Monday, April 29, 2013

ພົບລະບົບ GPS ໃນສະຫມອງ



ທ່ານອາດຍັງບໍ່ທັນຮູ້ວ່າສະຫມອງກໍ່ມີລະບົບທີ່ຊ່ວຍລະບຸວ່າຕົນເອງຢູ່ໃສ ຄ້າຍໆລະບົບຂອງ GPS (Gobal positioning system) ທີ່ຊ່ວຍໃຫ້ເຮົາຮູ້ວ່າຕົນເອງຢູ່ໃສ

ການສຶກສາທີ່ຈັດໂດຍມະຫາວິທະຍາໄລປີນຕັນ ໄດ້ລະບຸວ່າສະຫມອງກໍ່ມີພຶດຕິກຳລະບຸຕໍາແຫນ່ງຂອງຕົນເອງໄດ້ເຊັ່ນກັນ ດ້ວຍເສັ້ນປະສາດຫນ່ວຍລະບຸຕໍາແຫນ່ງບາງສ່ວນ ຫລື ເອີ້ນວ່າ ກຣິດເຊລ ຈະຊ່ວຍກັນລະບຸຕໍາແຫນ່ງໃຫ້ຮ່າງກາຍຮັບຮູ້

ກຣິດເຊລເປັນເປັນເຊລປະສາດທີ່ຈະທີສັນຍານໄຟຟ້າເປັນບວກຖ້າສັດເຄື່ອນທີ່ເຂົ້າໄປໃນສິ່ງແວດລ້ອມທີ່ຄຸ້ນເຄີຍເສັ້ນປະ ສາດກຸ່ມນີ້ຈະສ້າງການແທນພື້ນທີ່ເຂົ້າມາດ້ວຍກັນເພື່ອ ເຮັດໃຫ້ສັດສາມາດຮູ້ຕໍ່າແຫນ່ງຂອງຕົນເອງໄດ້

ນັກວິທະຍາສາດສາມາດພິສູດໄດ້ໂດຍການທົດລອງວັດສັນຍານໄຟຟ້າໃນຫນູ ທີ່ເຄືອນທີ່ໃນສິ່ງແວດລ້ອມທີທາງຫ້ອງແລບ ສ້າງຂື້ນມາຈະເຫັນວ່າມີຄື່ນໄຟຟາຈາກສະຫມອງສູງຂື້ນເມື່ອຫນູໄປເຖິງຈຸດຕ່າງໆທີ່ກໍານົດໄວ້ ແລະ ຫລຸດລົງເມື່ອສັດຫນີ ໄປຈາກຈຸດນັ້ນ

ອ້າງອີງ ແລະ ລາຍລະອຽດເພີ່ມເຕີມ:

Princeton University (2013, March 6). Researchers discover workings of brain's 'GPS system'. ScienceDaily. Retrieved March 11, 2013, from http://www.sciencedaily.com/releases/2013/03/130307110720.htm
งานวิจัย: Cristina Domnisoru, Amina A. Kinkhabwala, David W. Tank. Membrane potential dynamics of grid cells. Nature, 2013; DOI: 10.1038/nature11973

No comments:

Post a Comment