂົາເຈົ້າ ຊິເຮັດໃຫ້ອາກາດສາມາດສົ່ງຂໍ້ມູນໄດ້ຄ້າຍໆກັບ Wi-Fi ແຕ່ສົ່ງໄດ້ໄກ ແລະ ໄວກວ່າຫລາຍເທົ່າພ້ອມທັງອາດຈະບໍ່ຕ້ອງໃຊ້ສາຍໄຍແກ້ວອີກຕໍ່ໄປ ໂດຍການສົ່ງແບບນີ້ເອີ້ນວ່າ: Wave guide
Milchberg  ແລະທີມວິໃຈຂອງພວກເຂົາໄດ້ໃຊ້ ໃຊ້ລຳແສງທີ່ມີຄວາມເຂັ້ມສູງ ແລະ ຄື່ນສັ້ນໃຫ້ຄວາມຮ້ອນແກ່ໂມລິກູນອາກາດຢູ່ ຈຸດເລິ່ມຕົ້ນແລ້ວສົ່ງຕໍ່ໃຫ້ໂມລິກຸນອາກາດທີ່ຢູ່ຖັດໄປຢ່່າງໄວວາລະດັບໄມໂຄຣວິນາທີ. ກ່ອນຈະໄປຮອດຕົວຮັບປາຍທາງ ເພື່ອແປງສັນຍານຕໍ່ໄປ,
ຫວັງວ່າຄົງງຈະພັດທະນາຕໍ່ໄປເລື້ອຍໆ, ຈົນສາມາດໃຊ້ກັບອຸປະກອນມືຖືຕ່າງໆ ເມື່ອນັ້ນທ່ານຈະສາມາດເຊື່ອຕໍ່ກັບອີນເຕີເນັດດ້ວຍຄວາມໄວສູງກວ່າເດີມເປັນຮ້ອຍໆເທົ່າ.
ທີ່ມາ: www.vcharkan.com

Monday, July 21, 2014

ນັກຄົ້ນຄວ້າ ບັນລຸ ຄວາມກ້າວໜ້າ ໃນການພັດທະນາ ຢາຕໍ່ຕ້ານ ການຕິດເຊື້ອ HIV


ການກວດເລືອດ ຂອງພວກທີ່ຕິດເຊື້ອ HIV
ການກວດເລືອດ ຂອງພວກທີ່ຕິດເຊື້ອ HIV
ການ​ສີດ​ຢາ​ປ້ອງ​ກັນ​ໂຣກ AIDS ​ເປັນ​ເວລາ​ຍາວ​ນານໄດ້​ ປ້ອງ​ກັນພວກລີງ ບໍ່ໃຫ້ຕິດ​ເຊື້ອ​ໂຣກດັ່ງກ່າວ ​ເປັນ​ເວລາ
​ຫຼາຍ​ສັບປະດາແລະ​ບັນດາ​ນັກ​ຄົ້ນຄວ້າ​ຫວັງ​ວ່າມັນຈະ​ສາມາດ​ນຳພາ​ໄປ​ສູ່​ບາດກ້າວ ​ທີ່​ສຳຄັນ​ອັນ​ນຶ່ງ ​ໃນ​ການ​ປ້ອງ
​ກັນພະຍາດ​ນີ້​ບໍ່​ໃຫ້​ຕິດ​ແປດ​ໃສ່​ຜູ້​ຄົນ.
​ໃນ​ການ​ທົດ​ລອງ​ທາງ​ການ​ແພດ​ຕ່າງໆ​ກັບ​ພວກ​ລີງນັ້ນ ບັນດາ​ນັກ​ການ​ແພດ ທີ່​ສູນກາງ​ຄົ້ນຄວ້າ​ໂຣກ Aids Aaron Diamond ທີ່​ນະຄອນ​ນີວຢອກ ​ໄດ້​ສັກ​ຢາຕໍ່ຕ້ານ​ໂຣກ Aids ​ຊະນິດທີ່ສາມາດອອກລິດຊ້າໆ​ ​ໃຫ້​ລີງ 8 ​ໂຕ. ພວກ​ລີງ
​ດັ່ງກ່າວ​ໄດ້​ຮັບການ​ປົກ​ປ້ອງ​ ໃນ​ຄວາມ​ພະຍາຍາມ​ຊ້ຳ​ແລ້ວ​ຊ້ຳ​ອີກ ທີ່​ຈະ​ເຮັດ​ໃຫ້​ພວກ​ລີງ​ຕິດເຊື້ອ​ພະຍາດ ຊຶ່ງເປັນເຊື້ອ​ໄວຣັສປະສົມ​ຂອງ​ຄົນ​ແລະ​ລີງ ທີ່​ເອີ້ນ​ວ່າ SHIV. ສ່ວນພວກ​ລີງ​ທີ່​ໄດ້​ຮັບ​ຢາ​ທຽມນັ້ນ ແມ່ນ​ໄດ້​ຕິດ​ເຊື້ອ​ພະຍາດດັ່ງກ່າວ.
