Saturday, April 6, 2013

ປີຣາມິດໃນຈີນ.....ເຂດພື້ນທີ່ຕ້ອງຫ້າມລັດຖະບານຈີນ ປິດສະໜາໂລກບູຮານ 4500 ປີ ທີ່ຍັງບໍ່ເປີດເຜີຍ


ເມື່ອເວົ້າເຖິງຄຳວ່າ “ປີຣາມິດ“ ຄົນ​ສ່ວນ​ຫຼາຍ​ຕ່າງ​ກໍ​ຕ້ອງ​ນຶກ​ເຖິງພາບຂອງ​ມະຫາ​ປີຣາມິດ​ໃນ​ປະ​ເທດ​ອີ​ຢິບ​ໃນ​ຍຸກອາຣິຍະ​ທຳ​ບູຮານ ປະມານ 1350 ປີ ກ່ອນ ຄ.ສ ແລະ ມີອີກຫຼາຍໆຄົນທີ່​ນຶກ​ເຖິງ​ໝູ່​ປີຣາມິດ​ຂອງ​ອານາຈັກ​ມາຍາ​ບູຮານ​ທີ່​ມີ​ອາຍຸ 500 ປີ ກ່ອນ ຄ.ສ ​ໃນ​ປະ​ເທດ​ແມ໊ກຊີ​ໂກ ​ແລະ ​ແນ່ນອນ​ວ່າ​ມີ​ອີກ​ຫຼາຍ​ທ່ານ​ທີ່​ຍັງ​ບໍ່​ຮູ້​ວ່າມີ​ປີຣາມິດ​ໃນ​ທະວີບອາຊີ​ນັ້ນ​ກໍ​ຄື “ປີຣາມິດ​ໃນ​ປະ​ເທດ​ຈີນ” ທີ່​ຄາດ​ວ່າ​ມີ​ອາຍຸ​ເກົ່າ​ແກ່​ປະມານ 2400 ປີ ກ່ອນ ຄ.. ​ເຊິ່ງ​ເລື່ອງ​ນີ້​ມັນ​ເປັນ​ມາ​ແນວ​ໃດ​ນັ້ນ ຫຼາຍ​ຄົນຄົງ​ຈະ​ສົງ​ໃສ?



                 ພາບຖ່າຍທາງອາດ ສະແດງກຸ່ມຂອງປີຣາມີດໃນຈີນ

ໃນຊ່ວງທີ່ “Hartwig Hausdortນັກ​ສຳ​ລວດ​ຊາວ​ເຢຍລະ​ມັນ ຊຶ່ງ​ໄປ​ທ່ອງ​ທ່ຽວ​ໃນ​ຈີນ​ແຜ່ນດິນ​ໃຫຍ່​ໃນ​ຊ່ວງ​ປີ 1994 ດ້ວຍ​ຄວາມ​ບັງ​ເອີນ​ ຫຼື ຈົງ​ໃຈ​ກໍ​ບໍ່​ຮູ້ ລາວ​ໄດ້​ລັກ​ຍ່າງ​ຍ່ອງໆ​ເຂົ້າ​ໄປສຳ​ລວດ​ໃນ​ບໍລິ​ເວນ​ພື້ນ​ທີ່​ຕ້ອງ​ຫ້າມ​ຂອງ​ລັດຖະບານ​ຈີນໃນມົນທົນຊານຊີແລະ Hausdorfໄດ້ຖ່າຍພາບຂອງໝູ່ຊາກບູຮານສະຖານຂະໜາດ​ ໃຫຍ່ບາງຢ່າງອອກມາ,ໃນພາບເປັນລັກສະນະເນີນດິນຂະໜາດໃຫຍ່ຊົງສີ່ຫຼ່ຽມທີ່ສາມາດເບີ່ເຫັນ​​ເຖິງຮູບຊົງຫຼ່ຽມທີ່ມີມູມສາກ 4 ດ້ານ ຍ່າງຊັດເຈນແລະ ພາບຖ່າຍຂອງກຸ່ມບູຮານສະຖານພວກນີ້ເຮັດໃຫ້ Hausdorf ​​ເຖິງກັບຕະລຶງ…​ແນ່ນອນໃຜລະຈະເຊື່ອວ່າໃນຈີນແຜ່ນດິນໃຫຍ່ຈະມີປີຣາມິດຢູ່ເປັນຈຳນວນຫຼວງຫຼາຍຕັ້ງ ຕຣະຫງ່າຢູ່ທ່າມກາງ​ພື້ນທີ່ກະສິກຳແບບນີ້.



