Thursday, April 25, 2013

ເປັນເລື່ອງ: ເມື່ອນັກວິໃຈພົບວ່າໄຂ້ຫວັດນົກທີ່ພົບໃນຈີນນັ້ນສາມາດກາຍພັນໄດ້



ຈາກການວິເຄາະພັນທຸກໍາຂອງໄຂ້ຫວັດນົກທີ່ພົບທີ່ພາໃຫ້ມີຜູ້ເສຍຊີວິດແລ້ວ 9 ຄົນໃນຈີນ ພົບວ່າໄວຣັດກໍາລັງປັບຕົວໃຫ້ເຂົ້າ  ກັບເຊລຂອງມະນຸດ ເຊິ່ງໃຫ້ຫລາຍຝ່າຍກັງວົນ ເນື່ອງຈາກຢ້ານມັນຈະລະບາດມາສູ່ຄົນ

ງານວິໃຈຄັ້ງນີ້ ນໍາໂດຍ ທ່ານ ມາຊາໂຕະ ທາຊິໂຣ່ ແຫ່ງສູນວິໃຈໄຂ້ຫວັດໃຫຍ່ ສະຖາບັນໂລກຕິດເຊື້ອແຫ່ງຊາດ ແລະ ທ່ານ ໂຢຊິຮີໂຣ ຄາວາໂອະກິ ແຫ່ງມະຫາວິທະຍາໄລໂຕກຽວ. ໂດຍທິມວິໃຈໄດ້ສືກສາລໍາດັບຂອງຢີນ H7N9  ທີ່ໄດ້ມາຈາກຜູ້ປ່ວຍ 4 ລາຍ, ຈາກນົກ, ແລະ ຈາກສະພາບແວດຂອງຕະຫລາດໃນນະຄອນຊຽງໄຮ.

"ໄວຣັດທີ່ໄດ້ມາຈາກມະນຸດມີການກາຍພັນຂອງເຊລໂປຣຕິນທີ່ເຮັດໃຫ້ສາມາດເຕີບໂຕໃນເຊລຂອງມະນຸດໄດ້ ແຕ່ຕົວຢ່າງ ຈາກນົກ ແລະ ສິ່ງແວດລ້ອມບໍ່ມີການກາຍພັນດັ່ງກ່າວ. ການກາຍພັນນີ້ຈະເຮັດໃຫ້ໄວຣັດສາມາດເຕີບໂຕໃນອຸນນະພູມ ທີ່ສອດຄ່ອງກັບລະບົບຫາຍໃຈ ເຊິ່ງຕໍ່າກວ່າອຸນນພູມໃນຮ່າງກາຍນົກ" ທ່ານ ຄາວາໂອະ ຜູ້ຊ່ຽວຊານດ້ານໄຂ້ຫວັດນົກກ່າວ ມາແນວນັ້ນ

ການສຶກສາຄັ້ງໄດ້ປຽບທຽບຂໍ້ມູນຢີນທີ່ໄດ້ເກັບໄວ້ໃນຖານຂໍ້ມູນຂອງນາໆຊາດເຮັດໃຫ້ສາມາຮູ້ຮ່ອງການພັດທະນາຂອງ ໂມລິກຸນ ແລະ ຢີນເຊິ່ງປະໂຫຍດໃນການຫາທາງປ້ອງກັນ ແລະ ສ້າງວັກຊິນສໍາລັບໄວຣັດຊະນິດນີ້

ແຕ່ເຖິງວ່າໄວຣັດຈະຮ້າຍແຮງພຽງໃດນັ້ນກໍ່ຂື້ນກັບຄວາມສາມາດໃນການປັບຕົວ ແລະ ສັ່ງການແຊລສິ່ງທີ່ມີຊີວິດມັນເຂົ້າ ໄປອາໃສເພື່ອຂະຫຍາຍພັນນັ້ນໄດ້ດີສໍ່າໃດ. ແຕ່ໄຂ້ຫວັດນົກສ່ວນໃຫຍ່ນັ້ນຈະບໍ່ສາມາດຕິດຕໍ່ສູ່ຄົນໄດ້ຢ່າງງ່າຍ ແຕ່ຍ້ອນ ບາງຄັ້ງມັນ ສາມາດປັບຕົວເຂົ້າສູ່ຄົນ ແລະ ເຮັດເກີດອັນຕະລາຍດ້ານອື່ນໆແທນ

ໄວຣັດສ່ວນໃຫຍ່ທີ່ໃຊ້ໃນການສືກສາຄັ້ງນີ້ທັງຈາກນົກ ແລະ ຄົນນັ້ນຈະມີການກາຍພັນທີ່ຜິວຂອງໂປຣຕີນ hemmaglutinin   ເຊິ່ງເຊື່ອໂຣກໃຊ້ໃນການຈັບເຂົ້າກັບເຊລໂຮສ ທີ່ມັນອາໃສຢູ່ ເຊິງການກາຍພັນນີ້ຈະເຮັດໃຫ້ມັນສາມາດຕິດເຊື້ອສູ່ມະນຸດໄດ້ ງ່າຍ.

ທີ່ມາ: http://vcharkarn.com

ອ້າງອີງ: University of Wisconsin-Madison (2013, April 12). Could new flu spark global flu pandemic? New bird flu strain seen adapting to mammals, humans. ScienceDaily. Retrieved April 14, 2013, from http://www.sciencedaily.com/releases/2013/04/130412192402.htm


No comments:

Post a Comment