​ໃນ​ຂັ້ນ​ຕໍ່​ມາ ພວກ​ນັກ​ຄົ້ນຄວ້າ​ຢາກເຫັນ​ວ່າ ຢາ​ທີ່​ວ່ານີ້ ​ມີຜົນຄຸ້ມກັນໄດ້​ດົນ​ປານ​ໃດ. ພວກ​ເຂົາ​ເຈົ້າ​ໄດ້​ສັກ​ຢາ​ໃສ່​ລີງ 12 ​ໂຕ ໂດຍພະຍາຍາມໃຫ້ລີງເຫຼົ່ານີ້ ຕິດເຊື້ອອາທິດ​ລະ​ເທື່ອ. ​ໃນ​ການ​ພະຍາຍາມ​ຄັ້ງ​ທີ 10 ພວກ​ລີງ​ເຫຼົ່າ​ນີ້ ຈຶ່ງໄດ້ຕິດ
ເຊື້ອ​ພະຍາດ SHIV ​ເພາະວ່າ​ພວກ​ລີງ​ດັ່ງກ່າວ ​ໄດ້​ກຳຈັດ​ຢາ​ທີ່​ວ່າ​ນີ້​ ອອກໄປຈາກ​ລະບົບ​ຕ້ານ​ທານຂອງ​ພວກ​ເຂົາ​ໄວ​ກວ່າ​ຄົນ ຊຶ່ງ​ພວກ​ນັກ​ຄົ້ນຄວ້າ ຄຶດ​ວ່າ   ຢາ​ດັ່ງ​ກ່າວ ສາມາດ​ອຳນວຍ​ການ​ປ້ອງ​ກັນ ​ບໍ່​ໃຫ້​ຄົນ​ຕິດ​ເຊື້ອ HIV ​ໄດ້ເຖິງ 3 ​ເດືອນ.
ທ່ານ Robert Grant ຊຶ່ງ​ເປັນ​ນັກ​ຊ່ຽວຊານ​ດ້ານ​ເຊື້ອ​ໄວຣັສ ທີ່​ມະຫາວິທະຍາ​ໄລ California ໃນນະຄອນ San Francisco ​ໄດ້​ນຳພາ​ໃນ​ການ​ທົດ​ລອງອັນທີ່​ເອີ້ນ​ວ່າ ຂັ້ນຕອນການແພດ ໃນການນຳໃຊ້ຢາເມັດຕໍ່ຕ້ານໂຣກ AIDS Truvada ກ່ອນການສຳຜັດກັບເຊື້ອໄວຣັສ ຫລື Prep ນັ້ນ.
ການ​ສຶກສາ​ຄົ້ນ​ຄວ້າ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຂັ້ນຕອນດັ່ງກ່າວໄດ້ມີ​ປະສິດທິ​ຜົນ ຖ້າ​ຫາກ​ຜູ້​ຄົນ​ກິນ​ຢາ​ເມັດ​ນີ້ ເປັນ​ປະຈຳ ​ໃນ​ແຕ່​ລະ​ມື້. ແຕ່ຫຼາຍ​ຄົນ​ບໍ່​ໄດ້ປະຕິບັດ ດັ່ງ​ນັ້ນ ​ທ່ານ Grant ຈຶ່ງ​ກ່າວ​ວ່າ ຂັ້ນຕອນ prep ບໍ່​ໄດ້​ຮັບ​ຜົນ​ດີໝົດສູ່​ຄົນ ທີ່ ຢູ່​ໃນ​ການ​ສ່ຽງ​ນັ້ນ.
