Monday, April 22, 2013

Chrome 27 Beta ອອກມາແລ້ວ ໄວຂື້ນກວ່າເກົ່າ




Google ໄດ້ທຳການພັດທະນາ Chrome 27 Beta ອອກມາແລ້ວໂດຍມີຄວາມໄວໃນການດາວໂຫຼດໜ້າ ເວບເພີ່ມຂື້ນຈາກເມື່ອກ່ອນເຖິງ 5% ພາຍໃນ 1 ອາທິດ ທີ່ Chrome 26 ຖືກປ່ອຍອອກສູ່ສາທາລະນະຊົນຜູ້ທີ່ຊົມໃຊ້ອິນເຕີ ເນັດໄດ້ຊົມໃຊ້ກັນ, ທີມງານຂອງ Google ກໍ່ບໍ່ໄດ້ລໍຊ້າທີ່ຈະປ່ອຍ Chrome 27 Beta ອອກມາໃຫ້ທົດລອງໃຊ້ກັນອີກແລ້ວ.
Chrome 27 Beta ໄດ້ເພີ່ມຄວາມໃນການໂຫຼດໜ້າເວບໃຫ້ໄວຂື້ນ 5% ມີການເພີ່ມຊຸດຄຳສັ່ງໃນສ່ວນຂອງການສະແດງ ວັນ ແລະ ເວລາສຳລັບ HTML 5, ນອກຈາກນີ້ໃນ Chrome 27 Beta ຍັງເສີມໃນສ່ວນ Web Audio API ເພື່ອເພີ່ມປະສິດ ທິພາບໃນການເຮັດວຍກຮ່ວມກັບ Web Audio ແລະ WebRTC PeerConnection API ຫຼືການໃຊ້ບໍລິການ Sound Cloud ຢູ່ Windows ກັບ Mac ອີກຢ່າງນັ້ນກໍຄື File System API ທີ່ປະສານງານຮ່ວມກັບ Google Drive ໃນແບບ Offline ຊຶ່ງຈະຊ່ວຍບັນທຶກການເຮັດວຽກຕ່າງໆໃນ SandBox
ນອກຈາກນີ້ ຍັງມີສ່ວນຂອງ DevTools ທີ່ໄດ້ຮັບການປັບປຸງອີກເລັກນ້ອຍ ທັງນີ້ Chrome 27 Beta ຍັງເປັນເວີເຊີ້ນຂອງ ການທົດສອບການໃຊ້ງານ ຊຶ່ງອາດເຮັດໃຫ້ການໃຊ້ງານຍັງບໍ່ເຕັມ 100, ຖ້າຫາກໃຜຕ້ອງການທົດລອງໃຊ້ເບິ່ງ ກໍ່ສາມາດດາວ ໂຫຼດໄດ້ຕາມລິ້ງນີ້ໄດ້ເລີຍ
http://www.techspot.com/downloads/5070-google-chrome-for-windows.html


ແປ ແລະ ຮຽບຮຽງໂດຍ: ທ່ານ ສອນ

No comments:

Post a Comment