Thursday, April 4, 2013

ທ່ານເຊື່ອບໍ່ວ່າມີສິ່ງທີ່ມີຊິວິດທີ່ເປັນອຳມະຕະໃນໂລກນີ້ ?

ຄຳຕອບແມ່ນ: ມີຈິງ​






ສິງທີ່ມີຊິວິດຕັ່ງກ່າວແມ່ນ: ແມງກະພຸນອຳມະຕະສາຍພັນ Turriopsis nutricula ໂຕທີ່ໃຫຍ່ເຕັມທີ່ກໍ່ຄ້າຍກັບແມງກະພຸນ ທຳມະດາ ມີຂະຫນາດກວ້າງປະມານ 5 ມມ ອອ້ມຮອບດ້ວຍຫນວດພິດ ຫລາຍກວ່າ 80 ເສັ້ນ ພາຍໃນທ້ອງມີສີແດງ ເມືອເບິ່ງງຈາກທາງເທິງຈະເຫັນຮູບກາກະບາດ, ແມງກະພຸນນີ້ອອກໄຂ່ຜ່ານຊ່ອງປາກຫລັງຈາກປະສົມພັນ ໄຂ່ຈະຕົກລົງ ໄປທີ່ພືນ້ມະຫາສະຫມຸດ ແລ້ວເປັນ ໂປລິບ ຈາກນັ້ນຈະແຕກຫນໍ່ແລ້ວກາຍເປັນແມງກະພຸນຕົວເຕັມໄວ

ແມງກະພຸນຊະນິດນີ້ມີວິວັດທະນາການຈົນເກີດທັກສະທີ່ບໍ່ມີສິ່ງທີ່ມີຊິວິດຊະນິດໃດທຽບ ນັ້ນຄືເມື່ອໃຫຍ່ເຕັມທີ່ແລ້ວພວກ ມັນຈະບໍ່ຕາຍ ແຕ່ຈະປ່ຽນຕົວເອງເປັນໂປລິບອີກຄັ້ງ ຫນວດຂອງພວກມັນຈະຫົດກັບຄືນ ຮ່າງກາຍກໍ່ຈະຫົດຕົວ ແລະ ຈົມລົງພື້ນມະຫາສະຫມຸດອີກຄັ້ງ ເພື່ອເລີ່ມວົງຈອນຊີວິດໃຫມ່ອີກຫົນ. ເຊວທຸກອັນທີ່ໂຕເຕັມໄວຂອງແມງກະພຸນ ຊະນິດນີ້(ແມ່ນແຕ່ໄຂ່ ແລະ ອະສຸຈິ) ຈະສະຫລາຍກັບໄປສູ່ຈຸດເລີ່ມຕົ້ນ ແລະ ສຸດທ້າຍພວກມັນກໍ່ອ່ອນໄວອີກຄັ້ງ

ສິ່ງທີ່ເຮັດໃຫ້ແມງກະພຸນຊະນິດນີ້ຕາຍມີພຽງແຕ່ການເຈັບປວ່ຍ, ການຖືກລ່າເປັນອາຫານເທົ່ານັ້ນ ຫມາຍຄວາມວ່າຖ້າ ຕົວໃດບໍ່ເຈັບເປັນ ແລະ ຖືກກິນກ່ອນ ມັນກໍ່ສາມາດມີອາຍຸຍືນເທົ່າທີ່ຈະມີໄດ້

No comments:

Post a Comment