ທ່ານ Grant ຄຶດ​ວ່າ ຢາ​ສັກ​ທີ່​ໃຫ້ເພື່ອ​ປົກ​ປ້ອງ​ບໍ່ໃຫ້ຕິດ​ເຊື້ອ​ໄວຣັສ​ເປັນ​ເວລາ 3 ​ເດືອນນັ້ນ ​ຈຶ່ງເປັນ​ການ​ບັນລຸ​ຄວາມ​ກ້າວໜ້າ​ທີ່ສຳຄັນອັນ​ນຶ່ງ.
ທ່ານ Grant ກ່າວ​ວ່າ “ອັນ​ນີ້​ເປັນ​ວິທີການ​ທີ່​ຕື່ນ​ເຕັ້ນ​ອັນ​ນຶ່ງ ​ໂດຍ​ສະ​ເພາະ  ສຳ ລັບ​ພວກ​ຜູ້​ຄົນ​ທີ່​ມີ​ບັນຫາ​ນຳ​ການ​ກິນ​ຢາ ມາ​ກ່ອນ​ນັ້ນ. ພວກ​ບຸກຄົນ​ເຫຼົ່າ​ນີ້ ​ເປັນ ພວກ​ຄົນ​ທີ່​ມີ​ອາຍຸ​ອ່ອນ​ກວ່າ ທີ່​ບໍ່​ກິນ​ຢາ​ຍ້ອນ​ເຫດຜົນ​ຕ່າງໆ
ນາໆ ​ແລະ​ພວກ​ທີ່​ມີຊີວິດ​ການ​ເປັນ​ຢູ່​ປະຈຳ​ວັນ ບໍ່​ມີ​ການຈັດ​ແຈງ​ດີ​ໃນ​ຊ່ອງ​ທາງ​ທີ່​ອຳນວຍໃຫ້​ຕົນ​ເອງ​ສ້າງ​ຄວາມ​ລຶ້ງ​ເຄີຍ​ກັບ​ການ​ກິນ​ຢາ​ປະຈຳ​ວັນ​ນັ້ນ
.”
​ໃນ​ສະຫະລັດ ພວກ​ຄົນ​ໜຸ່ມແມ່ນປະກອບເປັນປະມານ 40 ​ເປີ​ເຊັນຂອງ​ພວກທີ່​ຕິດ​ເຊື້ອ​ໄວຣັສ HIV ນັ້ນ.
ຢາ​ທີ່​ເອີ້ນ​ວ່າ dolutegravir ກຳລັງ​ໃຊ້​ກັນ ​ໂດຍ​ພວກ​ບຸກຄົນ​ທີ່ຕິດ​ເຊື້ອ ​HIV ​ຫລາຍ​ພັນ​ຄົນ. ບັນດາ​ນັກ​ຄົ້ນຄວ້າ​ກ່າວ​ວ່າ ຢາ​ນີ້​ປອດ​ໄພ. ຢາ dolutegravir ແມ່ນ​ເປັນ​ຢາ​ສັກ ​ຝັງ​ໃສ່ໃນຮູບອະນຸພາກທີ່​ນ້ອຍ​ທີ່​ສຸດ ແລ້ວໃຫ້ຄ່ອຍໆ ອອກລິດແລະ​ໃຊ້​ເວລາ​ດົນ​ກ່ອນມັນຈະ​ໝົດ.
​ການທົດ​ລອງ​ນຳໃຊ້ຢາດັ່ງກ່າວ​ຂະໜານ​ໃຫຍ່ ແມ່ນໄດ້ມີການວາງແຜນກັນໄວ້ແລ້ວ. ບັນດາ​ນັກ​ຊ່ຽວຊານກ່າວ​ວ່າ ຢາ​ສັກ​ຊະນິດ​ນີ້​ຈະ​ເປັນ​ຜົນ​ປະ​ໂຫຍ​ດຢ່າງ​ຫຼວງ​ຫຼາຍໃນ​ພວກ​ປະ​ເທດ​ຕ່າງໆ ທີ່​ມີ​ອັດຕາ​ຄົນ​ຕິດ​ເຊື້ອ HIV ສູງ ​ແລະ​ບ່ອນ​
ທີ່​ການ​ກິນຢາປ້ອງ​ກັນ​ໂຣກ ​ໃນ​ແຕ່​ມື້​ລະ​ວັນ ປະຕິບັດ​ໄດ້​ຍາກ​ນັ້ນ.

ທີ່ມາ: www.laopost.com