Friday, April 26, 2013

ນັກວິໄຈໄດ້ດັດແປງ E.COLI ໃຫ້ມາມາດຜະລິດນ້ຳມັນໄດ້






ນັກວິທະຍາສາດໄດ້ທຳການດັດແປງພັນທຸກຳຂອງແບັກທີເຣຍທີ່ເຮົາຮູ້ຈັກກັນເປັນຢ່າງດີໃນຊື່ຂອງ E.coli ເຊິ່ງແຕ່ກ່ອນເປັນ ແບັກທີເຣຍທີ່ພາໃຫ້ເກີດອາການຖອກທ້ອງ ໃຫ້ສາມາດຜະລິດນ້ຳມັນເຊືອໄຟໄດ້
ສາສະດາຈານ ຈອນ ເລີຟ໌ ເປັນນັກຊີວະວິທະຍາການສັງເຄາະ (Syntheitc biologist) ຈາກວິທະຍາໄລ Exeter ກ່າວວ່າ ແທນທີ່ເຮົາຈະສ້າງພະລັງງານທາງເລືອກຈຳພວກເຊື້ອເພີງຊີວະພາບ (biofuel) ແຕ່ເຮົາກັບສ້າງແຫຼ່ງ ເຊື້ອເພີງຈາກຊາກດຶກດຳ ບັນແທນ ແລະ ດ້ວຍວິທີການດຽວກັນນີ້ ບໍ່ວ່າຈະເປັນຜູ້ຜະລິດລົດຍົນ, ຜູ້ໃຊ້ລົດ ລວມໄປ ເຖິງຜູ້ຄ້ານ້ຳມັນຍ່ອຍ ຈະເຫັນ ເຖິງຄວາມແຕກຕ່າງຂອງນ້ຳມັນ ແລະ ມັນກໍ່ຈະການເປັນສ່ວນໜຶ່ງຂອງຂະບວນການ ຜະລິດນ້ຳມັນອີກດ້ວຍ.
ໃນຍຸກປະຈຸບັນ ແມ່ນໄດ້ມີການຜັກດັນໃຫ້ໃຊ້ພະລັງງານທົດແທນ/ເຊື້ອເພີງຊີວະພາບຫຼາຍຂື້ນ ໃນຢູໂຣບໄດ້ຕັ້ງເປົ້າ ໄວ້ວ່າ ໃນປີ 2020 ການຂົນສົ່ງພາກພື້ນຮ້ອຍລະ 10 ຂອງຢູໂຣບຈະໃຊ້ພະລັງງານທົດແທນຈາກພືດ ແຕ່ໃນປະຈຸບັນ ພະລັງງານທົດແທນຈຳພວກໄບໂອດີເຊວ ໄປໂອເອທານອລນັ້ນບໍ່ສາມາດໃຊ້ກັບເຄື່ອງຍົນສະໄໝໃໝ່ໄດ້ ກ່ອນຈະນຳ ໄປໃຊ້ຈຶ່ງຕ້ອງໄດ້ມີການນຳໄປປະຍຸກໃໝ່ ໂດຍການນຳໃຊ້ພະລັງງານທົດແທນເຫຼົ່ານັ້ນປະມານ 5-10% ມາປະສົມເຂົ້າ ກັບນ້ຳມັນ ປີໂຕຼຊຽມ ເສັຍກ່ອນຈິ່ງສາມາດນຳໄປໃຊ້ງານໄດ້ ແຕ່ເຊື້ອເພີງທີ່ E.coli ນີ້ຜະລິດ ສາມດນຳໄປໃຊ້ໄດ້ ທັນທີ

ສະດາຈານ ເລີຟ໌ ໄດ້ອະທິບາຍວ່າ ຜົນງານວິໄຈໃນຄັ້ງນີ້ ເປັນການຜະລິດເຊື້ອເພີງທີ່ຕົງກັບຄວາມຕ້ອງການຂອງ ຕະຫຼາດ ແລະ ສາມາດໃຊ້ໄດ້ກັບເຄື່ອງຍົນຍຸກໃໝ່ ທັງຍັງມີອົງປະກອບຂອງສານທີ່ຕົງກັບຄວາມຕ້ອງການທຸກຢ່າງ ແລະ ທີ່ສຳຄັນແມ່ນ ສາມາດເປັນເຊື້ອເພີງຊະນິດ bio-fossil ຢ່າງທີ່ໂລກກຳລັງຕ້ອງການອີກດ້ວຍ.
ໃນການຜະລິດເຊືອເພີງຊະນິດນີ້ ນັກວິໄຈໄດ້ແບັກທີເຣຍສາຍພັນ E.coli ມາດັດແປງພັນທຸກຳໃຫ້ສາມາດປ່ຽນນ້ຳຕານ ເປັນ ໂມເລລກຸນເຊື້ອເພີງສັງເຄາະ ແທນທີ່ຈະປ່ຽນໄປເປັນໄຂມັນ ດ້ວຍການຕັດຕໍ່ຢືນຂອງແບັກທີເຣຍນີ້ເອງ ເຮັດໃຫ້ສາ ມາດສ້າງ ແບັກທີເຣຍ ທີ່ສາມາດຜະລິດເຊືອເພີງໄດ້ ແຕ່ປະລິມານການຜະລິດທີ່ໄດ້ນັ້ນ ບໍພຽງພໍກັບການທີ່ຈະນຳໄປ ໃຊ້ໃນຕົວຈິງ
ສາສະດາຈານ ເລີຟ໌ ກ່າວວ່າ ໃນອານາຄົດ ເຮົາຈະສາມາດຜະລິດເຊື້ອເພີງ 100 ລິດ ຈາກການໃຊ້ແບັກທີເຣຍພຽງ 1 ບ່ວງກາເຟ ຊຶ່ງຈະນຳໄປສູ່ການຜະລິດເຊື້ອເພີງໃນລະດັບອຸດສາຫະກຳ ຊື່ງໃນຕອນນີ້ ພວກເຮົາຕ້ອງການເວລາ 3-5 ປີ ໃນການພັດທະນາກຳລັງການຜະລິດ ແລະ ຍັງຕ້ອງພິຈາລະນາໃນແງ່ຂອງຄວາມຄຸ້ມຄ່າໃນການທີ່ຈະດຳເນີນການຕໍ່ໄປ ຫຼືບໍ່ ໃນ ຂະນະດຽວກັນ ນັກວິໄຈຄົນອື່ນໆກໍ່ກຳລັງຊອກຫາ ແບັກທີເຣຍ ທີ່ຈະສາມາດໃຊ້ສ່ວນໃດກໍ່ໄດ້ມາເປັນສານທີ່ເຮັດໃຫ້ກາຍ ເປັນເຊື້ອເພີງໄດ້ອີກດ້ວຍ. 

Credit: Sone Pms  ຫມູ່ຈາກເຟສບຸກ
Tag: ຊີວະສາດທົ່ວໄປວິທະຍາສາດເຕັກໂນໂລຢີເຕັກໂນໂລຢີວີວະພາບ
ອ້າງອີງຈາກ http://www.bbc.co.uk/news/science-environment-22253746


No comments:

Post a Comment