Sunday, April 21, 2013

Brookesia micra ກະປອມສາຍພັນນ້ອຍທີ່ສຸດໃນໂລກ



brookesia micra ຖືໄດ້ວ່າເປັນກະປອມທີ່ມີຂະຫນາດນ້ອຍທີ່ສຸດໃນໂລກ ດ້ວຍຂະຫນາດລໍາຕົວທີ່ໃຫຍ່ເຕັມໄວແມ່ນບໍ່ເກີນ 3 ຊມເທົ່ານັ້ນ ຈົນສາມາດເກາະຢູ່ເທິງຫົວໄມ້ຂີດໄຟໄດ້

ກະປອມຊະນິດນີ້ຄົ້ນພົບໂດບທິມນັກວິທະຍາສາວຊາວເຢຍລະມັນ ແລະ ສະຫະລັດພ້ອມໆກັບກະປອມສາຍພັນຄ້າຍໆກັນ ອີກ 3 ຊະນິດບົນເກາະນ້ອຍແຫ່ງຫນື່ງນອກຊາຍຝັ່ງ ມາດາກັດກາ ເຊິ່ງເປັນສະຖານທີ່ມີຄວາມຫລາກຫລາຍດ້ານຊີວະນາ ພັນ ກະປອມຊະນິດນີ້ເມື່ອໃຫຍ່ສຸດຈະມີຄວາມຍາວພຽງແຕ່ 24 ຫາ 30 ມມ ເທົ່ານັ້ນ ເຮັດໃຫ້ມັນກາຍເປັນສັດເລືອຄານທີ່ ມີຂະຫນາດນ້ອຍທີ່ສຸດໃນໂລກ

ແຟຣງ ກໍຣ ຫົວຫນ້າທີມງານວິໃຈເປີດເຜີຍວ່າ ພວກເຂົາໄດ້ພົບມັນລີ້ຊ້ອນຕົວຢູ່ຕາມຮົ່ມໄມ້ໃນຕອນກາງຄືນ ແລະ ອອກຫາ ກິນໃນເວລາກາງເວັນ ທີມງານສາມາດຈັບກະປອມຊະນິດໄດ້ຢ່າງງ່າຍ ເພາະມັນຫລັບຈະບໍ່ເຄື່ອນທີ່ໄປໃສຕະຫລອດຄືນ

ດ້ວຍເຫດທີ່ພົບກະປອມເຫລົ່ານີ້ໃນພື້ນທີ່ຈຳກັດພຽງບໍ່ເທົາໃດຕາລາງກິໂລແມັດ ຜູ້ຊ່ຽວຊານເຊື່ອວ່າມັນມີຄວາມອ່ອນໄຫວ ກັບການປ່ຽນແປງຂອງທຳມະຊາດທີ່ຖືກທໍາລາຍ ແລະ ເປັນຫ່ວງຕໍ່ການສູນພັນຂອງພວກມັນ

ແຫລ່ງຂາວ:

www.thairath.co.th/content/oversea/239046
www.krobkruakao.com/.../เยอรมนี-เผยค้นพบกิ้งก่าเล็กที่สุดในโลก.html
http://board.postjung.com/602562.html
http://en.wikipedia.org/wiki/Brookesia_micra
http://www.dailymail.co.uk/sciencetech/article-2101040/Discovered-The-mini-meleon-smallest-reptiles-planet.html

No comments:

Post a Comment