Friday, April 19, 2013

Apple ເຈລະຈາ Yahoo ເພື່ອເພີມບໍລິການໃຫມ່ໆໃນ iOS



ເຫັນໄດ້ຢ່າງຊັດເຈນວ່າ Apple ເລີ່ມຈະລົດຄວາມສຳພັນກັບ Google ລົງເລື້ອຍໆເຫັນໄດ້ຈາກການເລີ່ມນຳໃຊ້ລະບົບແຜນ ທີ່ຂອງຕົນເອງເຖິງວ່າຍັງມີຄວາມແມັ້ນຢໍາບໍ່ສໍ່າ Google ກໍ່ຕາມ ແລະ ບໍລິການອື່ນກໍ່ເຊັ່ນກັນ Apple ເລີ່ມຫັນໄປໃຊ້ລະບົບ ທີ່ພັດທະນາດ້ວນໍຍຕົນເອງ ແລະ ຂອງຄ້າຍອື່ນແທນໃນນັ້ນກໍ່ແມ່ນ Yahoo ເຊິ່ງເປັນຜູ້ງານທີ່ສຳຄັນ ດັ່ງນັ້ນເຮົາຈະເຫັນບໍ ລິການຕ່າງໆຂອງ Yahoo ໃນ iOS ຫລາຍຂື້ນ ເຊັ່ນ: ການຄົ້ນຫາ, ເຊັກສະພາບພູມອາກາດຮ່ວມກັບຟີເຈີຂອງໄອໂຟນ ເຊັ່ນ: Siri ເປັນຕົ້ນ.

ເຖິງຢ່າງໃດກໍ່ດີ ການເຈລະຈານີ້ກໍ່ຍັງຢູ່ໃນຂັ້ນຕອນພິຈາລະນາ ແລະ ຍັງຕ້ອງສຶກສາລາຍລະອຽດປີກຍ່ອຍອີກຈໍານວນ ຫລາຍ ແລະ Apple ເອງກໍ່ຍັງມີສັນຍາເກົ່າຄ້າງກັບ Google ອີກຈໍານວນຫນື່ງ, ສະນັ້ນບໍລິການ Yahoo ໃນ iOS ຄົງຕ້ອງລໍຖ້າອີກໄລຍະຫນື່ງ ແຕ່ເປັນທີ່ແນ່ນອນແລ້ວວ່າ Apple ບໍ່ຕ້ອງການເພີ່ງ Google ຕະຫລອດໄປ

ແຫລ່ງຂ່າວ:www.arip.co.th]


No comments:

Post a Comment