Saturday, April 20, 2013

ມາຮູ້ຈັກ Facebook home ສໍາລັບ ​​​Android ທີ່ກຳລັງຈະປ່ອຍອອກມາດີກວ່າ


Facebook home ກໍ່ຄື Launcher ຕົວຫນື່ງທີ່ທ່ານສາມາດດາວໂຫລດມາຕິດຕັ້ງແທນ Launcher ເກົ່າໃນໂທລະສັບແອນ ດອຍຂອງທ່ານ ເຊິ່ງໂດຍປົກກະຕິແລ້ວໂທລະສັບທຸກລຸ້ນຈະມີ Launcher ເປັນຂອງຕົນເອງ ແລະ ມີລັກສະນະການໃຊ້ງານ ຕ່າງກັນຕາມແຕ່ລະລຸ້ນ. ໂດຍ Facebook home ນີ້ຈະເປັນ Launcher ທີ່ເນັ້ນໄປທາງການໃຊ້ໂຊຊ້ຽວເນັດເວິກທີ່ກ່ຽວ ຂ້ອງກັບເຟສບຸກເຊັ່ນ: ຂໍ້ຄວາມແຊັດ, ການແຈ້ງເຕືອນ, ການໂພສສະຖານະຕ່າງໆເປັນຕົ້ນ ບໍລິການຕ່າງໆເຫລົ່ານີ້ຈະສະ ແດງຢູ່ຫນ້າ home screen ເລີຍຖ້າທ່ານຕິດຕັ້ງ Facebook home. ນອກຈາກນັ້ນທ່ານຍັງສາມາດປັບແຕ່ງໄອຄອນ ຕ່າງໆໄດ້ ຕາມຄວາມຕ້ອງການ. ເຟສບຸກຈະຮ່ວມກັບ HTC, Samsung ໃນການເອົາ Launcher ຕົວນີ້ເຂົ້າໄປໃນໂທລະ ສັບ ແລະ ຈະອອກວາງຂາຍໃນໄວໆນີ້. ແຕ່ຫາກທ່ານໃດຊື້ໂທລະສັບໄປແລ້ວທ່ານກໍ່ສາມາດຕັ້ງເຟສບຸກໂຮມນີ້ໄດ້ໃນ Googleplay ຂອງທ່ານໄດ້ ໂດຍໂທລະສັບຂອງທ່ານຕ້ອງໄດ້ຕິດຕັ້ງແອັບ ​​​Facebook ແລະ Facebook Massenger ເວີຊັ້ນລ່າສຸດໄວ້ແລ້ວຈິ່ງຈະສາມາດໃຊ້ໄດ້

ແຫລ່ງຂ່າວ: www.arip.co.th

No comments:

Post a Comment