Monday, April 8, 2013

ສິ່ງທີ່ທ່ານອາດຍັງບໍ່ທັນຮຸ້.....ລະບົບສຸລິຍະຈັກກະວານ

ຫລາຍທ່ານອາດເຄີຍຮູ້ແລ້ວວ່າລະບົບສຸລິຍະຂອງເຮົານັ້ນຕັ້ງຢູ່ໃນກາແລັກຊີທາງຊ້າງເຜືອກໂດຍປະກອບດ້ວຍດາວ ເຄາະ 9 ດວງ: ດັ່ງນີ້ເຫັນໃນຮູບ



ຈາກຮູບຈະເຫັນໄດ້ວ່າໂລກເຮົາເປັນອັນດັບທີ່ສາມຈາກດວງຕາເວັນຮອງຈາກດາວພຸດ ແລະ ດາວສຸກ ນອກຈາກນີ້ຍັງມີບັນ ດາກຸ່ມອຸທະກະບາດ ແລະ ດາວເຄາະນ້ອຍຕ່າງໆຈຳນວນຫລວງຫລາຍຢູ່ລະຫວ່າງດາວເຄາະຕ່າງໆອີກ ທີ່ກ່າວມານີ້ເປັນ ປະເດັນລວມໆຍັງຫລາຍສີ່ງອີກທີ່ທ່ານອາດຍັງບໍ່ທັນຮູ້ວ່າ:
- ດວງອາທິດມີມວນສານເທົ່າກັບ 99,86 % ຂອງມວນສານທັງຫມົດຂອງລະບົບສຸລິຍະຫມາຍຄວາມວ່າດາວເຄາະທີ ເຫລືອທັງ 8 ດວງລວມກັນກັບບັນດາຝຸ່ນ, ອຸທະກະບາດ ແລະ ອື່ນລວມໃນລະບົບສຸລິຍະລວມເຂົ້າກັນຈະມີມວນສານພຽງ ແຕ່ 0,14 % !!!
- ແຮງສະຫນາມແມ່ເຫລັກຂອງດາວພະຫັດແມ່ນສູງຫລາຍມັນສາມາດແຜ່ລັງສີຄື່ນແມ່ເຫລັກ ນັບຕື້ໆວັດມາເຖິງໂລກໃນ ແຕ່ລະວັນ
- ວັດຖຸທີ່ປະກອບເປັນດວງຕາເວັນຂະຫນາດ ເທົ່າຫົວເຂັມມຸດສາມາດຂ້າຄົນໄດ້ໃນລັດສະຫມີ 160 ກມ
- 1 ປີຂອງດາວພູໂຕເທົ່າກັບ 248 ປີຂອງໂລກ ຫມາຍຄວາມວ່າດາວພູໂຕໃຊ້ເວລາເກືອບ 3 ສະຕະວັດ ໂຄຈອນອ້ອມດວງອາ ທິດ
- ດາວເສົາມີຄວາມຫນາແຫນ້ນຕໍ່າຫລາຍຖ້າທ່ານສາມາດວາງມັນໃນຊາມນໍ້າມັນຈະຟູ

ເອົາລະ ສໍ່ານີ້ກ່ອນ ມືຫນ້າມາຕໍ່ເລື່ອງໃຫມ່

No comments:

Post a Comment