ພາບ: ປິລະມິດທ່າມກາງພື້ນທີ່ກະສິກຳ

ປີຣາມິດແຫ່ງນີ້ ມີຄວາມສຳພັນແນວໃດກັບປີຣາມິດໃນພື້ນທີ່ອື່ນ ຫຼື ບໍ່?
Hausdorf​ໄດ້ຂຽນໃນໜັງສືຂອງລາວ ຊື່ງພິມອອກມາຈຳໜ່າຍໃນພາຍຫຼັງວ່າປີຣາມິດຫຼວງຫຼາຍເຫຼົ່ານີ້ມີ​ ອາຍຸຫຼາຍກ່ວາ 4500 ປີ ຂື້ນໄປຢ່າງບໍ່ຕ້ອງສົງໃສປີຣາມິດສ່ວນໃຫຍ່ຖືກສ້າງຂື້ນມາຈາກດິນໜຽວຊຶ່ງແຂງ​ ແກ່ນຄືກັບຫີນທີ່ມີຢູ່ສ່ວນໜື່ງຊື່ເສຍຫາຍໄປ ຄາດວ່າເກີດການກັດເຊາະ ຫຼື ພັງທະລາຍຕາມທຳມະຊາດແລະ ກໍມີອີກສ່ວນໜື່ງເຊັ່ນກັນທີ່ເສຍຫາຍໄປຍ້ອນນ້ຳມືຂອງມະນຸດແຫມກໍມັນດັນໄປຕັ້ງຢູ່ໃນພື້ນທີ່ກະສິກຳເຊິ່ງເກະກະກີດຂວາງແບບນີ້ພວກເຂົາຈະເອົາໄວ້ເຮັດຫຍັງ.
ປີຣາມິດບາງຫຼັງມີຂະໜາດໃຫຍ່ພໍໆກັບປີຣາມິດໃນເມືອງ ຕິໂອຕິຮົວກັນ ຂອງຊາວອິນຄາ ປີຣາມິດ​ ເກືອບທຸກຫຼັງມີການຕໍ່ເຕີມວິຫານນ້ອຍໆເອົາໄວ້ເທິງຢອດນຳເຮັດໃຫ້ນັກບູຮານວັນນະຄະດີອົດບໍ່ໄດ້ວ່າ:ແມ່ນໃຜນໍທີ່ມາສ້າງປີຣາມິດເຫຼົ່ານີ້ເອົາໄວ້ແລະ ມັນມີຄວາມສຳພັນແນວໃດກັບປີຣາມິດໃນພື້ນທີ່ອື່ນຫຼືບໍ່? ຖ້າປີຣາມິດເຫຼົ່ານີ້ຕັ້ງຢູ່ໃນໂລກເສລີກໍຄົງຈະດີຢ່າງນ້ອຍກໍ່ພໍໄປຢ້ຽມຊົມສຶກສາໄດ້ແຕ່ນີ້ມັນດັນມາຕັ້ງຢູ່​ ຫຼັງມ່ານໄມ້ໄຜ່ຢ່າງຈີນ, ທຸກສິ່ງທຸກຢ່າງກໍເລຍງຽບເຫງົາປ່ອຍໃຫ້ເປັນເລື່ອງທີ່ສົນໃຈໄປທົ່ວໂລກແລະ ຫຼັງຈາກທີ່ນັກບູຮານວັນນະຄະດີທົ່ວໂລກໃນຊ່ວງປີ . 2000 ສົນໃຈທີ່ຈະຂໍເຂົ້າໄປສຶກສາໂຄງສ້າງດັ່ງກ່າວ ກໍໄດ້ຮັບການປະຕິເສດຈາກທາງລັດຖະບານຈີນ…​ແລະ ກໍໄດ້ຮັບຂໍ້ມູນແຈ້ງມາວ່າທີມສຳລວດທາງບູຮານ​ ວັນນະຄະດີຂອງຈີນໄດ້ເຂົ້າໄປເຮັດການສຳລວດມາກ່ອນໜ້ານີ້ແລ້ວຊື່ງຈຸດນີ້ໃນປັດຈຸບັນລັດຖະບານຈີນໂດຍສຳນັກງານບູຮານວັນນະຄະດີແຫ່ງຊາດໄດ້ອອກມາຖະແຫຼງການຕໍ່ສາທາລະນະວ່າຖ້າຫາກຍັງບໍ່ສາມາດມີເທັກໂນ​ ໂລຢີທີ່ທັນສະໄໝ ຫຼືເທັກໂນໂລຢີທີ່ໝັ້ນໃຈວ່າຈະສາມາດຮັກສາສັບສົມບັດ, ພາບຂຽນ ລວມເຖິງບູຮານ ວັດຖຸພາຍໃນໄດ້ ກໍຈະຍັງບໍ່ສາມາດເປີດໃຫ້ປີຣາມິດເພື່ອພິສູດໂຄງສ່າງພາຍໃນ

ຮູບຈໍາລອງໂຄງສ້າງຂອງປິຣະມິດ

ໃນປັດຈຸບັນທາງການຈີນໄດ້ເລີ່ເຂົ້າໄປສຳລວດອີກຄັ້ງນັບແຕ່ປີ 2000 ທີ່ຜ່ານມາ, ​ແຕ່ກໍຍັງບໍ່ມີການ​ ເປີດເຜີຍຂໍ້ມູນທາງດ້ານບູຮານວັນນະຄະດີ, ວິທະຍາສາດແຕ່ຢ່າງໃດ. ຫຼາຍໆຄົນຄົງຕັ້ງຄຳຖາມວ່າຕົກລົງ ປີຣາມິດທີ່ບາງຄົນວ່າຄືຮວງຊຸຍບາງທີກໍວ່າ “​ເປັນອາຣິຍະທຳຕ່າງດ້າວ” ​ແລະ ຫຼາຍໆຄຳຕອບຕອນນີ້ກໍ​ ຍັງຄົງຖືກພັບເກັບເປັນຄວາມລັບຂອງລັດຖະບານຈີນຕໍ່ໄປ.

No comments:

Post a Comment