Wednesday, April 3, 2013

ເຟສບຸກເລີ່ມ ສໍ່ໃຫ້ເຫັນວ່າຈະໄປອີກບໍ່ດົນ





ໃນຊ່ວງປະຈຸບັນນີ້ສຳລັບປະເທດລາວເຮົາ ກຸ່ມໄວລຸ້ນຕ່າງໆກໍາລັງເຫີ່ກັບເວັບ ໂຊຊ້ຽວເນັດເວິກຊື່ດັ່ງ ຢ່າງ ເຟສບຸກ ຢ່າງຂະຫມັກຂະບາງຄົນວ່າແຕ່ໄດ້ຖ່າຍຮູບແມ່ນອັບຂື້ນເຟສບຸກທັນທີ: ບໍ່ວ່າຫນ້າຈະງາມ ຈະຫລໍ່ ປານນາງຟ້າ,
ເທວະດາ ຫລື ແກບຍິ່ງກວ່າ ເປັດ ຫລື ຫນ້າໂຕແລນ.....ຂໍໃຫ້ໄດ້ອັບລົງເປັນພໍ... ແຕ່ບາງຄົນກະມີນຳ້ໃຈແທ້ໆ ໂພສແຕ່
ຮູບງາມໆ ຈົນຜູ້ຂຽນໃຈສັ່ນ​.....LOL

ເອົາລະ ມາເຂົ້າເລື່ອງຂ່າວກັນດີກວ່າ: ໃນປະຈຸບັນນີ້ເຟສບຸກຳລັງເຈັບຂະມັບຫມັບ ກັບບັນຫາຕ່າງໆທີ່ລຸມເຂົ້າມາບໍ່ວ່າຈະ
ເປັນຄູ່ແຂ່ງຕົວສະກາດຢ່າງ: Google+, Intragram, Tumblr... ບັນຫາຫລັກໆຂອງເຟສບຸກກໍ່ຄືບັນດາກຸ່ມໄວລຸ້ນ ແລະ ໄວເຮັດວຽກໃນປະເທດຕ່າງໆເລີ່ມເບື່ອຫນ່າຍລະບົບການ: Tag, Share ແລະ Adsword ຕ່າງໆຂອງເຟສບຸກ ເພາະເຮັດ
ໃຫ້ເຂົາເຈົ້າບໍ່ມີຄວາມເປັນສ່ວນຕົວ, ເນື່ອງຈາກລະບົບ share ຫມູ່ຂອງເຟສບຸກນັ້ນ ແຊໄປຕັ້ງແຕ່ເດັກນ້ອຍຫົວທໍ່ຫມາກ ກອກຈົນຮອດອາຈານ ຈິ່ງເຮັດໃຫ້ຫລາຍຄົນບໍ່ແນ່ໃຈ ບັນດາຂໍ້ມູນ ຫລື ຮູບສ່ວນຕົວຂອງເຂົາເຂົ້າໃນເຟສບຸກ, ອາດແຊໃນໄປ ເຖິງຄົນເຫລົ່ານັ້ນ ແລະ ອາດມີຜົນຕໍ່ຊີວິດປະຈໍາວັນໄດ້ ດັ່ງນັ້ນລູກຄ້າ ເຫລົ່ານີ້ຈິ່ງເລີ່ມຫາທາງ ເລືອກໃຫມ່ໃນນັ້ນແມ່ນ Google+

ອີກປະເດັນຫນື່ງ ແມ່ນບັນດາມືຖືສະມາດໂຟນໄດ້ເປັນທີ່ນິຍົມໃນບັນດາຜູ້ຄົນທຸກເພດໄວ້ເຊິ່ງໃນສະມາດໂຟນເຫລົ່ານີ້ມີໂປຣ
ແກມແຊັດຄ້າຍໆ, ໄວ ແລະ ດີກວ່າເຟສບຸກຫລາຍເທົ່າ: ເຊັ່ນ: WhatApp, Line, Wechate ເປັນຕົ້ນ ເຖິງວ່າເຟສບຸກເອງ ກໍ່ລົງສະມາດໂຟນໄດ້ ແຕ່ບັນດາໂປຣແກມເຫົລ່ານີ້ກໍ່ແຊງຫນ້າໄປຫລາຍຂຸມ ແລະ ຍາດລຸກຄ້າເຟສບຸກໄປເປັນຈໍານວນ ຫລາຍ ນີ້ເປັນການສັ່ນຄອນເຟສບຸກ ແລະ ອາດສາມາດເຮັດໃຫ້ເຟສບຸກຕົກລົງມາໄດ້

    


  











1 comment:

  1. ຖ້າfacebook ອານຸຍາດໃຫ້ໂພສ GIF ຈະມີສີສັນຕື່ມ

    ReplyDelete