Friday, April 19, 2013

ລອງແລ້ວບໍ ​​"Ticker" ແອັບແຕ່ງຮູບແນວໃຫມ່



ທ່ານໃດທີ່ເຄີຍມັກຄໍາຂວັນກວນໆຈາກທ້າຍລົດສິບລໍ້,​ ລົດຕູ້ ຫລື ລົດຕ່າງໆ ບັດນີ້ແອັບດັ່ງກ່າວໄດ້ເປີດຕົວແລ້ວຊື່ວ່າ "ติ๊กเก้อ" ເຊິ່ງເປັນແອັບທີ່ພັດທະນາໂດຍຄົນໄທຍ (ຢາກໃຫ້ມີພາສາລາວເດ) ທ່ານສາມາດແຕ່ງຮູບຂອງທ່ານດ້ວຍຄໍາຂວັນ ກວນໆ ທີ່ມີຈຳນວນຫລາຍໃນແອັບ ແລະ ອາດຈະມີເພີ່ມຂື້ນເລື້ອຍໆໃນອະນາຄົດ, ທ່ານ ສາມາດແຕ່ງຈາກຮູບໃນກ້ອງ, ຫລື ຖ່າຍໃຫມ່ເລີຍກໍ່ໄດ້ ຈາກນັ້ນທ່ານສາມາດສົ່ງໃຫ້ຫມູ່ຂອງທ່ານຜ່ານ: Facebook, IG ແຕ່ຖ້າຢາກສົ່ງທາງ WhatApp ຫລື ທາງອື່ນທ່ານກໍ່ສາມາດເຊບລົງເຄື່ອງກ່ອນຄ່ອຍສົ່ງກໍ່ໄດ້




ຮອງຮັບທັງ : Ios ແລະ Android  (Ver 4.0 up)
ທ່ານສາມາດດາວໂຫລດແອັບດັ່ງກ່າວໄດ້ຟຣີໂດຍພີມຄໍາວ່າ: Ticker ຫລື "ติ๊กเก้อ" ທີ່ Appstore (Ios) 
ແລະ Googleplay (Android)

ລອງໂຫລດໄປໃຊ້ເບິ່ງເດີ 

No comments:

Post a Comment