Tuesday, April 23, 2013

ປຸກຊີບຊ້າງແມມມອດ ທີ່ສູນພັນໄປຫລາຍກວ່າຫ້າພັນປີ


ຫລາຍຄົນຄົງໄດ້ເຄີຍເຫັນຊ້າງແມັມມອດຊ້າງໃຫຍ່ບູຮານ  ທີ່ມີງາໂຄ້ງຍາວ ໃນຫນັງຕ່າງໆກັນມາແລ້ວ. ບັດນີ້ຊ້າງດັ່ງກ່າວ ກໍາລັງຈະຖືກປຸກຊີບຂື້ນມາອີກຄັ້ງ ໂດຍຄວາມພະຍາຍາມຂອງນັກວິທະຍາສາດຊາວເກົາຫລີ Hwang Woo suk ຜູ້ມີຊື່ ສຽງດ້ານການປູກຖ່າຍພັນທຸກໍາ, ໂຄນນີ່ງ

ສຳນັກຂ່າວຕ່າງປະເທດລາຍງານວ່າ ນັກວິທະຍາສາດຄົນດັ່ງກ່າວເຊິ່ງມາຈາກສະຖາບັນ South Korea’s Sooam Biotech Research Foundation ຈາກເກົາຫລີໄຕ້ທີ່ເຄີຍມີຊື່ສຽງໂດງດັງຈາກ ສາມາດຜະລິດ stem cell ຂອງມະນຸດໄດ້ໃນປີ 2006. ກຳລັງຈະໃຊ້ຄວາມຊ່ຽວຊານຂອງເຂົາໃນການຖ່າຍໂອນພັນທຸກຳຂອງຊ້າງແມມມອດທີ່ຖືກແຊ່ແຂງໃນນໍ້າແຂງເປັນເວລາຫລາຍພັນປີ ໃນເຂດໄຊບີເຣຍຂອງປະເທດລັດເຊຍ  ໂດຍລາຍງານກ່າວວ່າເຂົາໄດ້ລົງນາມກັບມະຫາວິທະຍາໄລສະຫະພັນ ລັດ ຕາເວັນອອກສ່ຽງເຫນືອຂອງປະເທດຣັດເຊຍ ໂດຍມີ ວາຊິຣິ ວາຊິຣິເຢບ ຮອງອະທິການບໍດີເປັນຕົວແທນ ແລະ ຄາດວ່າອີກ ບໍ່ດົນເຮົາຄົງໄດ້ເຫັນຊ້າງແມມມອດຕົວເປັນໆ


Hwang woo suk (ຊ້າຍ) ແລະ Vasily Vasiliyev  (ຂວາ)
ລາຍງານຍັງບອກເພີມເຕີມວ່າ ເນື້ອເຫຍືອຂອງຊ້າງແມມມອດທີ່ໄດ້ຈາກຊາກແຊ່ແຂງ ຈະຖືກຖ່າຍໂອນລົງໄປເຊລໄຂ່ຂອງ ຂ້າງພັນອິນເດຍ ໂດຍເຊລໄຂ່ຂອງຊາກພັນອິນເດຍຈະຖືກປ່ຽນແທນດ້ວຍ DNA ຂອງຊ້າງແມມມອດ. ກອ່ນທີ່ຈະເອົາໄຂ່ ດັ່ງກ່າວໄປຝາກທ້ອງນໍາຊ້າງອີນເດຍທີ່ມີຄວາມພ້ອມໃນການຕັ້ງຄັນ ແລະ ຈະໃຊ້ເວລາໃນການຕັ້ງຄັນປະມານ 22 ເດືອນ ຖ້າເປັນໄປຕາມຄາດກໍ່ຈະໄດ້ລູດຊ້າງແມມມອດ ເຊິ່ງຈະຖືເປັນການປະຕິວັດວົງການວິທະຍາສາດດ້ານພັນທຸກຳຢ່າງໃຫຍ່ ຫລວງ



ແຫລ່ງຂ່າວ:


No comments:

Post a Comment