Wednesday, April 17, 2013

ແກະກ່ອງ Google glass ອຸປະກອນໄຮເທັກຈາກ ອ໊າກູ໋



ຫ່າງກາຍກັນໄປ ຫລາຍຊ່ວງປີໃຫມ່ລາວ ຊາມຊິເຊົາເມົາຄ້າງ..... ບົດຄວາມໃນບ໊ອກເລີຍຂາດຫາຍໄປຊ່ວງຫນື່ງແຕ່ແນວ ໃດກໍ່ຕາມຫລັງຈາກກັບມາແລ້ວ ຜູ້ຂຽນກໍ່ມີຂ່າວໄອທີມາໃຫ້ທ່ານອ່ານເພີນໆຕາມເຄີຍ

ຂ່າວນີ້ແມ່ນການເປີດໂຕຂອງ Google Glass ອຸປະກອນໄຮເທັກຂອງ ກູເກີ້ລ ເຊິ່ງຫລາຍອາດເຄີຍໄດ້ຍິນມາແນ່ແລ້ວກ່ຽວ ກັບອຸປະກອນນີ້: ອຸປະກອນດັ່ງກ່າວມີລັກສະນະຄືແວ່ນຕາສາມາດສວມໃສ່ໄດ້ ໂດຍຄວາມສາມາດຂອງມັນກໍ່ມີຕັ້ງແຕ່: ສົ່ງຂໍ້ຄວາມ, ຖ່າຍຮູບ, ວິດີໂອ, ບັນທຶກສຽງ, GPS ໂດຍການສັ່ງງານດ້ວຍສຽງ (ແຕ່ວ່າຄົງສັ່ງງານດ້ວຍພາສາລາວບໍ່ໄດ້) ແຕ່ເອົາມາໃສ່ໄວ້ໄປຮ້ານເບຍໄວ້ຖ່າຍສາວຄົງຊິຄັກພິລຶກ ບໍ່ຕ້ອງຂໍຖ່າຍເຫັນໃຜງາມສັ່ງຖ່າຍເລີຍ






ແກະກ່ອງເປັນແບບນີ້ລະ

ບາດນີ້ມາເບິ່ງສະເປັກລວມ:
- ຈໍສະແດງຜົນ 25​ ນິ້ວ (ຫມາຍຄວາມວ່າເວລາເບິ່ງຜ່ານແວ່ນຕາຈະເຮັດໃຫ້ຄືກັບວ່າເບິ່ງໂທລະທັດ ຈໍ 25 ນີ້ວຢູ່)
- ຖ່າຍວີດີໂອໄດ້ລະດັບ HD
- ຖ່າຍພາບໄດ້ 5 ລ້ານພິກເຊວ (ຫນ້ອຍກວ່າໂທລະສັບລຸ້ນ ລ້ານປາຍກີບອີກ)
- ຄວາມຈໍາ 16 GB
- ມີ Wi-Fi, Bluetooth
- ແບັດເຕີລີ: 1 ວັນ
- ລໍາໂພງນ້ອຍຕໍ່ກັບຫູແຕ່ດັງສໍ່າໃດອາກູ໋ບໍ່ບອກ
- ມີ Micro USB
- ລາຄາ: ແຕ່ນໆໆໆໆໆໆ






50.000 ບາດຖ້ວນ (ຊື້ຄໍາໄດ້ສອງບາດປາດໂທະ....)



ບາດນີ້ມາເບິ່ງວິດີໂອສາທິດລອງເບິ່ງວ່າຄັກສໍ່າໃດ..... ໃຜມີເງິນກະລອງໄປຫາຊື້ມາເບິ່ງ ແລ້ວມາບອກຜູ້ຂ້າແນ່ເດີວ່າເປັນ ແນວໃດ




ຂອບໃຈທີ່ສະຫລະເວລາມາອ່ານ
ໄປກ່ອນລະ ມື້ຫນ້າຈະມາຂຽນເລື່ອງລາວດີໃຫ້ເບິ່ງຕື່ມ




No comments:

Post a Comment