Friday, April 19, 2013

ວິວັດທະນາການຂອງໄວຣັດສຸ່ສາຍພັນອັນຕະລາຍ


ຫລາຍທ່ານອາດຈະເຄີຍໄດ້ຍີນເລື່ອງໄວຣັດທີ່ອັນຕະລາຍເຖິງຊີວິດຂອງມະນຸດເຊັ່ນ: ໄວຣັດ HIV, ໄວຣັດຕັບ ແລະ ໄວຣັດ ອື່ນໆອີກ ແລະ ຍັງມີໄວຣັດຈໍານວນຫລາຍທີ່ບໍ່ເປັນອັນຕະລາຍປານໃດໃນປະຈຸບັນມີໄວຣັດປະມານ 5000 ຊະນິດຖືກບັນທຶກ ໄວ້. ແຕ່ທ່ານອາດບໍ່ຮູ້ວ່າໄວຣັດທີ່ບໍ່ທັນເປັນອັນຕະລາຍຕໍ່ມະນຸດເຊັ່ນ: ໄວຣັດໄຂ້ຫວັດນົກ, ແລມດາ ເປັນຕົ້ນໄວຣັດເຫລົ່ານີ້ສາ ມາດຂະຫຍາຍພັນ ແລະ ປັບຕົວເຊິ່ງສາມາດເປັນອັນຕະລາຍຕໍ່ມະນຸດໄດ້ ນັກວິທະຍາສາດຈາກມະຫາວິທະຍາໄລມິຊິແກນ ປະເທດອາເມລິກາ ໄດ້ສືກສາໄວຣັດທີ່ຊື່ວ່າ ແລມດາ ພົບວ່າມັນສາມາດປັບຕົວໃຫ້ມີວິທິໄຫມ່ໃນການໂຈມແບັດທີເຣຍຊະນິດ E.coli ຫລັງຈາກກາຍພັນໄປແລ້ວ 4 ຄັ້ງ, ເຊິ່ງໂດຍປົກກະຕິແລ້ວໄວຣັດແລມດາບໍ່ເປັນອັນຕະລາຍຕໍ່ຄົນ ແຕ່ຜົນຈາກການ ວິໄຈພົບວ່າມັນອາດຈະວິວັດທະນາການກາຍພັນຈົນສາມາດເປັນອັນຕະລາຍຕໍ່ມະນຸດໄດ້

ນີ້ເປັນເຫດຜົນວ່າເປັນຫຍັງໃນຫລາຍປະເທດຈິ່ງເປັນຫ່ວງເລື່ອງໄວຣັດໄຂ້ຫວັດນົກ, ນັກວິທະຍາສາດກຸ່ມນີ້ກ່າວວ່າການ ກາຍພັນຂອງໄວຣັດໄຂ້ວັດນົກພຽງ 5 ຄັ້ງ ກໍ່ເຮັດໃຫ້ໄວຣັດມີຄວາມແຕກຕ່າງຢ່າງຊັດເຈນກັບຕົວກ່ອນຫນ້າແລ້ວ, ແຕ່ເຖິງ ຢ່າງໃດກໍ່ດີການກາຍພັນຂອງໄວຣັດທີ່ເຖິງຂັ້ນຈະເປັນຕະລາຍຕໍ່ມະນຸດກໍ່ບໍ່ແມ່ນຂອງງ່າຍໆ ແລະ ຍັງຕ້ອງໃຊ້ເວລາອີກດົນ  ຫລື ອາດບໍ່ມີເລີຍ ແຕ່ຖ້າຫາກສະພາບແວດລ້ອມເອື້ອອຳນວຍມັນອາດຈະກາຍພັນໄວຂື້ນກໍ່ໄດ້


No comments:

Post a Comment