Friday, April 19, 2013

ພົບຊາກປາວານບູຮານ ທີ່ບໍລິເວນຂວ້າໂລກໄຕ້



ນັກວິທະຍາສາດປະເທດອາເຈນຕີນ່າ ໄດ້ຄົ້ນພົບຊາກປາວານອາຍຸຫລາຍກວ່າ 45 ລ້ານປີ ເຊິ່ງເຊື່ອວ່າເປັນຊາກປາວານທີ່ ເກົ່າແກ່ທີ່ສຸດທີ່ເຄີຍຄົນພົບມາ ທີ່ເກາະ Marambio ຂອງປະເທດອາເຈນຕີນ່າທີ່ຢູ່ທາງຂວ້າໂລກໄຕ້. ຊາກໂບຮານດັ່ງກ່າວມີ ແຂ້ວ ແລະ ຄາງກະໄຕຢ່າງຊັດເຈນ ຈົນເຊື່ອໄດ້ວ່າເປັນບັນພະບູລຸດຂອງປາວານ ແລະ ໂລມາໃນປະຈຸບັນ ເຊີ່ງນັກວິທະຍາ ສາດດັ່ງກ່າວຫວັງວ່າການຄົ້ນພົບຄັ້ງນີ້ຈະຊ່ວຍໃຫ້ເຂົ້າໃຈວິວັດທະນາການຂອງປາວານໄດ້ດີຂື້ນ ໃນບໍລິເວນດັ່ງກ່າວຍັງໄດ້ ພົບຊາກຟອສຊີລຂອງໄດໂນເສົາ, ສັດເລືອຄານ ແລະ ກະດູກຂອງນົກແພນກິນຍັກອີກ

ທີ່ມາ: http://www.nsm.or.th

No comments:

Post a Comment